spot_img
Homeຂ່າວການສຶກສາງານສະແດງສີລະປະເພື່ອຕອບບຸນແທນຄຸນຄູອາຈານຂອງນັກສຶກສາຈີນອັດລົງຢ່າງສຳເລັດຜົນ

ງານສະແດງສີລະປະເພື່ອຕອບບຸນແທນຄຸນຄູອາຈານຂອງນັກສຶກສາຈີນອັດລົງຢ່າງສຳເລັດຜົນ

Published on

ຕອນຄໍ່າວັນທີ 23 ພຶດສະພານີ້, ງານສະແດງສິລະປະເພື່ອຕອບບຸນແທນຄຸນຄູອາຈານຂອງນັກສຶກສາຈີນທີ່ຈະສໍາເລັດການສຶກສາໃນສົກຮຽນ2015—2016ໄດ້ຈັດຂຶ້ນທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດລາວ,ທ່ານ ຫົງຈ່ຽງ ຫົວໜ້າພະແນກການເມືອງສະຖານທູດຈີນປະຈຳລາວ, ທ່ານ ຮຈ ດຣ ພຸດ ສິມມາລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ນັກສຶກສາແລະຄູອາຈານຂອງມະຫາວິທະຍາໄລແຫ່ງຊາດລາວພ້ອມດ້ວຍຜູ້ແທນທັງຈີນແລະລາວທີ່ມາຈາກວົງການຕ່າງໆໃນສັງຄົມລວມທັງໝົດ 500 ກວ່າຄົນໄດ້ເຂົ້າຊົມງານໃນຄັ້ງນີ້.

11ea2a9131ef4ebcb3fc3e4651e6d4ad   ທ່ານຫົງຈ່ຽງ ຫົວໜ້າພະແນກການເມືອງສະຖານທູດຈີນປະຈຳລາວໄດ້ກ່າວຄຳປາໄສຢູ່ໃນງານໂດຍກ່າວວ່າ, ປີ2016ແມ່ນປີທີ່ລາວ-ຈີນສາງສາຍສໍາພັນທາງການທູດຄົບຮອບ 55 ປີ,ສອງຝ່າຍຈະເພີ່ມທະວີການຮ່ວມມືແລະການແລກປ່ຽນກັນຕື່ມອີກ.ການພົວພັນລະຫວ່າງສອງປະເທດໄດ້ເຂົ້າສູ່ໄລຍະທີ່ດີທີ່ສຸດ,ສອງປະເທດກໍຕ້ອງການຜູ້ມີຄວາມຮູ້ຄວາມສາມາດດ້ານພາສາຈີນແລະພາສາລາວ,ສະນັ້ນ,ຫວັງໃຫ້ນັກສຶກສາທັງຫລາຍກຳໂອກາດໃຫ້ດີເພື່ອປະກອບສ່ວນເຂົ້າໃນພາລະກິດສາງສາປະເທດແລະມິດຕະພາບຈີນ-ລາວ, ແລະຫວັງວ່າສອງປະເທດຈະມີໂອກາດການຮ່ວມມືທີ່ນັບມື້ນັບຫລາຍຂຶ້ນໃນດ້ານການສຶກສາໃນຕໍ່ໜ້າເພື່ອອົບຮົມບົ່ມສ້າງຜູ້ມີຄວາມຮູ້ຄວາມສາມາດຫລາຍກວ່າເກົ່າໃນການແລກປ່ຽນໃນຂົງເຂດຕ່າງໆ.

da04dc3366644541a8da3094be0cee35ງານສະແດງດັ່ງກ່າວແມ່ນສະຖານທູດຈີນປະຈໍາລາວເປັນເຈົ້າພາບ,ມະຫາວິທະຍາໄລແຫ່ງຊາດລາວແລະຄະນະນັກສຶກສາຈີນທີ່ຮຽນຢູ່ ມ.ຊ ເປັນຝ່າຍຈັດ. ນັກສຶກສາຈີນໄດ້ສະແດງລາຍການຫລາກຫລາຍທີ່ໜ້າປະທັບໃຈໃຫ້ແກ່ຜູ້ຊົມທັງຫລາຍ,ເຊັ່ນ:ການເຕັ້ນທີ່ເຕັມໄປດ້ວຍຄວາມກະຕືລືລົ້ນຄວາມໜຸ່ມແໜ້ນຫ້າວຫັນ,ບົດຟ້ອນສະໄໝບູຮານທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທໍາອັນດີງາມທີ່ເປັນມູນເຊື້ອຂອງຈີນ,ການເສບດົນຕີພື້ນເມືອງທີ່ມີສີສັນພິເສດຂອງຈີນແລະອື່ນໆ.ນອກຈາກນີ້,ຜູ້ເຂົ້າຮ່ວມງານແຂ່ງຂັນຮ້ອງເພງຈີນເພື່ອຄວາມຮັກແພງລາວ—ຈີນທີ່ຈັດໂດຍCRIປະຈໍາລາວແລະສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດລາວກໍໄດ້ສະແດງລາຍການພິເສດ,ໄດ້ສົ່ງພອນ ໄຊອັນປະເສີດໃຫ້ແກ່ນັກສຶກສາທັງຫລາຍດ້ວຍສຽງເພງ.ນັກສຶກສາລາວແລະນັກສຶກສາຫວຽດນາມທີ່ຮຽນຢູ່ ມ.ຊ ກໍໄດ້ສະແດງລາຍການລະຄອນ,ບົດເພງແລະບົດຟ້ອນ.ງານສະແດງໃນຄັ້ງນີ້ໄດ້ມີຄວາມເບີກບານມ່ວນຊື່ນແລະບັນຍາກາດຄຶກຄື້ນຕະຫລອດງານ.

ຂ່າວຈາກ: http://laos.cri.cn/681/2016/05/24/222s203234.htm

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...