spot_img
Home​ຂ່າວທ່ອງທ່ຽວຄາດນັກທ່ອງທ່ຽວຈະເຂົ້າທ່ຽວຊົມເມືອງມໍລະດົກໂລກ 600,000 ກວ່າຄົນໃນປີ 2016

ຄາດນັກທ່ອງທ່ຽວຈະເຂົ້າທ່ຽວຊົມເມືອງມໍລະດົກໂລກ 600,000 ກວ່າຄົນໃນປີ 2016

Published on

ເມືອງມໍລະດົມໂລກຫລວງພະບາງຕັ້ງເປົ້າພາຍໃນປີ 2016 ຈະມີນັກທ່ອງທ່ຽວຕ່າງປະເທດຈະເຂົ້າມາທ່ຽວຊົມພາຍໃນແຂວງຂອງຕົນປະມານ 600,000 ຄົນ ຂະນະທີ່ອຳນາດການປົກແຂວງດັ່ງກ່າວເລັ່ງສ້າງສິ່ງອຳນາດຄວາມສະດວກດ້ານຂົນສົ່ງທາງບົກ, ທາງອາກາດ ແລະ ສະຖານທີ່ຮອງຮັບຢ່າງເຄັ່ງຮ້ອນເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫລວງພະບາງ ລາຍງານຫວ່າງບໍ່ດົນມານີ້ວ່າ ປີ 2015 ຜ່ານມານີ້ມີຊາວຕ່າງຊາດເຖິງ 500,000 ຄົນທີ່ເດີນທາງມາທ່ອງທ່ຽວເມືອງມໍລະດົກໂລກຫລວງພະບາງ ໂດຍເຮັດໃຫ້ທາງການແຂວງຫລວງພະບາງ ມີລາຍຮັບຈາກອຸດສາຫະກຳທ່ອງທ່ຽວຫລາຍລ້ານໂດລາສະຫະລັດ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ແກ້ໄຂຊີວິດການເປັນຂອງປະຊາຊົນດີຂຶ້ນເປັນກ້າວໆ ສະເພາະປີ 2016 ນີ້ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມແຂວງຫລວງພະບາບເຖິງ 600,000 ຄົນ ພາຍຫລັງເມືອງມໍລະດົກໂລກໄດ້ຄອງແຊັມເມືອງຍອດນິຍົມ ແລະ ເມືອງປ້າຍທາງຂອງການທ່ອງທ່ຽວໃນໂລກຕິດຕໍ່ກັນຫລາຍປີຊ້ອນ ພ້ອມກໍໄດ້ມີຫລາຍສາຍການບິນໂດຍກົງຈາກປະເທດຕ່າງໆເຂົ້າມາແຂວງຫລວງພະບາງເຊັ່ນ: ແອເອເຊຍ, ແອກາຕ້າ, ເອເມເຣດ, ເອີຣົບ, ເກົາຫລີ, ໄທ, ຫວຽດນາມ ແລະ ອື່ນໆ.

ແນວໃດກໍດີ ເຈົ້າໜ້າທີ່ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງດັ່ງກ່າວຍັງເປີດເຜີຍວ່າ: ການໄດ້ຮັບຄວາມນິຍົມຂອງເມືອງມໍລະດົກຫລວງພະບາງນັ້ນແມ່ນເປັນຜົນມາຈາກຫລາຍປັດໃຈໃນດ້ານປະຫວັດສາດ, ວັດທະນະທຳຮີດຄອງປະເພນີ, ວິຖີຊີວິດ ແລະ ທຳມະຊາດອັນດັ້ງເດີມທີ່ຕິດພັນກັນຢ່າງສະໜິດແໜ້ນ ນອກຈາກນັ້ນ ແຂວງຂອງຕົນໄດ້ມີສົນທິສັນຍາກ່ຽວກັບການປົກປັກຮັກສາມໍລະດົກຢ່າງເຄັ່ງຄັດ ໃນນັ້ນ ການກໍ່ສ້າງ ແລະ ບູລະນະສ້ອມແປງເຮືອນ, ອາຄານ, ວັດ ແລະ ສະຖານທີ່ຕ່າງໆພາຍໃນແຂວງຕ້ອງໄດ້ຮັກສາຮີດຄອງອັນດີງາມຂອງພໍ່-ແມ່ປະຊາຊົນ ແລະ ສິ່ງດັ້ງເດີມທີ່ເປັນເອກະລັກໄວ້ ສະນັ້ນຈຶ່ງໄດ້ເອົາວຽກງານການສຶກສາອົບຮົມ ແລະ ໃຫ້ຄວາມຮູ້ຕໍ່ປະຊາຊົນຢູ່ທົ່ວແຂວງຕ້ອງຮັກສາລະບຽບ ຫລື ວ່າສົນທິສັນຍາກັບອົງການ UNESCO ໄດ້ດີຫລາຍ.

ປີ 2015 ວາລະສານ (Wanderlus Magazine) ຊຶ່ງເປັນວາລະສານດ້ານການທ່ອງທ່ຽວຊັ້ນນຳຂອງໂລກ ໃນປະເທດອັງກິດ ສະເໜີລາຍງານວ່າ ບັນດາສະມາຊິກຂອງວາລະສານໄດ້ຈັດໃຫ້ ເມືອງມໍລະດົກໂລກຫລວງພະບາງ ເປັນເມືອງທີ່ໜ້າທ່ອງທ່ຽວທີ່ສຸດອັນດັບ 1 ຂອງໂລກ ໃນປີ2015 ນີ້ ດ້ວຍຄະແນນ ທີ່ຄິດເປັນອັດຕາສະເລ່ຍ 97.14 ເປີເຊັນ ຂອງຈຳນວນສະມາຊິກທັງໝົດ ທີ່ໄດ້ປະກອບຄວາມເຫັນເຂົ້າໃນການສຳຫລວດ ເມື່ອທ້າຍປີທີ່ຜ່ານມາ ສ່ວນອັນດັບທີ 2 ແລະທີ 3 ກໍຄືເມືອງພຸກາມ ໃນສະຫະພາບມຽນມາ ແລະ ນະຄອນຫລວງStockholm ຂອງປະເທດສະວີເດັນ.

ຕາມສະຖິຕິຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາຍງານວ່າປີ 2015 ຜ່ານມານັກທ່ອງທ່ຽວເຂົ້າທ່ຽວຊົມ ສປປ ລາວປະມານ 4 ລ້ານກວ່າຄົນ ແລະ ຄາດວ່າຈຳນວນນັກທ່ອງທ່ຽວຈະເພີ່ມຂຶ້ນຕື່ມອີກ ເນື່ອງຈາກວ່າ ສປປ ລາວເປັນປະເທດມີຄວາມສະຫງົບສຸກ; ມີສະຖານທີ່ດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດດັ້ງເດີມ ແລະ ອື່ນໆ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...