Homeຂ່າວຕ່າງປະເທດອົງການອະນາໄມໂລກເຕືອນ ໄວຣັສຊິກາ ກຳລັງແຜ່ລະບາດ ເຂົ້າສູ່ເອີຣົບ!

ອົງການອະນາໄມໂລກເຕືອນ ໄວຣັສຊິກາ ກຳລັງແຜ່ລະບາດ ເຂົ້າສູ່ເອີຣົບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພຶດສະພາຜ່ານມານີ້ວ່າ ອົງການອະນາໄມໂລກ ໄດ້ອອກມາລະບຸ ກ່ຽວກັບໄວຣັສຊິກາ ຈະລະບາດເຂົ້າສູ່ເອີຣົບ ໃນໄລຍະລະດູຮ້ອນຈະມາເຖິງນີ້ ເຖິງແມ່ນວ່າການແຜ່ລະບາດ ຈະຢູ່ໃນລະດັບຕ່ຳ ເຖິງປານກາງກໍຕາມ ຊຶ່ງພື້ນທີ່ມີຄວາມສ່ຽງຫລາຍທີ່ສຸດແມ່ນ ເຂດທີ່ເປັນແຫລ່ງອາໄສຂອງຍຸງລາຍເຊັ່ນ ພື້ນທີ່ຝັ່ງທະເລດຳຂອງຊີຣີ ແລະ ຈໍເຈຍ ລວມເຖິງຕາມພື້ນທີ່ ເກາະມາເດຣາ ອີກດ້ວຍ.

ສຳລັບປະເທດທີ່ມີຄວາມສ່ຽງ ປະເຊີນກັບການແຜ່ລະບາດໃນລະດັບປານກາງ ໄດ້ແກ່ ປະເທດຝຣັ່ງ, ແອັດສະປາຍ, ອີຕາລີ ແລະ ເກຣັກ, ໃນຂະນະທີ່ປະເທດອັງກິດ ແມ່ນມີຄວາມສ່ຽງຢູ່ໃນລະດັບຕ່ຳ.  ແນວໃດກໍຕາມ, ອົງການອະນາໄມໂລກ ຍັງບໍ່ທັນມີການອອກຄຳເຕືອນ ຫລື ຄຳແນະນຳໃນການເດີນທາງໃດໆເທື່ອ.

 

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...