spot_img
Homeຂ່າວຕ່າງປະເທດເຄັ່ງຮ້ອນ! ຈີນສົ່ງເຮືອບິນສູ້ຮົບ 2 ລຳ ສະກັດເຮືອບິນລາດຕະເວນ ອາເມຣິກາ ຢູ່ນ່ານຟ້າເໜືອທະເລຈີນໃຕ້!

ເຄັ່ງຮ້ອນ! ຈີນສົ່ງເຮືອບິນສູ້ຮົບ 2 ລຳ ສະກັດເຮືອບິນລາດຕະເວນ ອາເມຣິກາ ຢູ່ນ່ານຟ້າເໜືອທະເລຈີນໃຕ້!

Published on

ສຳນັກຂ່າວບີບີຊີ ລາຍງານໃນວັນທີ 19 ພຶດສະພານີ້ວ່າ ກອງທັບອາກາດຈີນ ໄດ້ສົ່ງເຮືອບິນສູ້ຮົບ 2 ລຳ ບິນຂຶ້ນສະກັດເຮືອບິນລາດຕະເວນທາງທະເລ ຂອງສະຫະລັດອາເມຣິກາ ເໜືອບໍລິເວນເຂດນ່ານຟ້າ ໃນທະເລຈີນໃຕ້ ເມື່ອວັນທີ 17 ພຶດສະພາ 2016 ຜ່ານມານີ້ ທ່າມກາງຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ ທີ່ກຳລັງເພີ່ມທະວີສູງຂຶ້ນໃນໄລຍະນີ້ ເນື່ອງຈາກສະຫະລັດອາເມຣິກາ ໄດ້ອອກມາເຄື່ອນໄຫວຕຳໜິລັດຖະບານຈີນ ກ່ຽວກັບການເຄື່ອນໄຫວທາງທະຫານ ຢູ່ບໍລິເວນເກາະຂັດແຍ່ງໃນທະເລຈີນໃຕ້, ສ່ວນດ້ານລັດຖະບານຈີນ ກໍໄດ້ອອກມາວິພາກວິຈານ ສະຫະລັດອາເມຮິກາ ທີ່ສົ່ງກຳປັ່ນສູ້ຮົບທາງທະເລ ເຂົ້າມາເຄື່ອນໄຫວຢູ່ນ່ານນ້ຳຂອງຕົນ ຢ່າງຜິດກົດໝາຍ ແລະ ຈັດການເຝິກຊ້ອມສູ້ຮົບ ຢູ່ໃນເຂດອາຊີຫລາຍຄັ້ງ ໃນໄລຍະຜ່ານມາ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...