spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ແຂວງຈຳປາສັກ ​ເລັ່ງຊອກສາ​ເຫດ​ ໄຟ​ໄໝ້​ຕະຫລາດໃຫຍ່ ​ເມືອງ​ປາກ​ເຊ

ເຈົ້າໜ້າທີ່ແຂວງຈຳປາສັກ ​ເລັ່ງຊອກສາ​ເຫດ​ ໄຟ​ໄໝ້​ຕະຫລາດໃຫຍ່ ​ເມືອງ​ປາກ​ເຊ

Published on

ພາຍຫລັງເກີດເຫດການໄຟໄໝ້ຕະຫລາດໃຫຍ່ເມືອງປາກເຊແຂວງຈຳປາສັກເມື່ອເຊົ້າມືດຂອງວັນທີ 17 ພຶດສະພາຜ່ານມາຢ່າງຮ້າຍແຮງ ອັນໄດ້ສ້າງຄວາມຕື່ນຕົກໃຈໄປທົ່ວສັງຄົມແລະ ສ້າງຄວາມສູນເສຍໃຫ້ແກ່ຊາວຄ້າຂາຍທີ່ໄດ້ຮັບຜົນກະທົບຈາກເຫດການອັກຄີໄພຄັ້ງນີ້ບໍ່ໜ້ອຍເຊິ່ງຜ່ານການລາຍງານຂອງເຈົ້າໜ້າທີ່ສະກັດກັ້ນແລະ ຕ້ານອັກຄີໄພແຂວງຈຳປາສັກໃຫ້ຮູ້ວ່າ: ປັດຈຸບັນໄດ້ແຕ່ງຕັ້ງຄະນະລົງສືບສວນສອບສວນຫາສາເຫດຂອງການເກີດອັກຄີໄພຄັ້ງນີ້ເຊິ່ງເບື້ອງຕົ້ນຮູ້ພຽງວ່າມີອາຄານຕະຫລາດ 4 ຫລັງໄດ້ຮັບຜົນເສຍຫາຍແລະ ຕົ້ນເຟີແມ່ນເກີດຂຶ້ນ ທີ່ອາຄານຕຶກ D ​ເຊິ່ງເປັນອາຄານຂາຍເຄື່ອງຍ່ອຍແລະເຄື່ອງໃຊ້ພາຍໃນເຮືອນ, ກ່ອນກະແສໄຟຈະລຸກລາມໃສ່ອາຄານຕຶກ A, B ​ແລະ C ລວມເຖິງຕຶກໃຫຍ່ຂອງຕະຫລາດດັ່ງກ່າວ ກໍໄດ້ຮັບຜົນເສຍຫາຍຈຳນວນໜຶ່ງ. ​ແນວໃດກໍຕາມ, ​ເຈົ້າໜ້າທີ່ຈະເລັ່ງສືບສວນສອບສວນຊອກຫາສາເຫດຂອງການເກີດອັກຄີໄພຄັ້ງນີ້ໂດຍໄວເພື່ອສ້າງຄວາມກະຈ່າງແຈ້ງໃຫ້ສັງຄົມເຂົ້າໃຈຕາມຄວາມເປັນຈິງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...