spot_img
Homeຂ່າວພາຍ​ໃນໂຮງ​ກັ່ນນໍ້າມັນ​ເຊື້ອ​ໄຟ​ແຫ່ງ​ທຳ​ອິດ​ຂອງ​ລາວ ໂຈະ​ກໍ່ສ້າງ​ຍ້ອນ​ບໍລິສັດ​ປະ​ເຊີນ​ບັນຫາ​ທາງ​ການ​ເງິນ

ໂຮງ​ກັ່ນນໍ້າມັນ​ເຊື້ອ​ໄຟ​ແຫ່ງ​ທຳ​ອິດ​ຂອງ​ລາວ ໂຈະ​ກໍ່ສ້າງ​ຍ້ອນ​ບໍລິສັດ​ປະ​ເຊີນ​ບັນຫາ​ທາງ​ການ​ເງິນ

Published on

ຄວາມຫວັງໂຮງກັ່ນນໍ້າ­ມັນເຊື້ອ ໄຟແຫ່ງທຳອິດໃນລາວທີ່ຈະສ້າງໃຫ້ສຳເລັດໃນທ້າຍປີ 2016 ແລະຕົ້ນປີ 2017 ຈະໃຫ້ໄດ້ເດີ່ນເຄື່ອງຜະ­ລິດ ອາດບໍ່ໄດ້ຕາມແຜນ ພາຍ­ຫຼັງລົງ­ມືກໍ່­ສ້າງມາ ແຕ່ທ້າຍປີ 2014 ຮອດປະ­ຈຸບັນຕ້ອງໄດ້ໂຈະການກໍ່­ສ້າງໄວ້ເນື່ອງຈາກບໍ­ລິ­ສັດມີບັນ­ຫາ ທາງການເງິນ ແລະຍັງບໍ່ທັນຮູ້ແນ່­ນອນວ່າຈະເລີ່ມສືບ­ຕໍ່ດຳ­ເນີນການກໍ່­ສ້າງໃນເມື່ອໃດ.

DSC_0339

ທ່ານ ໄພ­ບູນ ພົມພະພິທັກ ຮອງຜູ້ອຳນວຍການບໍ­ລິ­ສັດອຸດ­ສາ­ຫະ­ກຳປີໂຕເຄມີ ລາວ-ຈີນ ຕົງແຢນ ຫຸ້ນສ່ວນຈຳ­ກັດ ໃຫ້ຮູ້ວ່າ: ໂຄງ­ການນີ້ເປັນການລົງ­ທຶນຈາກ 3 ພາກ­ສ່ວນຄື: ບໍ­ລິ­ສັດອຸດສາ ຫະກຳປີໂຕເຄມີ ລາວ-ຈີນ ຕົງແຢນ ຫຸ້ນສ່ວນ ຈຳ­ກັດ ຖືຮຸ້ນ 75%, ລັດ ວິສາຫະກິດນໍ້າ­ມັນເຊື້ອໄຟລາວ ຖືຮຸ້ນ 20% ແລະບໍ­ລິ­ສັດຮ່ວມທຶນລາວຈີນ (ຜູ້ຮັບ­ຜິດ­ຊອບເຂດ) ຖືຮຸ້ນ 5% ດ້ວຍມູນ ຄ່າທັງໝົດ 179 ລ້ານໂດລາ, ໂດຍສະຖາບັນການອອກແບບຂອງຈີນ ເປັນຜູ້ອອກແບບທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະ­ໄໝທີ່ສຸດ.

ເມື່ອສ້າງສຳ­ເລັດແລ້ວໂຮງກັ່ນດັ່ງ ກ່າວຈະສາ­ມາດກັ່ນນໍ້າ­ມັນແອັດຊັງໄດ້ 2,38 ແສນຕັນຕໍ່ປີ ເທົ່າກັບ 300 ລ້ານລິດຕໍ່ປີ, ກາຊວນ 3,8 ແສນຕັນຕໍ່ປີເທົ່າກັບ 450 ລ້ານລິດຕໍ່ປີ, ແກ໊ສຫຸງຕົ້ມ 15,2 ພັນຕັນຕໍ່ປີ, ເບຣນຊິນ (pbenzene) 10,6 ພັນຕັນຕໍ່ປີ ແລະມາດ (suliur) 3,8 ພັນໂຕນຕໍ່ປີ, ສ່ວນວັດ­ຖຸດິບທີ່ໃຊ້ ໃນການກັ່ນແມ່ນນໍ້າ­ມັນ naphtha ແລະ ກາຊວນໜັກທີ່ໄດ້ຈາກໂຮງກັ່ນນໍ້າ­ມັນທີ່ໃຊ້ນໍ້າ­ມັນດິບເປັນວັດ­ຖຸດິບ, ຊຶ່ງຫາກໂຮງກັ່ນນໍ້າ­ມັນນີ້ສຳ­ເລັດ ຈະຊ່ວຍໃນການຫຼຸດຕົ້ນທຶນໃນການນຳເຂົ້ານໍ້າ­ມັນເຊື້ອໄຟສຳ­ເລັດຮູບໄດ້ຢ່າງຫຼວງ­ຫຼາຍ ລວມທັງສ້າງວຽກເຮັດງານທຳໃຫ້ກັບປະ­ຊາ­ຊົນ 200 ກວ່າຕຳ­ແໜ່ງງານ.

ຢ່າງ­ໃດກໍຕາມ ໂຄງ­ການໄດ້ເລີ່ມກໍ່ສ້າງມາແຕ່ທ້າຍປີ 2014 ແລະວຽກໃຫຍ່ໆທີ່ລົງ­ມືໄປແລ້ວ ຈະເປັນລະ­ບົບສາງເກັບວັດ­ຖຸດິບຂະ­ໜາດ 80 ລ້ານລິດ, ອາຄານທີ່ພັກ, ຫ້ອງ­ການ, ຫ້ອງຄວບຄຸມ ການຜະ­ລິດຈົນມາເຖິງທ້າຍປີ 2015 ໄດ້ເກີດມີບັນ­ຫາທາງການເງິນ ຈຶ່ງໄດ້ໂຈະການກໍ່­ສ້າງໄວ້ເຖິງປະ­ຈຸບັນ, ສ່ວນຜົນ­ສຳ­ເລັດແມ່ນສະ­ເລ່ຍໄດ້ປະ­ມານ 30% ຂະ­ນະທີ່ປະ­ຈຸບັນ ທ່ານ ໄພ­ທູນ ພົມພະພິທັກ ກ່າວວ່າ: ທາງຝ່າຍຈີນຜູ້ຖືຮຸ້ນໃຫຍ່ຮ່ວມກັບພາກຊ່ວຍທີ່ກ່ຽວຂ້ອງໂດຍສະ­ເພາະບໍ­ລິ­ສັດຮ່ວມຮຸ້ນກຳລັງເລັ່ງຫາວິ­ທີທາງແກ້ໄຂບັນ­ຫາ ໂດຍສະ­ເພາະເລື່ອງແຫຼ່ງເງິນທຶນ, ສ່ວນວ່າຈະສືບ­ຕໍ່ເລີ່ມລົງ­ມືກໍ່­ສ້າງໃນເວ­ລາໃດນັ້ນຍັງບໍ່ທັນມີລາຍລະ­ອຽດ, ໂດຍແຜນວຽກໃນ­ຕໍ່­ໜ້າທີ່ຈະປະ­ຕິ­ບັດປະ ກອບມີ ທາງໂຄງ­ການຈະສັ່ງຜະ­ລິດ ເຄື່ອງຈັກ ແລະອຸ­ປະ­ກອນຈາກ ສປ ຈີນ, ກໍ່­ສ້າງຖັງສະ­ກັດສານມາດ, ບ່ອນບຳ­ບັດນໍ້າເສຍ, ຖັງບັນ­ຈຸແກ໊ສ, ຖັງເກັບນໍ້າດັບ ເພີງ ແລະອື່ນໆ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...