spot_img
Homeມູມໄອທີລາວທົດສອບການບັນທຶກວີດີໂອເຄື່ອງ Nokia Lumia 930

ທົດສອບການບັນທຶກວີດີໂອເຄື່ອງ Nokia Lumia 930

Published on

ອີກບໍ່ດົນແລ້ວທີ່ໜຶ່ງໃນສຸດຍອດຮາດແວໂທລະສັບທີ່ມີຄວາມກ້າວໜ້າຫຼາຍທີ່ສຸດແບບ Lumia 930 ໂທລະສັບເຄື່ອງສຸດທ້າຍຈາກທາງ Nokia ກຳລັງຈະວາງຕະຫຼາດ ເຕັກໂນໂລຊີ ທີ່ອັດແໜ້ນຢູ່ພາຍໃນໂຕເຄື່ອງ ເຊັ່ນ ກ້ອງ PureView ຄວາມລະອຽດ 20 ລ້ານພິກເຊວພ້ອມກັບລະບົບຮາດແວປ້ອງກັນການສັ່ນໄຫວຢ່າງເຕັມຮູບແບບ (Optical Image Stabilization) ເຊັ່ນດຽວກັນກັບໄມໂຄຣໂຟນແບບ HDR ທີ່ມີຕິດຕັ້ງມາໃຫ້ໃຊ້ງານຫຼາຍເຖິງ 4 ໂຕ ພ້ອມກັບຊ໋ອບແວ Windows Phone 8.1 ທີ່ຮອງຮັບການໃຊ້ງານລະບົບບັນທຶກສຽງ Dolby Surround 5.1 ເຄື່ອງທຳອິດຂອງອຸດສາຫະກຳ

ກໍຄົງຕ້ອງບອກເລີຍວ່າເປັນຮາດແວທີ່ມີຄວາມໂດດເດັ່ນຫຼາຍເຄື່ອງໜຶ່ງຂອງຕະຫຼາດເລີຍ ເຊິ່ງຖືວ່າເປັນໂອກາດທີ່ດີທີ່ມີແຫຼ່ງຂ່າວຈາກຕ່າງປະເທດໄດ້ເຮັດການທົດສອບການບັນທຶກວີດີໂອຂອງ Lumia 930 ມາໃຫ້ເຮົາໄດ້ຮັບຊົມນຳກັນ

http://www.youtube.com/watch?v=0hihH0IU23c
http://www.youtube.com/watch?v=aPin4HR19cM
http://www.youtube.com/watch?v=SQtWcqj14vs

ທີ່ມາ: gsmarena

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...