spot_img
Homeຂ່າວທ້ອງຖິ່ນລາຄາໄມ້ຖີບໂຕສູງຂຶ້ນ- ພໍ່ຄ້າໄມ້ນອກລະບົບພວມຊອກຫາກົນລະຍຸດເດັດໆເພື່ອເອົາໄມ້ສົ່ງອອກ

ລາຄາໄມ້ຖີບໂຕສູງຂຶ້ນ- ພໍ່ຄ້າໄມ້ນອກລະບົບພວມຊອກຫາກົນລະຍຸດເດັດໆເພື່ອເອົາໄມ້ສົ່ງອອກ

Published on

1.ເປັນຫຍັງໄມ້ຈິ່ງແພງຂຶ້ນນັບມື້?
2.ເປັນຫຍັງຜູ້ພັດທະນາຈຳນວນໜຶ່ງຈິ່ງເລັ່ງສຳປະທານດິນບ່ອນປ່າດົງດິບ?
3.ເປັນຫຍັງນັກລົງທຶນບາງລາຍຈິ່ງເວົ້າແຕ່ການປູກຕົ້ນໄມ້ອຸດສາຫະກຳແບບໄຮ້ຈຸດໝາຍ ແລະ ໄຮ້ຜົນຕອບແທນ?
3 ຄຳຖາມຍອດໂດ່ງດັງ ແລະ ຮ້ອນໆຈາກໃນຊອງຈົດໝາຍຂອງປະຊາຊົນມີຄຳຕອບດັ່ງນີ້:

1.ຖ້າເບິ່ງຢ້ອນກັບຄືນປີ 2008 ປະເທດຈີນເປັນເຈົ້າພາບງານກິລາໂອລິມປິກ ເວລານັ້ນໄມ້ເນື້ອແຂງໂດຍສະເພາະໄມ້ດູ່ລາຍມີລາຄາໃນທ້ອງຕະຫລາດປະມານ 3.000-7.000 ໂດລາສະຫະລັດຕໍ່ແມັດກ້ອນເພື່ອນຳໄປປັບປຸງ ແລະ ປົວແປງພະລາດສະວັງເກົ່າແກ່ຕ້ອນຮັບໂອລິມປິກ

-ປະເດັນທີ 2 ປະເທດຈີນ, ເອີຣົບ ແລະ ອາເມລິກາພວມນິຍົມເຄື່ອງອຸປະກອນເຟີນີເຈີ ແລະ ຕົບແຕ່ງພາຍໃນເຮືອນ, ສຳນັກງານ ແລະ ອື່ນໆໂດຍໄມ້ເນື້ອແຂງເຊັ່ນໄມ້ດູ່ລາຍ, ໄມ້ດູ່ ແລະ ອື່ນໆ ບາງປະເທດກໍຖືວ່າການມີເຄື່ອງປະດັບເອ້ຢ້ອງພາຍໃນເຮືອນດ້ວຍໄມ້ດູ່ລາຍຈະເປັນໂຊກລາບ ແລະ ມີອຳນາດ
-ປະເດັນທີ 3: ຄວາມຕອ້ງການທີ່ສູງໃນທ້ອງຕະຫລາດ ແລະ ໄມ້ບົກແຫ້ງລົງນັບມື້ເຮັດໃຫ້ມີບາງກຸ່ມນັກລົງທຶນ ແລະ ຄົນຕ່າງປະເທດຫລັ່ງໄຫລເຂົ້າມາລາວດ້ວຍຫລາຍຮູບຫລາຍແບບເພື່ອຊອກສະແຫວງຫາໄມ້ສົ່ງອອກແບບຜິດກົດໝາຍ ແລະ ສວຍໂອກາດຊ່ອງວ່າງກົດໝາຍ
-ປະເດັນທີ 4: ການເຂົ້າມາຂອງນັກລົງທຶນມີລັກສະນະແບບໃຊ້ວິທີຫລາຍຢ່າງເປັນຕົ້ນ: ເຂົ້າມາໃນເບື້ອງຕົ້ນມາຄ້າມາຂາຍ ແລະ ເຮັດທຸລະກິດນ້ອຍໆເພື່ອມາສັງເກດການ ຫລື ຊອກຫາຊ່ອງທາງ ຫລັງຈາກນັ້ນຕີໂຕສະໜິດສະໜົມກັບເຈົ້າໜ້າທີ່ບາງລາຍ ແລະ ປະຊາຊົນຈຳນວນໜຶ່ງເພື່ອຮ່ວມທຸລະກິດກັນແບບ 70% ແລະ 30% ແຕ່ຕ້ອງອາໄສຄົນພາຍໃນເປັນຜູ້ເບີກທາງໃຫ້ໃນການສົ່ງອອກໄປປະເທດທີ 2 ເພື່ອປັບແຕ່ງ ແລະ ເຮັດເຟີນີເຈີສົ່ງອອກຂາຍຕ່າງປະເທດ ແລະ ປະເທດທີ 3 ຈາກຂໍ້ມູນເບື້ອງຕົ້ນທີ່ມີການລາຍງານຜ່ານອິນເຕີເນັດ ແລະ ແຫລ່ງມູນຕ່າງໆພົບວ່າມີບາງປະເທດນຳເອົາໄມ້ຈາກລາວໄປຂາຍໃຫ້ຕ່າງປະເທດມູນຄ່າປະມານ 9 ຕື້ໂດລາຕໍ່ປີ ແຕ່ຜູ້ຊື້ບໍ່ໄດ້ຮັບຮູ້ວ່າແຫລ່ງທີ່ມາວັດຖຸດິບແມ່ນມາຈາກໃສ່ກັນແທ້
-ປະເດັນທີ 5: ການເຂົ້າມາຂອງບາງກຸ່ມນັກລົງທຶນມີລັກສະນະດັ່ງນີ້: ມັກອ້າງວ່າຈະປູກໄມ້ອຸດສາຫະກຳ ແລະ ຂໍສຳປະທານເນື້ອທີ່ດິນກວ້າງໃຫຍ່ໄພສານໂດຍມີຊັບພະຍາກອນບໍ່ແຮ່ ແລະ ປ່າໄມ້ເປັນໂຕເດີນເກມ ຫລື ເອີ້ນວ່າຖານສ້າງລາຍໄດ້ໃຫຍ່ທີ່ສຸດ ຖ້າໃຫ້ເບິ່ງລົງໄປເລີກໆຄ້າຍກັບວ່າເຂົາເຈົ້າເຮັດແທ້ທຳຈິງ ແລະ ມີບາງແອບແຝງທີ່ບໍ່ສາມາດຮູ້ທັນຍົກຕົວໂຄງການປູກຕົ້ນຢາງພາລາກໍແມ່ນຮູບການໜຶ່ງ, ໂຄງການປູກໄມ້ເກດສະໜາກໍຮູ້ການໜຶ່ງ ແຕ່ສຸດທ້າຍຫລົ້ມສະຫລາຍ ຫລື ກາຍເປັນໂຄງການຂີ້ຕົວເພາະປະຊາຊົນສ່ວນໃຫຍ່ໄດ້ທຳລາຍເນື້ອທີ່ການຜະລິດ ແລະ ປ່າໄມ້ຈຳນວນໜຶ່ງໝົດແລ້ວເພື່ອມາປູກຕົ້ນໄມ້ດັ່ງກ່າວ ຕໍ່ມາເມື່ອຕົ້ນຢາງພາລາໃຫຍ່ພົບວ່ານ້ຳຢາງພາລາຫລຸດລົງຈາກ 17.000 ກີບຕໍ່ກິໂລມາເປັນ 3.000 ກີບຕໍ່ກິໂລ ປັດຈຸບັນປະຊາຊົນເບື່ອໜ່າຍແຮງ ແລະ ພາກັນຕົ້ນຢາງພາລາຖິ້ມເກືອບໝົດ

ວິທີຊອກທາງອອກເພື່ອຢຸດບັນຫາດັ່ງກ່າວ: ຂໍໃຫ້ປະຕິບັດຕາມຄຳສັງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 15/ນຍລົງວັນທີ 13 ພຶດສະພາ 2016ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້,ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເຊິ່ງລາຍລະອຽດໄດ້ນຳສະເໜີແລ້ວ
-ຕ້ອງສ້າງຕັ້ງໂຮງງານເອງ ແລະ ຜະລິດເອງເພື່ອສົ່ງອອກເອົາເງິນຕາຕ່າງປະເທດເຂົ້າມາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໂດຍມີການແບ່ງສັນປັນສ່ວນໃຫ້ແທດເໝາະວ່າອັນໃດຄວນສະຫງວນໄວ້ ແລະ ອັນໃດຄວນສົ່ງອອກ ລວມທັງປູກທົດແທນ
-ພະນັກງານກ່ຽວຂ້ອງ ແລະ ປະຊາຊົນຕ້ອງຫລຸດຜ່ອນຄວາມຍາກລົງແລ້ວເບິ່ງໄປຂ້າງໜ້າເພື່ອຜົນປະໂຫຍດສ່ວນລວມໃຫ້ຫລາຍຂຶ້ນ ເປັນເຈົ້າການຕິດຕາມກວດກາ ແລະ ສ່ອງສອດເປັນຫູເປັນຕາ
-ຖ້າລະບຽບ ແລະ ກົດໝາຍລະບຸໄວ້ໃຫ້ປະຕິບັດແນວໃດກໍຕ້ອງເຮັດຕາມນັ້ນຢ່າງເດັດຂາດ ບໍ່ມີການປ່ຽນແປງ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...