Homeຂ່າວຕ່າງປະເທດປະທານາທິບໍດີບຣາຊິນ ຖືກວຸດທິສະພາ ລະງັບປະຕິບັດໜ້າທີ່ ເພື່ອດຳເນີນຄະດີ ຂໍ້ຫາສໍ້ລາດບັງຫລວງ!

ປະທານາທິບໍດີບຣາຊິນ ຖືກວຸດທິສະພາ ລະງັບປະຕິບັດໜ້າທີ່ ເພື່ອດຳເນີນຄະດີ ຂໍ້ຫາສໍ້ລາດບັງຫລວງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ພຶດສະພາຜ່ານມານີ້ວ່າ ສະມາຊິກວຸດທິສະພາບຣາຊິນ ໄດ້ລົງມະຕິໃຫ້ລະງັບການປະຕິບັດໜ້າທີ່ຂອງ ທ່ານ ນາງ ດິນມາ ຣູດເຊບ ປະທານາທິບໍດີ ແຫ່ງ ບຣາຊິນ ເພື່ອເລີ່ມຂັ້ນຕອນ ຂະບວນການຟ້ອງຮ້ອງທາງກົດໝາຍ ໃນຂໍ້ກ່າວຫາສໍ້ລາດບັງຫລວງ ໂດຍກອງປະຊຸມໄດ້ລົງມະຕິ ເຫັນດີ 55 ສຽງ ແລະ ບໍ່ເຫັນດີ 22 ສຽງ.

ທັງນີ້ ໃນລະຫວ່າງຂະບວນການຮ້ອງຟ້ອງ ເພື່ອດຳເນີນຄະດີກັບຜູ້ນຳບຣາຊິນ ຊຶ່ງຈະຖືກດຳເນີນໄປເປັນເວລາ 6 ເດືອນ ແມ່ນ ທ່ານ ໄມເຄິນ ເຕເມີ ຮອງປະທານາທິບໍດີ ແຫ່ງ ບຣາຊິນ ຈະກ້າວຂຶ້ນມາດຳລົງຕຳແໜ່ງ ເປັນຜູ້ນຳບຣາຊິນແທນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...