spot_img
Homeນານາສາລະເມື່ອຄົນໃກ້ໂຕເຮົາເກີດອາການສະໝັກ ມີແນວຄາຄໍ ສິ່ງທີ່ຄວນເຮັດດ່ວນໆຄື...

ເມື່ອຄົນໃກ້ໂຕເຮົາເກີດອາການສະໝັກ ມີແນວຄາຄໍ ສິ່ງທີ່ຄວນເຮັດດ່ວນໆຄື…

Published on

ອາການສະໝັກ ມັກເກີດຈາກອາຫານ ຫຼື ສິ່ງໃດນຶ່ງຫຼົງເຂົ້າໄປໃນຫຼອດລົມ ຫຼື ທາງເດີນຫາຍໃຈ ເຮັດໃຫ້ຜູ້ສະໝັກບໍ່ສາມາດເວົ້າ ໄອ ຫຼື ຫາຍໃຈໄດ້ ເຊິ່ງຫາກຊ່ອຍເຫຼືອບໍ່ທັນອາດເປັນອັນຕະລາຍເຖິງຊີວິດໄດ້ ໂດຍສະເພາະໃນກຸ່ມຜູ້ອາຍຸສູງ.

ຄວາມຮຸນແຮງ ຫຼື ອັນຕະລາຍຂອງການສະໝັກ ມີດັ່ງນີ້:

  • ຕໍາແໜ່ງທີ່ເກີດການອັດຕັນໃນເວລາສະໝັກເຊັ່ນເກີດການອັດຕັນເໜືອບໍລິເວນສາຍສຽງ ສິ່ງທີ່ອັດຕັນກໍຈະຫຼຸດອອກໄດ້ງ່າຍກວ່າບໍລິເວນທີ່ຕໍ່າກວ່າ
  • ຫາກຂະໜາດຂອງສິ່ງທີ່ໄປອັດຕັນມີຂະໜາດໃຫຍ່ຫຼາຍກໍຈະຫຼຸດອອກໄດ້ຍາກ
  • ຖ້າເປັນການອັດຕັນພຽງບາງສ່ວນ ສິ່ງທີ່ເຂົ້າໄປອັດກໍຈະຫຼຸດອອກມາໄດ້ງ່າຍກວ່າ
  • ໄລຍະເວລາທີ່ມີການອັດຕັນ ຫາກດົນເກີນໄປກໍຈະເປັນອັນຕະລາຍຫຼາຍ ເນື່ອງຈາກສິ່ງອັດຕັນຈະເຮັດໃຫ້ເຍື່ອທໍ່ທາງເດີນຫາຍໃຈມີອາການບວມ ແລະ ເຄັ່ງ.

ອາການຂອງຄົນສະໝັກທີ່ສັງເກດໄດ້:

  • ຜູ້ທີ່ສະໝັກ ມັກຈະໃຊ້ມືໄປຈັບທີ່ຄໍຂອງຕົນເອງ
  • ຜູ້ທີ່ສະໝັກ ຫາຍໃຈບໍ່ອອກ ໄອ ຫຼື ຫາຍໃຈບໍ່ໄດ້
  • ຜູ້ທີ່ສະໝັກ ບໍ່ສາມາດເວົ້າໄດ້
  • ຜູ້ທີ່ສະໝັກ ບໍ່ສາມາດໄອ ເພື່ອໃຫ້ອາຫານ ຫຼື ສິ່ງທີ່ຄາຄໍອອກມາໄດ້
  • ຮີມສົບ ແລະ ໜ້າປ່ຽນສີ
  • ໃນທີ່ສຸດ ຜູ້ທີ່ສະໝັກຈະໝົດສະຕິ ແລະ ເປັນລົມ
ການສະໝັກນັ້ນເກີດຂຶ້ນເນື່ອງຈາກມີສິ່ງກີດຂວາງທາງເດີນຫາຍໃຈ ຫຼື ຫຼອດລົມ ແລະ ມັັກເປັນສາເຫດຂອງການຕາຍທີ່ພົບເຫັນເລື້ອຍໆ ດັ່ງນັ້ນ ການຊ່ອຍເຫຼືອຜູ້ທີ່ສະໝັກແມ່ນມີຄວາມຈໍາເປັນທີ່ຜູ້ຢູ່ອ້ອມຂ້າງຈະຕ້ອງຮູ້ ເພື່ອຊ່ອຍເຫຼືອຜູ້ສະໝັກ ໂດຍມີວິທີການເບື້ອງຕົ້ນດັ່ງຕໍ່ໄປນີ້:
ຫາກຜູ້ທີ່ສະໝັກບໍ່ສາມາດໄອໄດ້ເອງ ຫຼື ໄດ້ພະຍາຍາມໄອແລ້ວແຕ່ບໍ່ໄດ້ຜົນ ຜູ້ທີ່ເຫັນເຫດການຄວນຕົບແຮງໆທີ່ບໍລິເວນຫຼັງຂອງຜູ້ສະໝັກ ເພື່ອກະຕຸ້ນໃຫ້ເກີດການໄອ ຄວນເຮັດຊໍ້າ 5 ຄັ້ງ ຫາກສິ່ງທີ່ຄາຄໍຍັງບໍ່ອອກມາໝົດ ວິທີ  Heimlich Maneuver ສາມາດປະຕິບັດໄດ້ໃນຜູ້ໃຫຍ່ ຫຼື ເດັກທີ່ມີອາຍຸຫຼາຍກວ່າ 1 ປີຂຶ້ນໄປ:
  1. ໃຫ້ຜູ້ສະໝັກຢືນຂຶ້ນ
  2. ຢືນທາງຫຼັງຜູ້ສະໝັກໂດຍໃຫ້ຂາເບື້ອງນຶ່ງຢູ່ລະຫວ່າງຂາທັງສອງເບື້ອງຂອງຜູ້ສະໝັກ ເພື່ອຊູຜູ້ສະໝັກໃນກໍລະນີໝົດສະຕິ

SPS_Untitled-001-300x225

3. ຄວນແຈ້ງໃຫ້ຜູ້ສະໝັກຮູ້ວ່າ ພວມໃຫ້ການຊ່ອຍເຫຼືອ
4. ໃຊ້ແຂນທັງສອງເບື້ອງໂອບຮອບແອວຜູ້ສະໝັກ ຄວນລະວັງຢ່າໃຫ້ແຂນຢູ່ບໍລິເວນກະດູກຂ້າງ ເນື່ອງຈາກອາດຈະມີຜົນເຮັດໃຫ້ດູກຂ້າງຫັກໄດ້

SPS_Untitled-2-300x225

5. ກໍາມືຂ້າງໜຶ່ງ ໂດຍໃຫ້ນີ້ວໂປ້ຢູ່ຕິດກັບໂຕຜູ້ສະໝັກ ໃນບໍລິເວນທີ່ເໜືອສາຍບືຂຶ້ນມາໜ້ອຍນຶ່ງ ແລະ ຢູ່ກ້ອງຂໍ້ຕໍ່ກະດູກແຜງໜ້າເອິກ

SPS_Untitled-3-300x225

6. ໃຊ້ມືອີກເບື້ອງໜຶ່ງຈັບເບື້ອງທີ່ກໍາເອົາໄວ້

SPS_Untitled-4-300x225

7. ອອກແຮງດັນມືທີ່ກໍາໄວ້ຂຶ້ນມາທາງເທິງຢ່າງວ່ອງໄວ ແລະ ຄວນອອກແຮງໃຫ້ຫຼາຍພໍທີ່ຈະດັນສິ່ງທີ່ຄາຄໍຢູ່ໃຫ້ອອກມາ

SPS_Untitled-5-300x225

8. ໃນການອອກແຮງດັນນັ້ນ ຈະຊ່ອຍເຮັດໃຫ້ກະບັງລົມດັນໃຫ້ອາກາດອອກມາຈາກປອດຂອງຜູ້ສະໝັກ ເຮັດໃຫ້ເກີດລັກສະນະທີ່ຄ້າຍຄືກັບໄອ
9. ອອກແຮງຊູຜູ້ສະໝັກເອົາໄວ້ ເນື່ອງຈາກຜູ້ສະໝັກອາດໝົດສະຕິ ຫາກການຊ່ອຍເຫຼືອບໍ່ໄດ້ຜົນ
10. ຄວນເຮັດຊໍ້າໄດ້ເຖິງ 5 ຄັ້ງ ຫາກບໍ່ໄດ້ຜົນຕ້ອງຮີບທໍາການກູ້ຊີບທັນທີ ແລະ ຄວນຮຽກລົດໂຮງໝໍໂດຍດ່ວນ

ຂໍ້ຄວນລະວັງ

  • ບໍ່ຄວນໃຊ້ວິທີ  Heimlich maneuver ຫາກບໍ່ແນ່ໃຈວ່າເປັນການສະໝັກ
  • ໃນກໍລິນີທີ່ຜູ້ສະໝັກໝົດສະຕິໄປແລ້ວ ຄວນຮຽກລົດໂຮງໝໍໂດຍດ່ວນ ແລະ ເລີ່ມທໍາການກູ້ຊີວິດ CPR ເປົ່າປາກ ປໍ້າຫົວໃຈ ຫາກມີອາການຫົວໃຈຢຸດເຕັ້ນທັນທີ
  • ກໍລະນີເປັນຍິງຖືພາ ແລະ ຄົນຕຸ້ຍ ສາມາດໃຊ້ວິທີ Heimlich maneuver ໂດຍໃຊ້ກໍາປັ້ນກົດໜ້າທ້ອງບໍລິເວນກ່ອງລີ້ນປີ່ ພ້ອມກັບການຕົບ ຫຼື ຊັດຫຼັງແຮງໆພໍທີ່ຈະຊ່ອຍເພີ່ມແຮງດັນໃນຊ່ອງເອິກ ແລະ ທາງເດີນຫາຍໃຈ ເຮັດໃຫ້ສິ່ງທີ່ອັດຕັນນັ້ນຖືກຂັບອອກມາໄດ້ ແລະ ຄວນເຮັດຊໍ້າຖ້າສິ່ງອັດຕັນຍັງບໍ່ຫຼຸດອອກມາ

ສໍາລັບໃນກໍລະນີທີ່ເກີດກັບເດັກນ້ອຍ ມີຂໍ້ແນະນໍາງ່າຍດັ່ງນີ້:

  • ວາງເດັກຂວໍ້າລົງເທິງແຂນ ແລະ ວາງແຂນນັ້ນລົງເທິງໜ້າຕັກ ໃຫ້ຫົວຂອງເດັກຢູ່ຕໍ່າ ຫຼື ຄ້ອຍລົງ
  • ເຄາະຫຼັງ 5 ຄັ້ງຕິດຕໍ່ກັນ ແຖວຫວ່າງກາງກະດູກປີກທັງສອງຂ້າງ (ກາງສັນຫຼັງຂ້ອນເມືອທາງເທິງ)
  • ພິກເດັກໃຫ້ຫງາຍເທິງແຂນອີກຂ້າງໜຶ່ງເຊິ່ງວາງໄວ້ເທິງໜ້າຕັກ ໃຫ້ຫົວຄ້ອຍລົງຄືເກົ່າ ແລ້ວກົດໜ້າເອິກໂດຍໃຊ້ສອງນິ້ວກົດເທິງກະດູກໜ້າເອິກໃນຕໍາແໜ່ງເທິງຫົວນົມທັງສອງເບື້ອງລົງມານຶ່ງຝາມື
  • ເຮັດຊໍ້າອີກຈົນກວ່າສິ່ງທີ່ອັດຕັນຈະຫຼຸດອອກມາ ຫຼື ຈົນເດັກໝົດສະຕິ ຫາກເດັກໝົດສະຕິໃຫ້ທໍາການປະເມີນການຫາຍໃຈ ການເຕັ້ນກໍາມະຈອນ ແລະ ໃຫ້ການຊ່ອຍເຫຼືອການຫາຍໃຈ ສະຫຼັບກັບການເຄາະຫຼັງ ແລະ ກົດໜ້າເອິກ

SPS_images-1

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...