spot_img
Homeນານາສາລະ7 ປະໂຫຍດຂອງນ້ຳເຊື້ອອະສຸຈິທີ່ທຸກຄົນອາດບໍ່ເຄີຍຮູ້!

7 ປະໂຫຍດຂອງນ້ຳເຊື້ອອະສຸຈິທີ່ທຸກຄົນອາດບໍ່ເຄີຍຮູ້!

Published on

ຫາກເວົ້າເຖິງ ສະເປີມ ຫຼື ເຊື້ອອະສຸຈິ ແລ້ວ ໜຸ່ມໆອາດຈະຮູ້ກັນດີຢູ່ແລວວ່າ ສະເປີມເປັນຂອງແຫລວຈາກຮ່າງກາຍທີ່ເປັນສ່ວນສຳຄັນໃນການມີລູກທີ່ສຸດ ແຕ່ເຊື່ອເລີຍວ່າມີຜູ້ຊາຍຈຳນວນຫຼາຍທີ່ຍັງບໍ່ຮູ້ວ່າສະເປີມ ມີປະໂຫຍດດ້ານອື່ນໆອີກດ້ວຍ.

f71

ຊ່ວຍຫລຸດຜ່ອນຄວາມຄຽດໃຫ້ກັບແມ່ຍິງໄດ້ 

ຜົນການສຶກສາທີ່ໜ້າສົນໃຈຂອງມະຫາວິທະຍາໄລ ນິວຢອກ (The State University of New York) ເຜີຍວ່າ ສາວໆທີ່ໄດ້ຮັບເຊື້ອອະສຸຈິເຂົ້າຮ່າງກາຍໂດຍກົງຜ່ານການຮ່ວມເພດກັບຄົນຮັກແບບບໍ່ໃສ່ຖົງຢາງ ຈະມີຄວາມສຸກຫຼາຍຂຶ້ນ ນອນລັບງ່າຍຂຶ້ນ ແລະ ຊ່ວຍຜ່ອນຄາຍຄວາມຄຽດໄດ້ ເນື່ອງຈາກສະເປີມຊ່ວຍໃຫ້ຮ່າງກາຍຂອງຜູ້ຍິງເລັ່ງການຜະລິດສານເຊໂຣໂທນິນ ແລະ ຮໍໂມນອອກຊີໂທຊິນ ນັ້ນເອງ

ສະເປີມຊ່ວຍເພີ່ມໂອກາດໃນການມີລູກ

ຄະນະວິທະຍາສາດຈາກ University of Saskatchewan ໃນປະເທດແຄນນາດາ ພົບໂປຣຕິນຊະນິດໜຶ່ງໃນສະເປີມທີ່ເຮັດໜ້າທີ່ຄ້າຍຮໍໂມນສຳຄັນຕໍ່ສະໝອງຂອງສາວໆ ເພື່ອເລັ່ງການຕົກໄຂ່ໃຫ້ໄວຂຶ້ນກ່ວາເດີມ ເພາະເມື່ອມີເພດສຳພັນນາງຈະມີໂອກາດຖືພາໄດ້ສູງ

ຕົວອະສຸຈິມີຊີວິດຢູ່ໄດ້ບໍ່ດົນ 

ຜູ້ຊາຍບາງຄົນອາດຄິດວ່າເຊື້ອອະສຸຈິຂອງຕົວເອງສາມາດມີຊີວິດຢູ່ໄດ້ຫຼາຍມື້ ແຕ່ໃນຄວາມເປັນຈິງແລ້ວ ເມື່ອທ່ານລັ່ງອະສຸຈິເຂົ້າສູ່ຮ່າງກາຍແມ່ຍິງ ສະເປີມ ປະມານ 300-500ລ້ານຕົວທີ່ຢູ່ໃນນ້ຳອະສຸຈິຈະຕາຍພາຍໃນ 1 ຊົ່ວໂມງ ເພາະຖືກຂ້າໂດຍກົດ ແລະ ລະບົບພູມຄຸ້ມກັນຂອງແມ່ຍິງ ຈາກນັ້ນຈະເຫຼືອຕົວສະເປີມພຽງ 5-10 ຕົວເທົ່ານັ້ນທີ່ຈະເຂົ້າໄປປະຕິສົນທີກັບໄຂ່ໄດ້

f69

ສະເປີມໃຊ້ປະກອບອາຫານໄດ້

ຟັງແລ້ວຫຼາຍຄົນອາດຮູ້ສຶກປວດຮາກ ແລະ ບໍ່ເຊື່ອວ່າສະເປີມສາມາດນຳມາປະກອບອາຫານໄດ້ແທ້ ແຕ່ບອກເລີຍວ່າ ນີ້ແມ່ນເລື່ອງຈິງ ຈົນເຖິງຂັ້ນມີໜັງສືສູດອາຫານຈາກ ສະເປີມ ເຊິ່ງໜັງສືມີຊື່ວ່າ “Natural Harvest – A Collection of Semen-Based Recipes” ຂຽນໂດຍ Paul ‘Fotie’ Photenhauer ນັກຂຽນໜຸ່ມຊາວເຢຍລະມັນ ເຊິ່ງມີຕົວຢ່າງອາຫານທີ່ໃຊ້ສະເປີມເປັນສ່ວນປະສົມເຊັ່ນ: ຊອສບາບີຄິວ ແລະ ຄາຣາເມລ ລມທັງໃຊ້ປະສົມກັບເຄື່ອງດື່ມໄດ້ອີກຕ່າງຫາກ

ສະເປີມດີຕໍ່ສຸຂະພາບຜິວ

ເນື່ອງຈາກໃນສະເປີມອຸດົມໄປດ້ວຍແຮ່ທາດຫຼາຍ ບໍ່ວ່າຈະເປັນສັງກະສີ, ວິຕາມິນຊີ, ສານພອສຕາແກລນດິນ, ຄໍລາເຈນ ແລະ ກົດອະມິໂນ ເຊິ່ງລ້ວນແຕ່ມີຄຸນປະໂຫຍດຕໍ່ສຸຂະພາບຜິວທັງນັ້ນ ໂດຍທາງ  Bioforskning ບໍລິສັດເຄື່ອງສຳອາງປະເທດ ນໍເວ ໄດ້ນຳສານສະກັດຈາກ ສະເປີມມາເຮັດເປັນຄີມບຳລຸງຜິວໜ້າ ພ້ອມບອກວ່າຄີມດັ່ງກ່າວຊ່ວຍເຮັດໃຫ້ຜິວໜຸ່ມຂຶ້ນເຖິງ 20%

ຍິ່ງລັ່ງນ້ຳອະສຸຈິຫຼາຍເທົ່າໃດ ສະເປີມກໍ່ຈະມີຄຸນນະພາບຫຼາຍເທົ່ານັ້ນ

ງານວິໄຈເຜີຍວ່າ ການລັ່ງອະສຸຈິເປັນປະຈຳບໍ່ວ່າຈະເຮັດໂດຍການຮ່ວມເພດ ຫຼື ຊ່ວຍຕົວເອງ ຈະຊ່ວຍໃຫ້ຕົວສະເປີມແຂງແຮງຂຶ້ນ ແຖມຊ່ວຍຫລຸດຄວາມສ່ຽງຂອງການເປັນໂຣກກ່ຽວກັບຕ່ອມລູກໝາກອີກດ້ວຍ

 ສະເປີມມີປະໂຫຍດຕໍ່ການຝັງຕົວອ່ອນ

ເຖິງແມ່ນວ່າຄູ່ຮັກຫຼາຍຄູ່ບໍ່ກ້າມີເຊັກສ໌ຫຼັງຈາກເຮັດເດັກໃນຫຼອດແກ້ວ ເພາະຢ້ານວ່າອາດເຮັດໃຫ້ເກີດຜົນເສຍ ແຕ່ວ່າມີຜົນງານວິໄຈທີ່ໄດ້ຮັບການຕີພິມລົງວາລະສານ Oxford Journal ບອກວ່າ ຄູ່ຮັກຮ່ວມເພດກັນຕາມປົກກະຕິ ເນື່ອງຈາກສະເປີມຈະຊ່ວຍໃຫ້ການຝັງຕົວອ່ອນໃນເດັກຫຼອດແກ້ວໄດ້ງ່າຍຂຶ້ນ ເຊິ່ງເທົ່າກັບວ່າຊ່ວຍໃຫ້ຝ່າຍຍິງຖືພາໄດ້ສຳເລັດນັ້ນເອງ

 

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...