ການທຳບຸນ ຢ່າຫວັງໄດ້ບຸນສະເຫມີໄປ ຖ້າໃຫ້ທານບໍ່ຄົບປັດໄຈເຖິງຈະທານໝົດຫຼາຍປານໃດກໍ່ບໍ່ໄດ້ບຸນ
– ໃນທຸກວັນນີ້ເຫັນວ່າຊາວພຸດເຮົາມັກສະແຫວງບຸນກັນຫຼາຍ ແລະ ນິຍົມກັນເຂົ້າວັດ ທຳບຸນ ຫຼື ຕັ້ງມູນນິທິນັ້ນນີ້ຂື້ນມາເພື່ອຊ່ວຍເຫຼືອ ສົງເຄາະ ສັງຄົມ ເພື່ອນມະນຸດ ຢ່າງກ້ວາງຂວາງ ແລະ ເປັນແຟຊັ່ນກະແສນິຍົມກັນ, ເຖິງວ່າການທຳບຸນຈະໄກປານໃດກໍ່ບໍ່ສົນ ຍາກປານໃດກໍ່ບໍ່ຖອຍ ຂໍພຽງໄດ້ໄປຕາມທີ່ໃຈຕ້ອງການ, ໄດ້ຊ່ວຍເຫຼືອສັງຄົມ ເພື່ອນມະນຸດ ແລະ ໄດ້ທຳໜ້າທີ່ຂອງຕົນເອງເພື່ອຊາວໂລກ ກໍ່ພໍໃຈແລ້ວ ອັນນີ້ໜ້າ ຍົກຍ້ອງສັນລະເສີນ ແລະ ອະນຸໂມທະນານຳຫຼາຍໆ.
– ມີບາງຄົນເຮັດບຸນມາແລ້ວສຸດແສນທີ່ຈະມີຄວາມສຸກ ທຸກຢ່າງສົມຫວັງ ຊີວິດລາບລື້ນ ຈິດໃຈສະຫງົບ ຜ່ອງໃສ, ແຕ່ຍັງມີອີກຄົນຈຳນວນບໍ່ນ້ອຍ ເຮັດບຸນມາແລ້ວຊ້ຳພັດ ທໍ້ແທ້ ຜິດຫວັງ ຈິດໃຈເສົ້າຫມອງ ມີບັນຫາຕ່າງໆນາໆເຂົ້າມາໃນຊີວິດ.
– ດັ່ງທີ່ພວກເຮົາຮູ້ກັນໃນໂລກອອນລາຍວ່າ ໃນປະຈຸບັນມີຄົນຈຳນວນຫນື່ງທີ່ສວຍໂອກາດ ຫາກິນແບບບໍ່ຊອບທຳ ທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ ແລະ ສີນລະທັມ ເອົາພຣະພຸດທະສາສະໜາເປັນສາກບັງຫນ້າຫາກິນ ເຫັນແລ້ວເປັນຕາສົງສານ ໜ້າສົມເພດເວດທະນາ.
– ແຖມກັບຊາວພຸດເຮົາກໍ່ຖືເບົາເອົາງ່າຍເກີນໄປ, ວ່າແຕ່ມີຄົນມາແຜ່ເງິນບໍ່ຈັກວ່າພຣະວ່າໂຍມ ວ່າແຕ່ຂື້ນຊື່ວ່າສ້າງວັດແລ້ວຕ່າງຄົນກໍ່ຕ່າງຮີບຈົກເງິນຍໍມືໃສ່ໂລດ, ໂດຍບໍ່ໄດ້ຄິດໜ້າຄິດຫຼັງ. ເຖິງຢ່າງໃດກໍ່ຕາມຂໍເຕືອນທ່ານທັງຫຼາຍວ່າ: ການທຳບຸນນັ້ນເປັນເລື່ອງດີແຕ່ຄວນມີສະຕິ ແລະ ໃຊ້ປັນຍາໃຫ້ຮອບຄອບແນ່.
– ໃນສະໄໝພຸດທະການ ພຣະພຸດທະເຈົ້າ ກໍ່ໄດ້ກ່າວເຖິງເລື່ອງການໃຫ້ທານໂດຍຕະຫຼອດ ແລະ ກໍ່ໄດ້ສັນລະເສີນແກ່ຜູ້ທີ່ໃຫ້ທານເຊັ່ນກັນ ດັ່ງທີ່ພຣະອົງຕັສວ່າ: ປຸນຍານິ ປາລະໂລກກັສມິງ ປະຕິດທາໂຫນຕິ ແປວ່າ: ບຸນຍ່ອມເປັນທີ່ເພີ່ງຂອງສັດພາຍໜ້າ.
– ເພາະວ່າການທຳບຸນດ້ວຍການ ໃຫ້ທານ ນັ້ນຄື ປັດໄຈພື້ນຖານຂອງການເລີ່ມຕົ້ນສ້າງຄວາມດີ, ແຕ່ວ່າການທຳບຸນທີ່ພຣະພຸດທະເຈົ້າສອນນັ້ນຄື: ສອນໃຫ້ມະນຸດກະທຳຢ່າງມີ ສະຕິ ປັນຍາ ບໍ່ແມ່ນທານແບບສະເປະ ສະປະ ໂງ່ເຂົາເບົາປັນຍາ.
– ພຣະພຸດທະສາສະໜາ ໄດ້ຈັດປະເພດ ແລະ ປັດໄຈຕ່າງໆຂອງຜູ້ໃຫ້ທານດັ່ງນີ້:
+ ປະເພດຂອງຜູ້ໃຫ້ທານແບ່ງອອກເປັນ 2 ປະເພດຄື:
1. ໃຫ້ທານດ້ວຍສັດທາ
2. ໃຫ້ທານດ້ວຍປັນຍາ
– ໃຫ້ທານດ້ວຍສັດທາ ຫມາຍເຖິງວ່າ: ເມື່ອໄດ້ຍິນໄດ້ຟັງຄົນອື່ນຊັກຊວນໄປທຳບຸນ ຫຼື ມີພຣະສົງມາແຜ່ເງິນ ຕົນເອງກໍ່ເກີດສັດທາຂື້ນໂລດ ແລະ ກໍ່ຈົກໃຫ້ແບບງ່າຍດາຍ ໂດຍບໍ່ໄດ້ພິຈາລະນາໄຕຕອງຫຍັງເລີຍ.
– ໃຫ້ທານດ້ວຍປັນຍາ ຫມາຍເຖີງວ່າ: ກ່ອນເຮົາຈະ ທຳບຸນໃຫ້ທານຕ່າງໆກໍ່ຕາມ ຄວນທີ່ພິນິດ ພິຈາລະນາເຖິງຕົ້ນປາຍ ສາເຫດວ່າ ຄົນມາແຜ່ເງິນນັ້ນຄືໃຜ ມີຈຸດປະສົງເພື່ອຫຍັງ ມີຫນັງສືອະນຸຍາດບໍ່ ຫນັງສືນັ້ນແທ້ ຫຼື ປອມ ແລະ ຢ່າລືມຖາມໂຕເອງວ່າ ເຮົາພ້ອມທີ່ຈະໃຫ້ບໍ່, ປຶກສາຄອບຄົວ ຫຼື ຍັງ, ມີເງິນຫຼາຍປານໃດ, ຄວນໃຫ້ຫຼາຍປານໃດ, ຖ້າທຳບຸນໄປຕົນເອງຈະເຫຼືອໄວ້ກິນບໍ.
+ ປັດໄຈຂອງການໃຫ້ທານຄື:
1.ວັດຖຸທີ່ເຮົາຈະໃຫ້ຕ້ອງບໍລິສຸດ.
2.ກ່ອນຈະໃຫ້ຕ້ອງທຳໃຈບໍລິສຸດ ຍິນດີໃນຂອງທີ່ຈະໃຫ້.
3.ໃນຂະນະທີ່ໃຫ້ຕ້ອງຍິນດີ ພໍໃຈ ໃນຜົນທານນັ້ນ.
4.ເມື່ອໃຫ້ໄປແລ້ວຕ້ອງອະນຸໂມທະນາ ບໍ່ລັ່ງເລສົງໃສ ບໍ່ກິນແຫນ່ງ ເດືອດຮ້ອນໃນພາຍຫລັງ.
+ ເປົ້າຫມາຍສູງສຸດໃນການໃຫ້ຄື:
1.ໃຫ້ເພື່ອກຳຈັດຄວາມຕະຫນີ່ ຂີ້ໜຽວທີ່ມີໃນໃຈ ເພື່ອລົດລະຄວາມຢຶດຕິດໃນວັດຖຸ.
2.ໃຫ້ເພື່ອສົງເຄາະ ຊ່ວຍເຫຼືອສັງຄົມ ເພື່ອນມະນຸດທີ່ຍັງມີຊີວິດຢູ່ຮ່ວມໂລກດຽວກັນ.
3.ໃຫ້ເພື່ອສົງເຄາະແກ່ຍາດພີ່ນ້ອງ ຫຼື ຜູ້ມີພະຄຸນ ທີ່ໄດ້ລະຈາກໂລກນີ້ໄປແລ້ວ.
4.ໃຫ້ເພື່ອເປັນການສັ່ງສົມປາລະມີແກ່ຕົນເອງ.
5. ໃຫ້ເພື່ອຄວາມສຸກ.
+ ບຸກຄົນທີ່ຈະຕ້ອງໃຫ້ມີຄື:
1.ພໍ່ແມ່.
2.ວັດວາ ສາສະໜາ.
3.ຄົນຍາກຈົນ.
4.ສາທາລະນະປະໂຫຍດ…….
ເຮົາຈະໃຫ້ບຸກຄົນປະເພດໃດກໍ່ໄດ້ ຂໍພຽງໃຫ້ດ້ວຍໃຈຍ່ອມໄດ້ບຸນແນ່ນອນ.
– ທັງໝົດທີ່ກ່າວມານີ້ລ້ວນແລ້ວແຕ່ຂະບວນການໃນການໃຫ້ທານ, ອັນນີ້ເປັນພຽງສ່ວນໃດສ່ວນໜຶ່ງທີ່ຍົກຂື້ນມາເວົ້າ, ສີ່ງສຳຄັນທີ່ສຸດໃນການໃຫ້ທານ ຫຼື ຈະເວົ້າໄດ້ວ່າຫົວໃຈຂອງການໃຫ້ນັ້ນກໍ່່ຄື ” ປັນຍາ ” ນັ້ນເອງ, ເຖິງວ່າເຮົາຈະໃຫ້ຄົບ 4 ປັດໄຈ 5 ເປົ້າໝາຍ ທານແກ່ບຸກຄົນໃດຄົນໜື່ງກໍ່ຕາມ ດັ່ງທີ່ໄດ້ເວົ້າໄປໃນຂ້າງຕົ້ນນັ້ນແລ້ວວ່າ ຖ້າຫາກເຮົາຂາດຢ່າງຫນື່ງຄື ປັນຍາ ການທຳບຸນຂອງເຮົາກໍ່ຈະກາຍເປັນ ບຸນທີ່ບໍ່ມີຣົດຊາດ ຫຼື ບຸນແກມ ທຸກ ກໍ່ເປັນໄດ້.
ໂດຍ: ພຣະບົວເງີນ