ຍ້ອນການທ່ອງທ່ຽວເປີດກວ້າງ ພາໃຫ້ປະກອບການຂາຍເຄື່ອງທີ່ລະນຶກ ມີຊີວິດດີຂຶ້ນ

 ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ເປີດ ກວ້າງ ແລະ​ໃຫ້​ຄວາມ​ສຳ­ຄັນ​ໃນ ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ຫຼາຍ ຂຶ້ນ ຈິ່ງ​ເຮັດ​ໃຫ້​ຜູ້​ປະ­ກອບ​ກິດ​ຈະ ການ​ຄ້າ​ຂາຍ­ເຄື່ອງ​ຕ່າງໆ ໂດຍສະ­ເພາະ​ແມ່ນ​

ຂອງ​ທີ່​ລະ­ນຶກ​ຕາມ ສະ­ຖານ­ທີ່​ຕ່າງໆ​ນັບ​ວ່າ​ມີ​ຊີ­ວິດ ການ​ເປັນ​ຢູ່​ດີ ແລະ​ໜຶ່ງ​ໃນ​ນັ້ນ ກໍ​ມີ ຄອບ­ຄົວ​ຂອງ ພໍ່​ເພັດ​ສະ­ໝອນ ທີ່​ມີ ຄວາມ​ເປັນ​ຢູ່​ດີ​ຄື​ທຸກ​ວັນ​ນີ້​ຍ້ອນ ການ​ຂາຍ­ເຄື່ອງ​ທີ່​ລະ­ນຶກ​ທີ່​ເດີ່ນ​ພະ​ທາດ­ຫຼວງ.

ພໍ່​ເພັດ​ສະ​ໜອນ ມະ­ນີ​ວົງ ໄວ​ປະ ມານ 60  ກວ່າ​ປີ ເລົ່າ​ສູ່​ຟັງ​ວ່າ: ເມື່ອ​ຫວນ​ຄືນ​ໄປ​ປະ­ມານ 30 ກວ່າ ປີ​ກ່ອນ​ຕອນ​ເພິ່ນ​ຍັງ​ເຮັດ​ວຽກ​ນຳ ລັດ ຊຶ່ງ​ຫຼັງ​ຈາກ​ເລິກ​ຈາກ​ວຽກ​ກໍ​ກັບ​ມາ​ຊ່ວຍ​ຄອບ­ຄົວ​ຂາຍ­ເຄື່ອງ, ແຕ່​ໃນ​ເວ­ລາ​ນັ້ນ​ການ​ຂາຍ­ເຄື່ອງ​ປະ­ເພດ​ເຄື່ອງ​ດື່ມ​ຕາມ​ທີ່​ສາ​ທາ    ລະ­ນະ​ຂອງ​ເພິ່ນ​ກໍ​ພຽງ​ແຕ່​ກຸ້ມ​ຢູ່ ກຸ້ມ​ກິນ​ເທົ່າ​ນັ້ນ ເໜືອນ​ກັບ​ວ່າ​ທຸ­ລະ ກິດ​ດ້ານ​ນີ້​ບໍ່​ມີ​ຄວາມ​ກ້າວ­ໜ້າ, ແຕ່ ເພິ່ນ​ກໍ​ພະ­ຍາ­ຍາມ​ສູ້​ຊົນ​ຕໍ່​ໄປ ເພື່ອເຮັດ​ແນວ­ໃດ​ຢາກ​ໃຫ້​ຄອບ­ຄົວ ມີ​ຊີ­ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ, ພ້ອມ ທັງ​ສາ­ມາດ​ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້ ແກ່​ຄອບ­ຄົວ, ພໍ​ເພິ່ນ​ເຮັດ​ວຽກ​ປະ ຈຳ​ຄວບ​ຄູ່​ກັບ​ການ​ຂາຍ­ເຄື່ອງ​ນັ້ນ ໄປ​ໄດ້​ໄລ­ຍະ​ໜຶ່ງ​ເພິ່ນ​ກໍ​ໄດ້​ພັກ​ບຳ ນານ ແລະ​ຫັນ​ມາ​ເອົາ​ຈິງ​ເອົາ​ຈັງ ກັບ​ອາ­ຊີບ​ໃໝ່ ກໍ​ຄື​ການ​ຂາຍ­ເຄື່ອງ ດື່ມ ໂດຍ​ຄັ້ງ​ນີ້ ເພິ່ນ​ຈະ​ເຮັດ​ຄຽງ​ຄູ່​ກັບ ການ​ຂາຍ­ເຄື່ອງ​ທີ່​ລະ­ນຶກ​ໄປ​ນຳ.

ໃນ​ໄລ­ຍະ​ນັ້ນ ການ​ຂາຍ­ເຄື່ອງ ປະ­ເພດ​ດັ່ງ­ກ່າວ​ແມ່ນ​ຍັງ​ບໍ່​ທັນ​ມີ​ຜູ້ ຄົນ​ເຮັດ​ຫຼາຍ, ສະ­ນັ້ນ ຈິ່ງ​ເປັນ​ໂອ ກາດ​ອັນ​ດີ​ໃຫ້​ແກ່​ການ​ປະ­ກອບ​ອາ ຊີບ​ໃໝ່​ຂອງ​ເພິ່ນ, ແຕ່​ໂຊກ​ດີ​ການ ປ່ຽນ​ອາ­ຊີບ​ຂອງ​ເພິ່ນ​ຜັດ​ກົງ​ກັບ ລັດ­ຖະ­ບານ ພວມ​ເປີດ​ກວ້າງ​ດ້ານ ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ພາຍ ໃນ​ປະ­ເທດ​ໃຫ້​ນັບ​ມື້​ເພີ່ມ​ຂຶ້ນ ຈິ່ງ ເຮັດ​ໃຫ້​ເພິ່ນ​ເກີດ​ມີ​ຄວາມ​ຄິດ​ໃນ ການ​ຊອກ​ຫາ​ສິ່ງ​ຂອງ​ຕ່າງໆ​ລວມ ໄປ​ເຖິງ​ວັດ​ສະ​ດຸ​ທີ່​ຫຼາກ​ຫຼາຍ​ຮູບ ແບບ​ທີ່​ບົງ​ບອກ​ເຖິງ​ຄວາມ​ເປັນ ລາວ, ເອ­ກະ­ລັກ​ຂອງ​ລາວ ເພື່ອ ຈະ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ ທ່ຽວ​ພາຍ​ໃນ ກໍ​ຄື​ນະ­ຄອນ­ຫຼວງ ວຽງ​ຈັນ ໄດ້​ທັງ​ຄວາມ​ເບີກ­ບານ ມ່ວນ­ຊື່ນ ແລະ​ໄດ້​ທັງ​ຂອງ­ຝາກ ຂອງ­ຕ້ອນ​ທີ່​ເປັນ​ເອ­ກະ­ລັກ​ຂອງ ລາວ​ເຮົາ​ໄວ້​ເປັນ​ທີ່​ລະ­ນຶກ​ຕື່ມ​ອີກ​ດ້ວຍ.

ພໍ່​ເພັດ​ສະ​ໜອນ ມະ­ນີ​ວົງ ໃຫ້​ຮູ້ ອີ​ກວ່າ: ປະ­ຈຸ​ບັນ ການ​ຂາຍ­ເຄື່ອງ ທີ່​ລະ­ນຶກ​ຖື​ໄດ້​ວ່າ​ເປັນ​ອາ­ຊີບ​ໜຶ່ງ​ທີ່ພວມ​ໄດ້​ຮັບ​ຄວາມ​ສົນ­ໃຈ​ສູງ​ຈາກ ແຂກ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ ທີ່​ເຂົ້າ​ມາ​ທ່ຽວ​ຢູ່​ພາຍ​ໃນ​ປະ­ເທດ ໂດຍ​ສະ­ເພາະ ນະ­ຄອນ­ຫຼວງ​ວຽງ ຈັນ ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ເປັນ​ຈຳ­ນວນ  ຫຼາຍ, ທັງ​ນີ້ ກໍ​ຍ້ອນ​ວ່າ​ລັດ­ຖະ­ບານ ຂອງ​ພວກ​ເຮົາ​ເຫັນ​ໄດ້​ຄວາມ​ສຳ­ຄັນ​ໃນ​ການ​ເປີດ​ກວ້າງ​ດ້ານ​ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ພາຍ​ໃນ ຊຶ່ງ​ມັນ​ໄດ້​ຊ່ວຍ​ເຮັດ​ໃຫ້​ປະ­ຊາ­ຊົນ ຫຼື ຜູ້​ປະ­ກອບ​ການ​ກິດ­ຈະ­ການ ຂາຍ­ເຄື່ອງ​ບໍ­ລິ­ເວນ​ໃກ້​ຄຽງ​ມີ​ຊີ ວິດ​ການ​ເປັນ​ຢູ່​ທີ່​ນັບ​ມື້​ດີ​ຂຶ້ນ ແລະ ໜຶ່ງ​ໃນ​ນັ້ນ ກໍ​ລວມ​ມີ​ຄອບ­ຄົວ​ຂອງ ເພິ່ນ​ນຳ, ຜ່ານ​ການ​ຂາຍ­ເຄື່ອງ​ທີ່ ລະ­ນຶກ ແລະ​ຂາຍ­ເຄື່ອງ​ດື່ມ, ນ້ຳ ຫວານ​ໄປ​ນຳ ຈິ່ງ​ເຮັດ​ໃຫ້​ຄອບ­ຄົວ​ຂອງ​ເພິ່ນ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ແລະ​ມີ​ລາຍ​ໄດ້​ສະ­ເລ່ຍ​ຕໍ່​ປີ​ປະ­ມານ 20 ລ້ານ​ກີບ, ພ້ອມ​ດຽວ​ກັນ​ນັ້ນ ຍັງ​ສາ­ມາດ​ສົ່ງ­ເສີມ​ລູກໆ​ຮຽນ​ຕໍ່ ຕື່ມ​ອີກ.

ສຳ­ລັບ ສິນ­ຄ້າ​ທີ່​ເພີ່ນ​ນຳ​ມາ ຂາຍ​ນັ້ນ ຈະ​ມີ​ບໍ­ລິ­ສັດ​ມາ​ສົ່ງ​ໃຫ້ ພ້ອມ​ທັງ ຄິດ­ໄລ່​ລາ­ຄາ​ຕົ້ນ​ທຶນ​ໃຫ້, ສ່ວນ​ປະ­ເພດ​ເຄື່ອງ​ທີ່​ລະ­ນຶກ​ນັ້ນ ກໍ​ປະ­ກອບ​ມີ​ຫຼາກ​ຫຼາຍ​ຢ່າງ​ເຊັ່ນ: ເຄື່ອງ​ປະ­ດັບ ທຸກ​ປະ­ເພດ, ຮູບ​ແກະ ສະ­ຫຼັກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຕ່າງໆ ທົ່ວ​ປະ­ເທດ​ເປັນ­ຕົ້ນ​ແມ່ນ​ຮູບ​ພະ ທາດ­ຫຼວງ, ປະ­ຕູ​ໄຊ, ຫໍ­ພະ­ແກ້ວ ແລະ​ອື່ນໆ, ກະ​ເປົ໋າ​ຊົນ­ເຜົ່າ, ໝວກ, ຜ້າ­ບ່ຽງ ແລະ​ອື່ນໆ, ສ່ວນ​ເລື່ອງ ລາ­ຄາ​ກໍ​ແຕກ​ຕ່າງ​ກັນ​ໄປ​ໂດຍ​ເລີ່ມ ຈາກ 5 ພັນ​ກີບ ຈົນ​ເຖິງ 1,20 ແສນ​ກີບ, ຖ້າ​ຫາ​ກວ່າ​ທ່ານ​ໃດ ຢາກ​ໄດ້​ຂອງ​ທີ່​ລະ­ນຶກ ເພື່ອ​ເປັນ ຂອງ­ຝາກ​ຂອງ­ຕ້ອນ ຫຼື ເປັນ​ຂອງ ຂວັນ​ໃຫ້​ກັບ​ຄົນ​ທີ່​ທ່ານ​ຮັກ ແລະ ນັບ­ຖື ກໍ​ສາ­ມາດ​ແວະ​ໄປ​ຊື້​ໄດ້ ຊຶ່ງ  ຮ້ານ​ຂອງ​ເພິ່ນ​ຈະ​ຕັ້ງ​ຢູ່​ທິດ​ຕາ­ເວັນ ອອກ​ຂອງ​ທາດ­ຫຼວງ ຫຼື ຈະ​ໂທ ຖາມ​ກ່ອນ​ກໍ​ໄດ້​ທີ່​ເບີ 020 7788 1368 ຮັບ­ຮອງ​ວ່າ​ໄປ​ແລ້ວ​ຈະ​ໄດ້​ຂອງ­ຝາກ​ທີ່​ຖືກ​ໃຈ​ແນ​ນອນ.

ຂ່າວຈາກ: ເສດຖະກິດ-ສັງຄົມ