spot_img
Homeຂ່າວຕ່າງປະເທດຄົນລາວຈົ່ງລະວັງ! ໄທພົບໄສ້ກອກ 93% ມີຂີ້ເຈຍເຈືອປົນ

ຄົນລາວຈົ່ງລະວັງ! ໄທພົບໄສ້ກອກ 93% ມີຂີ້ເຈຍເຈືອປົນ

Published on

ມື້ວານນີ້ 4 ພຶດສະພາ ວາລະສານສະຫຼາດຊື້ ມູນນິທິເພື່ອຜູ້ບໍລິໂພກ (ໄທ) ໄດ້ຖະແຫຼງຜົນການທົດສອບປະລິມານສານໄນເຕຣດ ແລະໄນໄຕຣ ໃນໃສ້ກອກ ຂຶ້ນທີ່ມູນນິທິດັ່ງກ່າວ.

ນາງ ມົນລືດີ ໂພອິນ ນັກວິຊາການດ້ານວິທະຍາສາດ ມູນນິທິເພື່ອຜູ້ບໍລິໂພກ ກ່າວວ່າ ສູນທົດສອບຂອງວາລະສານສະຫຼາດຊື້ສຸ່ມເລືອກທົດສອບປະລິມານສານໄນເຕຣດແລະໄນໄຕຣຈາກຕົວຢ່າງໄສ້ກອກໃນທ້ອງຕະຫຼາດ 15 ຕົວຢ່າງ ໂດຍມີພຽງຍີ່ຫໍ້ດຽວຄື ຄັອກເທວຊອດເຊດ ກາໄທຊອດເຊດ ຂອງບໍລິສັດ ໄທ-ເຢຍລະມັນ ມີດ ໂປຣດັກ ຈຳກັດ ທີ່ບໍ່ພົບທັງໃນເຕ/ຮດແແລະໄນໄຕຣ.

ຂະນະທີ່ອີກ 14 ຍີ່ຫໍ້ ຫຼືກວ່າ 93.33% ມີການເຈືອປົນຂອງສານດັ່ງກ່າວ

ໄສ້ກອກ 93.33% ຫຼືຈຳນວນ 11 ຍີ່ຫໍ້ໃສ່ສານໄນເຕຣດແລະໄນໄຕຣ ແຕ່ບໍ່ເກີນມາຕະຖານທີ່ສຳນັກງານຄະນະກຳມະການອາຫານແລະຢາ (ອຢ) ໄທກຳໜົດ ຄື:

  1. ບີລັກກີ້
  2. ມິສເຕີ ຊອດເຊດ
  3. ບຸດເຊີ
  4. JPM
  5. ເຊເວ່ນ ເຟຣັດ
  6. TGM
  7. My Choice
  8. BMP
  9. S&P
  10. Pork
  11. ເບທາໂກຣ

ສ່ວນ 3 ຍີ່ຫໍ້ ຫຼື 20% ພົບປະລິມານສານດັ່ງກ່າວເກີນມາຕະຖານຄື

  1. ເອໂຣ່
  2. NP
  3. ບາງກອກແຮມ

“ສານໄນໄຕຣແລະໄນເຕຣດ ຄື ຂີ້ເຈຍ ໃຊ້ເພື່ອຟອກສີຊີ້ນສັດໃຫ້ມີສີສົດ ຖືເປັນການຖະໜອມອາຫານແບບໜຶ່ງໂດຍໃຊ້ສານກັນບູດ ແລະຢຸດຢັ້ງເຊື້ອແບັກທີເຣຍທີ່ເຮັດໃຫ້ອາຫານເນົ່າໄວ ເຊິ່ງຍັງບໍ່ມີຜົນແນ່ນອນວ່າຈະເຮັດໃຫ້ເກີດມະເຮັງຫຼືບໍ່

ແຕ່ຖ້າໄດ້ຮັບປະລິມານຫຼາຍເກີນຄ່າມາຕະຖານ ສຳລັບຄົນທີ່ແພ້ສານດັ່ງກ່າວ ກໍຈະມີອາການປວດຮາກ ຮາກ ປວດປົວ ວິນຫົວ ຈາກການໄດ້ຮັບພິດກະທັນຫັນ”

ນາງ ສາຣີ ອ່ອງສົມຫວັງ ບັນນາທິການບໍລິຫານ ວາລະສານສະຫຼາດຊື້ກ່າວວ່າ ມີໄສ້ກອກພຽງ 6 ຕົວຢ່າງ ທີ່ສະແດງຂໍ້ມູນວ່າມີການເຈືອປົນສານດັ່ງກ່າວ ແຕ່ພັດເປັນການສະແດງຂໍ້ມູນໂດຍໃຊ້ລະຫັດ ເຊິ່ງຜູ້ບໍລິໂພກສ່ວນຫຼາຍບໍ່ເຂົ້າໃຈເລີຍ.

ໄສ້ກອກ ຫຼືຮອດດັອກ ທີ່ຄົນລາວເຮົາມັກເອີ້ນນັ້ນ ເປັນອາຫານທີ່ຄົນລາວກໍມັກຮັບປະທານເຊັ່ນກັນ ໂດຍສະເພາະແມ່ນໃນງານລ້ຽງສັງສັນຕ່າງໆ ຫຼືແມ່ນແຕ່ໃນຕຳໝີ່ ຮອດດັອກກໍຍັງເປັນສ່ວນປະກອບ. ດັ່ງນັ້ນ, ຈຶ່ງຄວນພິຖີພິຖັນໃນການເລືອກຊື້ອາຫານຂຶ້ນຕື່ມ ຫຼືຖ້າບໍ່ແນ່ໃຈກໍອາດຈະຫລີກລ້ຽງການຊື້ອາຫານຊະນິດນີ້ມາບໍລິໂພກກໍຈະເປັນການດີ.

ໄສ້ກອກ

13179344_500614086809043_6048086305860695709_n

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...