spot_img
Homeຂ່າວຕ່າງປະເທດຝ່າຍຕໍ່ຕ້ານຊີຣີ ບຸກໂຈມຕີເຂດປົດປ່ອຍ ເມືອງອະເລບໂປ 19 ຄົນເສຍຊີວິດ ໂຮງໝໍຖືກທຳລາຍໜັກ!

ຝ່າຍຕໍ່ຕ້ານຊີຣີ ບຸກໂຈມຕີເຂດປົດປ່ອຍ ເມືອງອະເລບໂປ 19 ຄົນເສຍຊີວິດ ໂຮງໝໍຖືກທຳລາຍໜັກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພຶດສະພານີ້ວ່າ ກຸ່ມສັງເກດການເພື່ອສິດທິມະນຸດໃນຊີຣີ ຫລື SOHR ໄດ້ລະບຸວ່າ ຝ່າຍຕໍ່ຕ້ານລັດຖະບານຊີຣີ ທີ່ຍຶດຄອງບາງພື້ນທີ່ຂອງເມືອງອະເລບໂປ ໄດ້ຍິງລູກສອນໄຟໂຈມຕີ ໃສ່ພື້ນທີ່ເມືອງອະເລບໂປ ທີ່ລັດຖະບານສາມາດປົດປ່ອຍໄດ້ ໃນວັນອັງຄານທີ 3 ພຶດສະພາຜ່ານມານີ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ແລະ ມີໂຮງໝໍໃນເຂດມູຮາຟາຊາ ໄດ້ຮັບຄວາມເສຍຫາຍໜັກໜ່ວງ ຊຶ່ງໃນນັ້ນ ໄດ້ເຮັດໃຫ້ຄົນເຈັບ 3 ຄົນເສຍຊີວິດ ແລະ ບາດເຈັບອີກ 17 ຄົນ.

ດ້ານກອງທັບຊີຣີ ໄດ້ອອກມາຖະແຫລງວ່າ ການໂຈມຕີຂອງຝ່າຍຕໍ່ຕ້ານ ໄດ້ເກີດຂຶ້ນໃນຂະນະທີ່ເຈົ້າໜ້າທີ່ສາກົນ ແລະ ເຈົ້າໜ້າທີ່ໃນທ້ອງຖິ່ນ ກຳລັງມຸ່ງໜ້າສ້າງຄວາມເຂັ້ມແຂງ ໃຫ້ແກ່ຂໍ້ຕົກລົງຢຸດຍິງ ເພື່ອຢຸຕິການເປັນສັດຕູກັນ ໃຫ້ມີຜົນສັກສິດບັງຄັບໃຊ້.

ທັງນີ້ SOHR ໄດ້ເປີດເຜີຍວ່າ ນັບຕັ້ງແຕ່ເກີດການໂຈມຕີໃນເມືອງອະເລບໂປ ເມື່ອວັນທີ 22 ເມສາ 2016 ເປັນຕົ້ນມາ ໄດ້ເຮັດໃຫ້ພົນລະເຮືອນຊີຣີ ເສຍຊີວິດແລ້ວ 279 ຄົນ ຊຶ່ງໃນຈຳນວນນີ້ 155 ຄົນ ແມ່ນຢູ່ໃນເຂດຝ່າຍຕໍ່ຕ້ານຍຶດຄອງ ແລະ ອີກ 124 ຄົນ ແມ່ນຢູ່ໃນພື້ນທີ່ເຂດປົດປ່ອຍຂອງລັດຖະບານຊີຣີ.

NjpUs24nCQKx5e1EaEFW6DkH4mH02Dh3NE9SrQ4lgr7

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...