spot_img
Homeຂ່າວທ້ອງຖິ່ນ5 ປີ ຜ່ານມາ ເສດຖະກິດ-ສັງຄົມ ເມືອງມະຫາໄຊ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ

5 ປີ ຜ່ານມາ ເສດຖະກິດ-ສັງຄົມ ເມືອງມະຫາໄຊ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ

Published on

ເມືອງ​ມະ­ຫາ​ໄຊ​ເປັນ​ເມືອງ ໜຶ່ງ​ທີ່​ຕັ້ງ​ຢູ່​ທາງ​ທິດ­ຕາ­ເວັນ­ອອກ ຂອງ​ແຂວງ​ຄຳ​ມ່ວນ ເປັນ​ເມືອງທີ່​ມີ​ຍຸດ​ທະ​ສາດ​ສຳ­ຄັນ​ທາງ​ດ້ານການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ​ວັດ­ທະ­ນະ­ທຳ, ມີ​ເສັ້ນ­ທາງ​ເລກ​ທີ 12 ຜ່ານ​ໄປ​ຫາ 4 ຕົວ​ເມືອງ, ມີ​ເນື້ອ­ທີ່ 1.409 ກິ​ໂລ​ຕາ ແມັດ, ມີ 67 ບ້ານ, 7.015 ຄອບຄົວ, ມີ​ພົນ­ລະ­ເມືອງ 35.620 ຄົນ, ຍິງ 18.141 ຄົນ, ປະ­ກອບ​ມີ 3 ຊົນ­ເຜົ່າ​ຄື: ຊົນ­ເຜົ່າ​ລາວ​ລຸ່ມ​ກວມ 51%, ຊົນ­ເຜົ່າ​ຜູ້­ໄທ ກວມ 27% ແລະ​ຊົນ­ເຜົ່າ​ມະ​ກອງ ກວມ 21%, ຄວາມ​ໜາ​ແໜ້ນ​ຂອງ​ພົນ­ລະ­ເມືອງ ສະ­ເລ່ຍ​ປະ­ມານ 31 ຄົນ​ຕໍ່​ກິ​ໂລ​ຕາ ແມັດ, ເປັນ​ເມືອງ​ທີ່​ມີ​ທ່າ­ແຮງ​ທາງດ້ານ​ການ​ພັດ­ທະ­ນາ​ວຽກ​ງານ​ອຸດ­ສາ­ຫະ­ກຳ ຊຶ່ງ​ມີ​ປັດ​ໄຈ​ທີ່​ເອື້ອ​ອຳ­ນວຍ​ຫຼາຍ​ຢ່າງ​ເຊັ່ນ: ມີ​ຄວາມ​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ແຫຼ່ງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ເປັນ­ຕົ້ນ​ແມ່ນ​ມີ​ແມ່­ນ້ຳ, ປ່າ­ໄມ້, ແຮ່​ທາດ, ພູ​ຫີນ ປູນ, ນອກ​ນັ້ນ ຍັງ​ອຸ­ດົມ­ສົມ­ບູນ​ໄປ ດ້ວຍ​ເຄື່ອງ​ປ່າ​ຊີ­ວະ​ນາໆພັນ, ມີ ເນື້ອ­ທີ່​ປູກ­ຝັງ ແລະ​ລ້ຽງ­ສັດ​ກວ້າງ ຂວາງ​ລຽບ​ຕາມ​ທົ່ງ​ຮາບ​ແຄມ​ແມ່ ນ້ຳ​ເຊ​ບັ້ງ­ໄຟ ແລະ​ນ້ຳ​ອຸ­ລາ ຊຶ່ງ ເໝາະ​ສົມ​ແກ່​ການ​ຜະ­ລິດ​ກະ­ສິ­ກຳ ເປັນ​ສິນ­ຄ້າ​ເຊັ່ນ: ການ​ປູກ​ເຂົ້າ, ອ້ອຍ, ສາ­ລີ, ຫວາຍ, ພືດ​ຜັກ ແລະ ອື່ນໆ.

ໃນ 5 ປີ­ຜ່ານ­ມາ​ຄະ­ນະ​ພັກ​ເມືອງ ແລະ ​ໜ່ວຍ​ງານ​ວິ­ຊາ​ການທີ່​ກ່ຽວ­ຂ້ອງ​ຂອງ​ເມືອງ​ມະ­ຫາ​ໄຊ ແຂວງ​ຄຳ​ມ່ວນ​ແມ່ນ​ກຳ​ແໜ້ນ​ແນວ ທາງ​ນະ­ໂຍ­ບາຍ​ຂອງ​ພັກ​ເປັນ­ຕົ້ນ ແມ່ນ​ໄດ້​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ ທີ IX ຂອງ​ພັກ, ມະ­ຕິ​ກອງ​ປະ­ຊຸມ ໃຫຍ່​ຄັ້ງ​ທີ VIII ຂອງ​ອົງ­ຄະ​ນະ​ພັກ ແຂວງ, ທີ່​ໄດ້​ກຳ­ນົດ​ໄວ້​ໄດ້​ວ່າ: ໃຫ້ ບຸ­ລິ­ມະ­ສິດ​ແກ່​ການ​ພັດ­ທະ­ນາ​ດ້ານ ອຸດ­ສາ­ຫະ­ກຳ​ຢ່າງ​ແຂງ­ແຮງ​ບົນ​ພື້ນ­ຖານ​ຂຸດ​ຄົ້ນ​ທ່າ­ແຮງ​ບົ່ມ​ຊ້ອນ​ທາງ​ດ້ານ​ທຳ​ມະ​ຊາດ​ທີ່​ມີ​ໃນ​ທ້ອງ ຖິ່ນ​ຕ່າງໆ, ເຮັດ​ໃຫ້­ການ​ພັດ­ທະ­ນາ ດ້ານ​ອຸດ­ສາ­ຫະ­ກຳ ທີ່​ເປັນ​ຂະ­ແໜງ ການ​ເສດ­ຖະ­ກິດ​ສຳ­ຄັນ​ຕິດ​ພັນ​ກັບ ການ​ບໍ­ລິ­ການ​ທາງ​ຜ່ານ. ສະ­ນັ້ນ, ຄະ­ນະ​ພັກ-ອຳ­ນາດ​ການ​ປົກ­ຄອງ​ເມືອງ​ມະ­ຫາ​ໄຊ​ຈິ່ງ​ໄດ້​ຖື​ເອົາ​ວຽກ​ງານ​ນີ້​ເພື່ອ​ສ້າງ​ເງື່ອນ­ໄຂ​ໃຫ​ັ​ນັກ ລົງ­ທຶນ​ເຂົ້າ​ມາ​ພັດ­ທະ­ນາ​ອຸດ​ສາ ຫະ​ກຳ​ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ ແຮ​ງານ ແລະ​ຈັດ​ສັນ​ຄວາມ​ເປັນ ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ, ເປັນ​ເງື່ອນ­ໄຂ​ໃນ​ການ​ພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ແຂວງ ກໍ​ຄື​ຂອງ​ເມືອງ​ໂດຍ​ໄດ້​ເອົາ­ໃຈ­ໃສ່ ສ້າງ​ສະ­ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ ນວຍ​ໃຫ້​ແກ່​ການ​ພັດ­ທະ­ນາ​ວຽກ ງານ​ອຸດ­ສາ­ຫະ­ກຳ​ໃຫ້​ມີ​ການ​ຂະ ຫຍາຍ​ຕົວ­ຢ່າງ​ຕໍ່​ເນື່ອງ.

ການ​ພັດ­ທະ­ນາ​ວຽກ​ງານ​ອຸດ ສາ​ຫະ​ກຳ​ຂອງ​ເມືອງ​ມະ­ຫາ​ໄຊ​ແມ່ນ​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ ຢ່າງ​ຕໍ່​ເນື່ອງ, ປະ­ຈຸ​ບັນ​ໄດ້​ມີ​ໂຮງ ງານ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ຂະ ໜາດ​ນ້ອຍ, ຂະ­ໜາດ​ກາງ ແລະ​ຂະ ໜາດ​ໃຫຍ່​ລວມ​ທັງ​ໝົດ 70 ກວ່າ ແຫ່ງ, ມີ​ທຶນ​ຈົດ​ທະ­ບຽນ 1,483 ຕື້​ກີບ​ທຽບ­ໃສ່​ປີ 2010 ເພີ່ມ​ຂຶ້ນ 33%, ໃນ​ນັ້ນ ມີ​ໂຮງ­ງານ​ຊີ­ມັງ 1 ແຫ່ງ ທີ່​ນຳ​ໃຊ້​ແລ້ວ, ສາ­ມາດ​ຜະ ລິດ​ຊີ­ມັງ​ໄດ້ 2.500 ໂຕ່ນ​ຕໍ່​ມື້ ເພື່ອສົ່ງ​ຈຳ­ໜ່າຍ​ໄປ​ຍັງ​ຕະ­ຫຼາດ​ພາຍ ໃນ ແລະ​ຕ່າງ­ປະ­ເທດ, ແລະ​ອີກ 1 ແຫ່ງ​ກຳ­ລັງ​ກໍ່­ສ້າງ​ໃໝ່​ຄື: ໂຮງ­ງານ​ຄຳ​ມ່ວນ​ຊີ­ມັງ​ເປັນ​ໂຮງ­ງານ ຂະ­ໜາດ​ໃຫຍ່ ຊຶ່ງ​ມີ​ກຳ­ລັງ​ການ​ຜະ ລິດ​ສູງ​ເຖິງ 5 ພັນ​ໂຕນ​ຕໍ່​ມື້, ນອກ ຈາກ​ນັ້ນ, ຍັງ​ມີ​ໂຮງ­ສີ​ເຂົ້າ​ຂະ­ໜາດ​ກາງ​ຈຳ­ນວນ 45 ແຫ່ງ, ໂດຍ​ໄດ້ ສົ່ງ­ເສີມ​ສ້າງ­ຕັ້ງ​ເປັນ​ກຸ່ມ​ໂຮງ­ສີ ເຂົ້າ​ໄດ້ 1 ກຸ່ມ ປະ­ກອບ​ມີ 5 ແຫ່ງ, ຊຶ່ງ​ໄດ້​ເຮັດ​ການ​ບໍ­ລິ­ການ​ສອງ​ສົ້ນ ຄື: ສະ­ໜອງ​ແນວ​ພັນ​ເຂົ້າ​ໃຫ້​ກັບ ຊາວ​ກະ­ສິ­ກອນ ແລະ​ເກັບ​ຊື້​ຜົນ​ຜະລິດ, ໃນ​ແຕ່​ລະ​ປີ​ສາ­ມາດ​ເກັບ​ຊື້​ເຂົ້າແລະ​ຂາຍ​ເຂົ້າ​ທັງ​ນາ­ປີ ແລະ​ນາ ແຊງ​ໄດ້ 3.746 ໂຕນ​ຕໍ່​ປີ, ພ້ອມ ດຽວ​ກັນ​ນັ້ນ​ທາງ​ພັກ-ລັດ​ກໍ​ໄດ້​ອະ ນຸ​ຍາດ​ໃຫ້​ທະ­ນະ​ຄານ​ນະ­ໂຍ­ບາຍ ປ່ອຍ​ສິນ​ເຊື່ອ​ໃຫ້​ບັນ­ດາ​ກຸ່ມ​ໂຮງ­ສີ ເຂົ້າ​ດັ່ງ­ກ່າວ​ຈຳ­ນວນ 1,15 ຕື້​ກີບ, ມີ​ໂຮງ­ງານ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໄມ້ 10 ແຫ່ງ, ໂຮງ­ງານ​ຜະ­ລິດ​ນ້ຳ ກ້ອນ 9 ແຫ່ງ, ໂຮງ­ງານ​ຜະ­ລິດ​ນ້ຳ​ດື່ມ 3 ແຫ່ງ, ໂຮງ­ງານ​ຜະ­ລິດ ຄອນ​ກີດ 6 ແຫ່ງ, ໂຮງ­ງານ​ຜະ­ລິດ ສັງ­ກະ­ສີ1 ແຫ່ງ.

ທັງ​ໝົດ​ນັ້ນ ເປັນ​ການ​ປະ­ກອບ ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ​ສ້າງ ວຽກ​ເຮັດ​ງານ​ທຳ, ເພີ່ມ​ລາຍ​ໄດ້ ແລະ​ຈຳ­ກັດ​ການ​ເຄື່ອນ​ຍ້າຍ​ແຮງ ງານ​ຈາກ​ຊົນ­ນະ­ບົດ​ເຂົ້າ​ສູ່​ຕົວ ເມືອງ​ກໍ​ຄື​ອອກ​ໄປ​ທຳ​ງານ​ຢູ່​ຕ່າງ ປະ­ເທດ, ທັງ​ເປັນ​ການ​ລົບ​ລ້າງ ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ບັນ ດາ​ເຜົ່າ​ເທື່ອ​ລະ​ກ້າວ ແລະ​ເຮັດ​ໃຫ້ ສະ­ພາບ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ ເມືອງ​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່ ເນື່ອງ​ສະ­ເລ່ຍ​ລາຍ​ໄດ້​ຕໍ່​ຫົວ​ຄົນ​ບັນ ລຸ​ໄດ້ 950 ໂດ​ລາ​ສະ­ຫະ­ລັດ​ຕໍ່​ຄົນ​ຕໍ່ ປີ, ທຽບ­ໃສ່​ປີ 2010  ເພີ່ມ​ຂຶ້ນ 550 ໂດ​ລາ​ສະ­ຫະ­ລັດ, ຄອບ­ຄົວ ທຸກ​ຍາກ​ໄດ້​ຫຼຸດ​ລົງ​ຈາກ 5,73% ໃນ​ປີ 2010 ມາ​ເປັນ 0,45% ໃນ​ປີ 2015.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...

ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ວັນທີ 22 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ລົງພື້ນທີ່ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ. ໂດຍການຊີ້ນໍາຂອງທ່ານ ພັນຕາ ທອນວົງສາ ກຳມະການພັກແຂວງ,...