spot_img
Homeວັນນະກຳເລື່ອງສັ້ນ"ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ" ແບບສະບັບຂອງລາວ ພາກ 1

“ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ” ແບບສະບັບຂອງລາວ ພາກ 1

Published on

ຄິ້ມ ບ່າວບ້ານທາດຫຼວງ ເນື້ອຫອມ ທີ່ມີສາວໆໃນສະຕັອກພ້ຽບ ຍ້ອນຄວາມກະລ້ອນອາລົມດີ ເປັນມິດກັບທຸກຄົນ ສ່ວນດ້ານຮູບຮ່າງໜ້າຕາກໍ່ຈັດວ່າ… ໃຊ້ໄດ້ພໍສົມຄວນ ທີ່ສຳຄັນເປັນບ່າວທະນາຄານແຫ່ງໜຶ່ງ (ເຮັດໄດ້ເກືອບປີແລ້ວ) ຄົງບໍ່ຕ້ອງອະທີບາຍຫຼາຍເນາະກ່ຽວກັບຄວາມເພີເຟັກຂອງເພິ່ນ ຄິ້ມ ຢູ່ແບບຄົນໂສດຮັກສະໜຸກບໍ່ຜູກພັນ ຫຼື ເອີ້ນວ່າ Play Boy ເປັນເວລາເກືອບໜຶ່ງປີແລ້ວ ເຖິງຈະລົມສາວຫຼາຍຄົນ ແຕ່ສາວໆເຫຼົ່ານັ້ນ ກໍ່ເປັນພຽງຄົນແກ້ເຫງົາຂອງລາວເທົ່ານັ້ນ ເພາະ ຄິ້ມ ຍັງຝັງໃຈກັບຄົນຮັກເກົ່າທີ່ຄົບກັນມາດົນເຖິງ 7 ປີມາບອກເລືກລາກັບລາວໄປປະມານເກືອບປີແລ້ວ ແລະ ບໍ່ເຄີຍມີສາວຄົນໃດທີ່ລາວລົມນຳແລ້ວຈະເຮັດໃຫ້ລາວຮູ້ສຶກຢາກລືມເລື່ອງລາວໃນອະດີດເພື່ອເລີ່ມຕົ້ນຊີວິດໃໝ່ໄດ້ເລີຍ

ນ້ອຍ ສາວທີ່ອາລົມດີ ເຮັດວຽກເປັນການຕະຫຼາດທີ່ບໍລິສັດເອກະຊົນແຫ່ງໜຶ່ງ ແລະ ລາວມີໝູ່ສະໜິດຄົນໜຶ່ງຊື່ວ່ານາງ ເປິ້ນ, ເປິ້ນ ແລະ ນ້ອຍເປັນສາວຊຽງຂວາງທັງຄູ່ ພວກເຂົາໄດ້ມາຮຽນທີ່ວຽງຈັນແຕ່ປີ 2005 ໃນສາຂາບໍລິຫານ-ທຸລະກິດ ທີ່ໂຮງຮຽນແຫ່ງໜຶ່ງ ເມື່ອຮຽນຈົບແລ້ວກໍ່ຊອກເຮັດວຽກທີ່ນະຄອນຫຼວງວຽງຈັນເລີຍ ພວກເຂົາໄດ້ເຊົ່າຫ້ອງແຖວຢູ່ນຳກັນ 1ຫ້ອງ ແຖວບ້ານ ໜອງໄຮ

ວັນທີ 6 ມີນາ 2010 ຖືກວັນເສົາ ແລະ ເປັນມື້ບຸນພະເວດຂອງບ້ານ ດົງໂພສີ ເມືອງຫາດຊາຍຟອງ ນຳອີກ ເປິ້ນໄດ້ຊວນ ນ້ອຍ ໄປກິນບຸນພະເວດບ້ານແຟນຕົນເອງ ແລະ ຄິ້ມກໍ່ໄປເຊັ່ນດຽວກັນ ເພາະລາວເປັນໝູ່ກັບ ຄຳແສງ ແຟນຂອງເປິ້ນ ນັ້ນກໍ່ເປັນມື້ທີ່ເຮັດໃຫ້ ຄິ້ມ ແລະ ນ້ອຍໄດ້ຮູ້ຈັກກັນທ່າມກາງວົງເບຍໃນເຮືອນຂອງ ຄຳແສງ

ໃນຂະນະທີ່ຄົນອື່ນກຳລັງນັ່ງດື່ມເບຍ ກິນເຂົ້າປຸ້ນຢູ່ນັ້ນ ຄິ້ມກໍ່ທັງກິນ ແລະ ນັ່ງສັງເກດເບິ່ງ ນ້ອຍທີ່ກຳລັງກິນ ກຳລັງເຢັນເບຍໃຫ້ບັນດາຄົນໃນວົງດື່ມ ດ້ວຍຮອຍຍິ້ມທີ່ສົດໃສ ແລະ ຄຳເວົ້າທີ່ຕະລົກມ່ວນຫູ ເມື່ອເວລາທີ່ນ້ອຍເວົ້າຫຍັງອອກໄປຄົນໃນວົງກໍ່ພາກັນຫົວຂຶ້ນທັນທີ ແມ້ແຕ່ຄິ້ມເອງກໍ່ຍັງຫົວຂັວນໃນສິ່ງທີ່ນ້ອຍເວົ້າ ແລ້ວຄິ້ມກໍ່ບໍ່ລໍຊ້າທີ່ຈະແຜ່ລັດສະໝີຄວາມເປັນ play boy ອອກມາໃສ່ນ້ອຍທາງສາຍຕາ ນ້ອຍທີ່ມີອາການຊຶມໆກໍ່ບໍ່ຍອມແພ້ ບໍ່ຍອມຫລົບ ເມື່ອຄິ້ມສົ່ງສາຍຕາມາ ນ້ອຍກໍ່ຈ້ອງສາຍຕາຄືນ ຈົນຄິ້ມຕ້ອງຍອມເອງ ນີ້ກໍ່ເປັນອີກສິ່ງໜຶ່ງທີ່ເຮັດໃຫ້ຄິ້ມຮູ້ສຶກສົນໃຈໃນຕົວນ້ອຍ

ພໍຮອດຕອນແລງປະມານ 9 ໂມງແລງ ເປັນຊ່ວງລຳວົງເປີດ ທີ່ຈັດຢູ່ຂ້າງເດີ່ນວັດ ຫຼັງຈາກທີ່ເມົາໄດ້ທີ່ພວກເຂົາສີ່ຫ້າຄົນໃນວົງເບຍກໍ່ບໍ່ພາດເຄື່ອນຍ້າຍຈາກເຮືອນຂອງ ຄຳແສງ ໄປທີ່ຮ້ານລຳວົງ ເພື່ອໄປປົດປ່ອຍລີລາທ່າເຕັ້ນເຕັມທີ່ຈົນເຫື່ອໄຫລໄຄຍ້ອຍ ຈາກອາກາດທີ່ໜາວເຢັນໃນຕອນທຳອິດກໍ່ກາຍເປັນພາກັນຮ້ອນທັນທີ ຈົນບາງຄົນກໍ່ຊ່າງເມົາເລັກໜ້ອຍ ທຸກຄົນໄດ້ເຕັ້ນດ້ວຍຄວາມມ່ວນຊື່ນ ໂຈະໆແບບຈັງຫວະລຳຊິ້ງ ທີ່ໜ້າຮ້ານລຳວົງ ຮອດຕອນປະມານ 12 – 1ໂມງຕອນເດິກ ທີ່ວັດໄດ້ມີການເຮັດບຸນແຫ່ເຂົ້າພັນກ່ອນ ບັນດາພວກທີ່ໄປນຳກັນ ກໍ່ພາກັນໄປຂໍເອົາເຂົ້າທີ່ຜູ້ເຖົ້ານິ້ງໃນວັດ ຍ່າງແຫ່ເຂົ້າພັນກ້ອນອ້ອມສິນນຳພວກຜູ້ເຖົ້າຜູ້ແກ່ ພ້ອມດ້ວຍພຣະສົງສຳມະເນນໃນວັດທັງໝົດສາມຮອບ ຈົນຈົບພິທີ ແລ້ວພາກັນເມືອນອນທີ່ເຮືອນຂອງຄຳແສງທີ່ຢູ່ໃກ້ໆວັດ.

ຫຼັງຈາກວັນນັ້ນມາຄິ້ມກໍ່ນຶກພາບເຫດການຕ່າງໃນວັນບຸນພະເວດ ມັນເປັນວັນທີ່ມ່ວນຈົນລາວຈື່ຝັງໃຈອີກເລື່ອງໜຶ່ງ ແລະ ລາວເຫັນພາບໜ້າຂອງ ນ້ອຍ ແລະ ນຶກເຖິງຄຳເວົ້າທີ່ຕະລົກຂອງນ້ອຍ, ທ່າເຕັ້ນທີ່ໜ້າຮັກແບບແປກໆຂອງນ້ອຍຢູ່ ເປັນປະຈຳ ລາວອົດໃຈບໍ່ໄດ້ເລີຍຂໍເບີໂທ ນ້ອຍຈາກຄຳແສງ ທີ່ເປັນແຟນເປິ້ນສະ! ບັງເອີນໂຊກເຂົ້າຂ້າງ ຄຳແສງ ມີເບີນ້ອຍ ເພາະຍາມໃດທີ່ໂທຫາເປິ້ນບໍ່ໄດ້ກໍ່ໂທເຂົ້າໜ່ວຍນ້ອຍແທນ ຫຼັງຈາກທີ່ ຄິ້ມ ໄດ້ເບີນ້ອຍ ແລ້ວ ຕອນກາງຄືນຂອງວັນຫນຶ່ງ ໃນຂະນະທີ່ຄິ້ມນອນຫຼິ້ນຢູ່ໃນຫ້ອງນອນ ລາວໄດ້ສະດຸ້ງນຶກຂຶ້ນ ວ່າ ໂທຫຼິ້ນນຳນ້ອຍກ່ອນ ຫວັງຈີບແບບຫຼິ້ນໆ ຄືສາວທີ່ຜ່ານມາ ໃນລະຫວ່າງທີ່ຄິ້ມລົມກັບນ້ອຍ ຄິ້ມໄດ້ຕັ້ງຄຳຖາມກັບນ້ອຍວ່າ:

ຄິ້ມ: ນ້ອຍ! ເຈົ້າມັກຜູ້ຊາຍແນວໃດ!

ນ້ອຍ: ຂ້ອຍມັກຜູ້ຊາຍໃຈດີ, ບໍ່ຫລໍ່ຫຼາຍ, ບໍ່ລວຍຫຼາຍກໍ່ໄດ້, ມີວຽກເຮັດ, ມັກສະອາດ ແລະ ທີ່ສຳຄັນຫ້າມໂງ່ ເພາະຂ້ອຍມັກຜູ້ຊາຍທີ່ສະຫຼາດ! ເກັ່ງ ແລະ ດຸມັ່ນ

ເມື່ອຄິ້ມໄດ້ຍິນນ້ອຍເວົ້າແບບນີ້ຈົນອຶ້ງໄປເລັກນ້ອຍ ແລ້ວ ຈິ່ງຖາມ ນ້ອຍອີກວ່າ : ສົມມຸດມີຜູ້ຊາຍຫຼາຍໃຈມາລົມເຈົ້າເດ! ເຈົ້າຈະລົມລາວບໍ່ (ຄິ້ມລຸ້ນຄຳຕອບ)

ນ້ອຍ: ລົມ! ຜູ້ຊາຍຖ້າບໍ່ຫຼາຍໃຈກໍ່ຄືງູບໍ່ມີຜິດ! ບໍ່ມີຣົດຊາດ (ຫົວ 555) ເພິ່ນວ່າເຂົາມັກຊາດິດບໍ່? ແຕ່ເຂົາຈະບໍ່ລົມຄົນທີ່ມີແຟນເປັນຕົວເປັນຕົນໃດ໋ ເພາະເຂົາບໍ່ມັກຍາດແຟນໃຜ! ເຖິງຈະຫຼາຍໃຈແຕ່ກໍ່ຂໍໃຫ້ໂສດສະ ຖ້າສິມາລົມເຂົາ. (ແລ້ວນ້ອຍກໍ່ຖາມຄິ້ມຄືນ) ແລ້ວ ເຈົ້າມັກແມ່ຍິງແນວໃດ?

ມັນເປັນຄຳຕອບທີ່ທັງຖືກໃຈຄິ້ມ ແລະ ບາດໃຈຄິ້ມໄປໃນເວລາດຽວກັນ, ຄິ້ມ ມິດໄປໜ້ອຍໜຶ່ງແລ້ວຕອບໄປວ່າ: ເອົາຕາມຄວາມຈິງເດີ້! ຂ້ອຍມັກແມ່ຍິງຄືເຈົ້າ! ເຈົ້າເປັນຜູ້ຍິງເກັ່ງ ສະຫຼາດໃນການຕອບຄຳຖາມ ເປັນຄົນເວົ້າຕົງໆ ເປີດເຜີຍ ສະບາຍສະບາຍ ເບິ່ງເປັນທຳມະຊາດດີ ຂອຍມັກຄົນແບບນີ້

ຄືນນັ້ນພວກເຂົາໄດ້ລົມກັນຈົນຮອດ 24:00 ໂມງ ຄິ້ມຮູ້ສຶກໄດ້ເຖິງລັງສີຄວາມສຸກບາງຢ່າງທີ່ມັນຜ່ານຄຳເວົ້າອັນຕະລົກຊວນຫົວ ແລະ ນ້ຳສຽງທີ່ໜ້າຮັກຊວນຟັງເຮັດຕິດຫູສະອອນໃຈທີ່ຜ່ານຄື້ນສັນຍານສາຍໂທລະສັບເຂົ້າມາ ເຊິ່ງເຮັດໃຫ້ຄິ້ມເກີດຄວາມຖືກໃຈໃນຕົວຂອງນ້ອຍຫຼາຍແບບບໍ່ຮູ້ສຶກຕົວເລີຍ ຍິ່ງລົມຍິ່ງຖືກຄໍປານມວຍຖືກຄູ່ນັບຕັ້ງແຕ່ນັ້ນມາທຸກວັນຕື່ນເຊົ້າຄິ້ມຕ້ອງສົ່ງຂໍ້ຄວາມມາບອກ morning ນ້ອຍ ຕອນສວາຍສົ່ງຂໍ້ຄວາມມາຖາມ ກິນເຂົ້າ ຫຼື ຍັງ, ກ່ອນນອນສົ່ງຂໍ້ຄວາມບອກ ລັບຝັນດີ ພວກເຂົາໄດ້ປ່ຽນກັນສົ່ງຂໍ້ຄວາມຫາກັນແບບນີ້ທຸກວັນ ແລະ ທຸກຄືນກໍ່ໂທລົມກັນເປັນຊົ່ວໂມງ (ຊ່ວງໄລຍະນັ້ນແມ່ນມີບໍລິການໂທຟີ ແລະ ສົ່ງຂໍ້ຄວາມພັນສະບັບຕໍ່ວັນ) ຈົນກາຍເປັນຄວາມຜູກພັນໃນໃຈເລິກໆ ແລະ ບໍ່ມີວັນໃດທີ່ບໍ່ໄດ້ລົມກັນ ເພາະຂາດບໍ່ໄດ້ທຸກວັນຕ້ອງໄດ້ຍິນວຽງກັນພວກເຂົາໄດ້ໃຊ້ເວລາລົມກັນຜ່ານໂທລະສັບແບບນີ້ເປັນເວລາ 1 ເດືອນ ຈາກທີ່ຍິນພຽງສຽງກໍ່ກາຍເປັນຢາກເຫັນໜ້າ ຢາກໃກ້ຊິດ ຢາກສ້າງຄວາມສຳພັນໃຫ້ມັນເລິກເຊິ່ງຂຶ້ນຕື່ມ ສຸດທ້າຍພວກເຂົາກໍ່ໄດ້ນັດພົບກັນທີ່ ປະຕູໄຊ ຄິ້ມເປັນຝ່າຍມາຮອດຈຸດນັດພົບກ່ອນ ລາວໄດ້ນັ່ງລໍຖ້ານ້ອຍທີ່ບ່ອນນັ່ງໃກ້ນ້ຳພຸ ຟັງສຽງເພງດັງມ່ວນຫູ ທ່າມກາງສາຍລົມພັດເຢັນໆຍາມແລງ ບວກເຂົາກັບໄຟແສງສີທີ່ສາດໃສ່ນ້ຳພຸທີ່ກຳລັງແກ່ວງໄກວໄປມາຕາມທຳນອງສຽງເພງ ເຮີ້ຍ…ມັນຊ່າງມີຄວາມສຸກແທ້ໆ ແຫຼະແລ້ວນ້ອຍກໍ່ມາຮອດ  ນ້ອຍ ມາຮອດຄອກລົດ ແລະ ໄດ້ໂທລະສັບຫາຄິ້ມເພື່ອຖາມວ່າ ຄິ້ມ ນັ່ງຖ້າຢູ່ຈຸດໃດ ຈາກນັ້ນກໍ່ຟ້າວຍ່າງໄປຫາຄິ້ມທັນທີ່ ຄິ້ມແນມເບິ່ງນ້ອຍແຕ່ຫົວສຸດຕີນ, ນ້ອຍມາດ້ວຍຊຸດພະນັກງານ ປ້າຍຂ້ອງຄໍພະນັກງານກໍ່ຍັງບໍ່ທັນເອົາອອກຊ້ຳເພາະຫາກໍ່ໄປພົບລູກຄ້າມາຫາກໍ່ແລ້ວວຽກແລ້ວຟ້າວອອກມາຫາຄິ້ມທີ່ປະຕູໄຊເລີຍບໍ່ທັນໄດ້ແຕ່ງຕົວງາມ ແຕ່ຄິ້ມແຕ່ງຕົວມາຫລໍ່ເຕັມຊຸດເລີຍ ນ້ອຍຮູ້ສຶກອາຍຄິ້ມເລັກໜ້ອຍ ເພາະຮູ້ສຶກວ່າຕົວເອງໂຊມໆ… ແຕ່ການພົບກັນຄັ້ງນີ້ຖືວ່າເປັນບາດກ້າວການສານສຳພັນກັນໄດ້ດີໃນລະດັບທີ່ໜ້າພໍໃຈ ນັບຕັ້ງແຕ່ນັ້ນມາພວກເຂົາກໍ່ໄດ້ໄປມາຫາສູ່ກັນຕະຫຼອດ, ມີເລື່ອງທຸກ, ເລື່ອງສຸກກໍ່ລົມສູ້ກັນຟັງ ຄອຍໃຫ້ກຳລັງໃຈກັນ ຄອຍໃຫ້ຄຳປຶກສາທີ່ດີຕໍ່ກັນ ໂດຍສະເພາະນ້ອຍ ບໍ່ວ່າຄິ້ມຈະພົບບັນຫາໃດມານ້ອຍກໍ່ເປັນກລັງໃຈ ແລະ ຢູ່ຄຽງຄ້າງຄິ້ມສະເໜີ ຄວາມສຳພັນແໜ້ນແຟ້ນຂຶ້ນເລື້ອຍໆ ພວກເຂົາມີຊີວິດຄູ່ທີ່ໜ້າຮັກສົມບູນແບບຈົນໝູ່ຫຼາຍໆຄົນພາກັນອິດສາ ແລະ ເຫດນີ້ເອງຈິ່ງເຮັດໃຫ້ຄິ້ມຍອມເລີກກັບຜູ້ຍິງທີ່ລາວເຄີຍຄົບທັງໝົດ ແລະ ຕັ້ງໃຈມາຄົບກັບນ້ອຍຄົນດຽວ ຄິ້ມມີຄວາມຫວັງເຖິງຂັ້ນໃຊ້ຊີວິດຄູ່ກັບນ້ອຍຈົນຮອດເຖົ້າຮອດແກ່

ເປັນເວລາ 6 ເດືອນແລ້ວທີ່ຄວາມຮັກຂອງພວກເຂົາດຳເນີນໄປດ້ວຍດີແລະ ຄອບຄົວຂອງທົງສອງຝ່າຍກໍ່ຮັບຮູ້ ແລະ ເຫັນດີເຫັນພ້ອມທີ່ພວກເຂົາຈະຄົບກັນ ແລະ ແຕ່ງງານກັນ ພໍ່ຂອງຄິມແຮງບອກວ່າ ຖ້າຄິ້ມແຕ່ງງານກັບນ້ອຍຈະຍົກດິນສວນ ດິນນາໃຫ້ ຄ່າດອງເທົ່າໃດບໍ່ວ່າ ເອີ້ນມາໂລດ ພໍ່ສູ້! ເຊິ່ງທາງສອງຝ່າຍກໍ່ໄດ້ເວົ້າທາບທາມກັບໄວ້ແລ້ວຄາດວ່າອອກພັນສາ ປະມານເດືອນ 12 ຈະຂຶ້ນໄປຂໍທີ່ຊຽງຂວາງ ແລະ ຈັດງານແຕ່ງງານເລີຍ ເບິ່ງຄືຄວາມຮັກຂອງພວກເຂົາທັງຄູ່ຈະຈົບລົງດ້ວຍຄວາມສວາຍງາມ

ແຕ່ຢູ່ມາອີກໄລຍະໜຶ່ງເລື່ອງວຸ້ນວາຍກໍ່ໄດ້ເກີດຂຶ້ນ ມັນເໝືອນບົດສອບຄວາມຮັກອັນໃຫຍ່ຫຼວງທີ່ຜ່ານເຂົ້າມາໃຫ້ພວກເຂົາມັງສອງຝ່າຝັນມັນໄປໃຫ້ໄດ້ ເມື່ອ ບີ້ ແຟນເກົ່າຂອງ ຄິ້ມ ໄດ້ກັບມາຂໍຄືນດີ ບີ້ ໄດ້ໄປຫາຄິ້ມທີ່ເຮືອນ ເພື່ອຂໍຄືນດີ ບີ້ທັງເວົ້າດ້ວຍນຳຕາອ້ອນວອນຮ້ອງຂໍ ເພື່ອຫວັງໃຫ້ຄິ້ມຍົກໂທດໃຫ້ ແຕ່ຄິ້ມບໍ່ຍອມໃຈອ່ອນ ແລະ ໄລ່ໃຫ້ ບີ້ ກັບເມືອເຮືອນ ເມື່ອ ບີ້ເຫັນເປັນແບບນີ້ລາວກໍ່ກັບເມືອດ້ວຍນ່ຳຕາ ແຕ່ເລື່ອງມັນບໍ່ຈົບຢ່າງທີ່ຄິດ ບີ້ ບໍ່ຍອມລົ້ມເລີກຄວາມພະຍາຍາມໃນການງໍ້ຂໍຄືນດີກັບ ຄິ້ມ ງ່າຍໆເດັດຂາດ ມື້ນີ້ງໍ້ບໍ່ສຳເລັດ ມື້ໜ້າກໍ່ຈະມາງໍ້ໃໝ່ ງໍ້ຈົນກ່ວາຈະສຳເລັດ

ບີ້ ຈະມີແຜນການແນວໃດມາງໍ້ຂໍຄືນດີ ກັບ ຄິ້ມອີກ, ແລ້ວ ຄິ້ມ ຈະຍອມໃຫ້ອະໄພ ບີ້ ຫຼື ບໍ່? ແລ້ວ ນ້ອຍ ຈະຮູ້ຄວາມລັບນີ້ໄດ້ແນວໃດ? ຕິດຕາມຕໍ່ມື້ອື່ນໄດ້

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...