spot_img
Homeນານາສາລະວິທີປູກເຫັດເຟືອງໃນກະຕ່າພລາສຕິກ

ວິທີປູກເຫັດເຟືອງໃນກະຕ່າພລາສຕິກ

Published on

ກະສິກຳກັບລາວໂພສຕ໌ວັນນີ້ ເຮົາຈະມາຮູ້ຈັກ ວິທີປູກເຫັດເຟືອງໃນກະຕ່າພລາສຕິກ ເປັນອີກວິທີໜຶ່ງໃນການປູກເຫັດເຟືອງສຳລັບຜູ້ທີ່ສົນໃຈສຶກສາແລ້ວຕໍ່ຍອດໄປເຖິງການປູກຂາຍ ເພາະການປູກເຫັດເຟືອງໃນກະຕ່າຊ່ວຍຫຼຸດການໃຊ້ພື້ອນທີ່ ເຄື່ອນຍ້າຍສະດວກ ອີກທັງຍັງສາມາດເກັບເຫັດໄດ້ງ່າຍ ປູກພຽງໜຶ່ງອາທິດກໍ່ສາມາດເກັບຜົນຜະລິດໄດ້ແລ້ວ ເຊິ່ງເທັກນິກການປູກມີດັ່ງນີ້:

3556

ວັດຖຸດິບປະກອບມີ:

1.ເຟືອງທຸກຊະນິດທີ່ແຫ້ງໆ ແລະ ເຟືອງທີ່ບໍ່ເຄີຍປຽກຝົນມາກ່ອນ ຖ້າເປັນກະຕ່າໃໝ່ກໍ່ສາມາດນຳມາປູກເຫັດໄດ້ເລີຍ ຫຼື ຖ້າເປັນກະຕ່າເກົ່າແລ້ວກໍ່ຄວນເຮັດຄວາມສະອາດ ແລະ ຕາກໃຫ້ແຫ້ງກ່ອນ

2.ອາຫານເສີມເຊັ່ນ: ຜັກຕົບສົດ ຫຼື ແຫ້ງ ເປືອກຖົ່ວຕ່າງໆ ຜັກບົ້ງ, ຂີ້ງົວ/ຄວາຍແຫ້ງ, ຮຳ, ເສດຝ້າຍ, ຍິ້ວ ກ້ອນເຊື້ອເຫັດນາງໂລມ/ນາງຟ້າເກົ່າ ເປັນຕົ້ນ

3.ອຸປະກອນອື່ນໆ ໄດ້ແກ່ກະຕ່າພລາສຕິກ, ບົວຫົດນ້ຳ, ເຊື້ອເຫັດເຟືອງ

  • ສະຖານທີ່ຄວນປູກເປັນພື້ນດິນ ກ້ອງຮົ່ມໄມ້ ຫຼື ບ່ອນຮົ່ມຊະນິດ
  • ຈັດກະຕ່າໄປເປັນຖັນແຖວແນວຍາວ 1 ແຖວ ຫຼື 2 ແຖວ
  • ຫົດນ້ຳທີ່ພື້ນດິນໃຫ້ປຽກຊຸ່ມ ຈະໄດ້ຄວາມຊື້ນຈາກການລະເຫີຍອາຍຂອງນ້ຳທີ່ໜ້າດິນ
  • ຄຸມດ້ວຍພລາສຕິກ ປົກດ້ວຍເຟືອງແຫ້ງ ປ່ອຍໄວ້ 3 ຄືນ
  • ຄົບ 3 ຄືນ ເປີດລະບາຍອາກາດຈຸດທາງກາງ ແລ້ວປົກໄວ້ຄືເກົ່າອີກ 3-4 ວັນ ກໍ່ເກັບຜົນຜະລິດໄດ້
  • 1 ກະຕ່າ ເກັບເຫັດໄດ້ 1 ກິໂລ ຂຶ້ນຢູ່ກັບອາຫານເສີມ ຍິ່ງໃສ່ຫຼາຍ ຜົນຜະລິດກໍ່ໄດ້ຫຼາຍຕາມນັ້ນ

ວິທີການປູກເຫັດເຟືອງ

6633

1. ທຸບກ້ອນເຊື້ອ (ກ່ອນເຫັດເກົ່າ) ໃຫ້ແຕກພໍແຫຼກແຕ່ບໍ່ຕ້ອງລະອຽດຫຼາຍ

6635

2. ໃສ່ກ້ອນເຫັດທີ່ທຸບແລ້ວລົງໃນກະຕ່າ ສູງປະມານ 2-3 ນິ້ວ ກົດໃຫເພໍແໜ້ນ ແລະ ຕິດຂອບກະຕ່າ

665

3. ໂຮຍຜັກຕົບທີ່ຊອຍໄວ້ລົງເທິງກ້ອນເຫັດທຸບໃນກະຕ່າ ໂຮຍໄປຕາມຂອບໃນກະຕ່າ

664

4. ນ້ຳເຊື້ອເຫັດເຟືອງມາໂຮຍທັບເທິງ ເປັນຊັ້ນທີ 1

886

5. ເຮັດຊັ້ນທີ 2 ແລະ ຊັ້ນທີ 3 ດ້ວຍວິທີດຽວກັນກັບຊັ້ນທີ 1

6554

636

6. ນຳກະຕ່າເຫັດເຟືອງໄປເກັບໄວ້ໃນບ່ອນສຳລັບປູກເຫັດ

7. ຮັກສາອຸນຫະພູມໃນເຮືອນເຫັດຢູ່ທີ່ 33-38 ອົງສາ ເມື່ອເສັ້ນໃຍເຊື້ອເຫັດອອກເຕັມແລ້ວຈິ່ງຫົວນ້ຳດ້ວຍບົວຝອຍ

8. ເມື່ອເກີດດອກເຫັດແລ້ວໃຫ້ຮັກສາອຸນຫະພູມຢູ່ລະຫວ່າງ 28-32 ອົງສາ ຊ່ວງນີ້ເຮັດເຟືອງຈະຈະເລີນເຕີບໃຫຍ່ຂຶ້ນ

325

ການດູແລກະຕ່າເຮືອນເຫັດພາຍໃນໂຮງເຮືອນ ແລະ ການໃຊ້ຜະລິດຕະພັນ

1.ໃນຊ່ວງເລາ 1-4 ວັນ (ລະດູຮ້ອນ ແລະ ຝົນ) ສ່ວນລະດູໜາວ ໃນໄລຍະ 1-7ຫຼື 8ວັນ ທຳອິດ ຕ້ອງຄວບຄຸທອຸນຫະພູມ ພາຍໃນດຮືອນເຫັດ ໃຫ້ຢູ່ໃນລະດັບ 37-40 ອົງສາ

* ຕິດເຄື່ອງວັດແທກອຸນຫະພູມໄວ້ທີ່ເຮືອນເຫັດ ໃນລະດັບຄວາມສູງຈາກພື້ນດິນຮອດຄານເຮືອນເຫັດ ເພື່ອກວດລະດັບອຸນຫະພູມທີ່ກຳນົດໄວ້

* ຫາກອຸນຫະພູມສູງເກີນໄປໃຫ້ເປີດຊ່ອງລະບາຍລົມອາກາດດ້ານເທິງຂອງໂຮງເຮືອນ ຫຼື ຫົດນ້ຳຮອບໂຮງເຮືອນ້ຫັດ ເພື່ອຫລຸດອຸນຫະພູມ

*ຫາກອຸນຫະພູມຕ່ຳກ່ວາກຳນົດຕ້ອງປິດຊ່ອງລະບາຍອາກາດໃຫ້ປິດສະໜິດ ຫຼື ໃຊ້ດອກໄມ້ 100 ວັດ ໃນເຮືອນເຫັດ ຫ່າງຈາກກະຕ່າປະມານ 1 ຄືບ ເພາະບໍ່ດັ່ງນັ້ນແລ້ວອາດເກີດຄວາມຮ້ອນເກີນໄປ
ໝາຍເຫດ: ຄວນຄວບຄຸມຄວາມຊຸ່ມໃນໂຮງເຮືອນເຫັດໃຫ້ຢູ່ໃນລະດັບ 80% ຂຶ້ນໄປໂດຍໃຊ້ ໂດຍໃຊ້ໄຮໂດມິດຕີຣແຂວນໄວ້ພາຍໃນເຮືອນເຫັດ ລະດັບດຽວກັບເຄື່ອງກວດຈັບອຸນຫະພູມ

2.ເມື່ອເຖິງວັນທີ 4 ໃນລະດູຮ້ອນ ແລະ ລະດູຝົນ ຫຼື ວັນທີ 5 ໃນລະດູໜາວ ໃຫ້ເປີດພລາສຕິກຄຸມ ຫຼື ປິດປະຕູເຮືອນເຫັດຢ່າງໜ້ອຍມື້ລະ 2-3 ຊົ່ວໂມງ ເພື່ອໃຫ້ເຫດັມີການຖ່າຍເທອາກາດ ໃຫ້ເຫັດໄດ້ສ້າງຈຸດກຳເນີດດອກຖ້າວັດຖຸດິບປູກເຫັດແຫ້ງເດີນໄປໃຫ້ຫົດນ້ຳຕາມສົມຄວນ ປົກກະຕິຫົດນ້ຳພຽງເລັກໜ້ອຍ ຈະເປັນການຕັດເສັ້ນໃຍເຫັດ ເພືອເປັນການກະຕຸ້ນໃຫ້ເກີດການສ້າງດອກເຫັດ ໂດຍໃຊ້ນ້ຳຕານກລູໂຄສ 1 ບ່ວງກາເຟ ລະລາຍໃນນ້ຳ 1 ລິດ ຫົດເຊື້ອເຫັດໃຫ້ປຽກ ຖ້າເຊື້ອເຫັດບໍ່ແຫ້ງກໍ່ບໍ່ຕ້ອງຫົດ ຫຼັງຈາກເປີດປະຕູເຮືອນເຫັດແລ້ວຄວນປິດໄວ້ຄືເກົ່າ

3.ລະຫວາງໄລຍະ 5-8 ວັນ ຕ້ອງຄວບຄຸມອຸນຫະພູມພາຍໃນເຮືອນເຫັດໃຫ້ຢູ່ໃນລະດັບ 28-32 ອົງສາ ໂດຍໃນຊ່ວງ 6-7 ວັນ ຈະມີການຮວມຕົວຂອງເສັ້ນໃຍເປັນດອກນ້ອຍໆຈຳນວນຫຼາຍ ຊ່ວງນີ້ຫ້າມເປີດພລາສຕິກ ຫຼື ເຮືອນເຫັດດຸຫຼາຍ ເພາະຈະເຮັດໃຫ້ເຫັດຝໍ່ໄດ້

4.ການເກັບຜະລິດຕະພັນ ແມ່ນຊ່ວງເວລາ 8-9 ໃນລະດູຮ້ອນ ຫຼື 12-15 ວັນໃນລະດູໜາວ ຈິ່ງເກັບໄດ້

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...