spot_img
HomeODOPຫັດຖະກຳແກະສະຫຼັກໄມ້ ລ້ານຊ້າງສິນຄ້າໃໝ່ຂອງ ໜຶ່ງເມືອງໜຶ່ງຜະລິດຕະພັນ

ຫັດຖະກຳແກະສະຫຼັກໄມ້ ລ້ານຊ້າງສິນຄ້າໃໝ່ຂອງ ໜຶ່ງເມືອງໜຶ່ງຜະລິດຕະພັນ

Published on

ຂ່າວ: ໝີ​ນ້ອຍ

      ວັນ​ທີ 9 ພຶດ­ສະ­ພາ 2014 ຜ່ານມາ ໄດ້​ມີ​ມອບ​ກາ​ໝາຍ​ສິນ­ຄ້າໜຶ່ງ​ເມືອງໜຶ່ງ​ຜະ­ລິດ​ຕະ​ພັນ ຫຼື ໂອ​ດັອບ ໃຫ້​ແກ່ຮ້ານ​ຫັດ­ຖະ­ກຳ​ແກະ­ສະ­ຫຼັກ​ໄມ້​ລ້ານ​ຊ້າງອັນ​ໄດ້​ກາຍ­ເປັນ​ຜະ­ລິດ​ຕະ​ພັນ​ໂອ​ດັອບທີ 10 ຂອງ ນວ.

       ພິ­ທີ​ດັ່ງ­ກ່າວ​ຈັດ​ຂຶ້ນ​ທີ່​ບ້ານ​ຊຽງ​ດາ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຊຶ່ງ​ທ່ານ ພູ​ວົງ ພົມ​ມະ​ບຸດ ຮອງກົມ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ສິນ­ຄ້າ​ກະຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ເປັນຜູ້​ມອບ​ໃບ­ຢັ້ງ­ຢືນ​ກາ​ໝາຍ​ສິນ­ຄ້າ​ໂອດັອບ ແລະ ຮັບ​ແມ່ນ ທ່ານ ພົນ​ວິ­ຊາ ດວງ​ປັນ­ຍາ ເຈົ້າ​ຂອງ​ຮ້ານ​ຫັດ­ຖະ­ກຳແກະ­ສະ­ຫຼັກ​ໄມ້​ລ້ານ​ຊ້າງ ພ້ອມ​ນີ້​ຍັງ​ມີທ່ານ​ຮອງ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ແລະ ພາກ­ສ່ວນ​ກ່ຽວຂ້ອງ​ທັງ​ມີ​ອຳ­ນາດ​ການ​ປົກ­ຄອງ​ຂອງ ເມືອງ​ໄຊ​ເຊດ​ຖາ ແລະ ບ້ານ​ເຂົ້າ​ຮ່ວມ.

     ທ່ານ ພົນ​ວິ­ຊາ ດວງ​ປັນ­ຍາ ເຈົ້າ​ຂອງຮ້ານ​ຫັດ­ຖະ­ກຳ​ແກະ­ສະ­ຫຼັກ​ໄມ້​ລ້ານ​ຊ້າງກ່າວ​ໃຫ້​ຮູ້​ວ່າ: ທຸ­ລະ​ກິດ​ໄດ້​ກຳ­ເນີດ​ເກີດຂຶ້ນ​ໃນ​ປີ 1995 ຍ້ອນ​ມີ​ແນວ​ຄິດ​ມັກ​ຮັກໃນ​ງານ​ແກະ­ສະ­ຫຼັກຈິ່ງ​ໃສ່​ຊື່­ວ່າ ຫັດ­ຖະກຳ​ແກະ­ສະ­ຫຼັກ​ໄມ້​ລ້ານ​ຊ້າງ ເພື່ອ​ເປັນສ່ວນ​ໜຶ່ງ​ໃນ​ການ​ອະ­ນຸ​ຮັກ​ສີ­ໄມ້­ລາຍ­ມື ແລະ ພູມ​ປັນ­ຍາ​ຂອງ​ຄົນ​ລາວ​ກໍ​ຄື​ຄົນອາ­ນາ­ຈັກ​ລ້ານ​ຊ້າງ ຊຶ່ງ​ເມື່ອ​ກ່ອນ​ຈະກ້າວ​ເຂົ້າ​ມາ​ດຳ­ເນີນ

       ທຸ­ລະ​ກິດ​ນີ້​ແມ່ນ​ເປັນ​ພະ­ນັກ­ງານ​ສັງ­ກັດຢູ່​ອົງ­ການ​ລັດຕໍ່​ມາ​ເຫັນ​ບ້ານ​ເມືອງ​ຂອງພວກ​ເຮົາ​ມີ​ການ​ພັດ­ທະ­ນາ​ເສດ­ຖະ­ກິດຂະ­ຫຍາຍ­ຕົວ ຫຼັງ​ຈາກ​ນັ້ນ​ກໍ​ລົງ­ມື​ເຮັດທົດ​ລອງ​ແບບ​ຄອບ­ຄົວ​ແລ້ວ​ກໍ​ໄດ້​ເປັນ​ທີ່ຍອມ­ຮັບ​ຈາກ​ມະ­ຫາ­ຊົນ​ເປັນ​ຢ່າງ​ດີ​ຕໍ່ມາ​ເລື້ອຍໆ.

      ທ່ານ ພົນ​ວິ­ຊາ ດວງ​ປັນ­ຍາ ໃຫ້​ຮູ້​ຕື່ມອີ​ກວ່າ: ມາ​ຮອດ​ປະ­ຈຸ​ບັນສິນ­ຄ້າ​ໄດ້​ຖືກນິ­ຍົມ​ຊົມ​ຊອບ​ຍ້ອນ​ເກີດ​ຈາກ​ສີ­ມື​ທີ່​ເຮັດດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ເພີ່ມ​ຄຸນ​ນະ​ພາບຈະ​ບໍ່​ເຮັດ​ຊ້ຳ​ແບບ​ເກົ່າ​ຂອງ​ຜູ້​ອື່ນທາງບໍ­ລິ­ສັດ​ຂອງ​ພວກ​ເຮົາ​ສ່ວນ​ໃຫຍ່​ແມ່ນແກະສະ­ຫຼັກ​ກ່ຽວ​ກັບ​ຊ້າງ.

     ແນວ­ໃດ​ກໍ​ດີ ຫຼັງ​ຈາກ​ປະ­ກາດ​ຜະ­ລິດຕະ​ພັນ​ຂອງ​ຮ້ານ​ຫັດ­ຖະ­ກຳ​ແກະ­ສະ­ຫຼັກໄມ້​ລ້ານ​ຊ້າງ​ເປັນ​ສິນ­ຄ້າ​ໂອ​ດັອບ​ສຳ­ເລັດ ກໍ​ໄດ້​ເຮັດ​ໃຫ້​ເວ­ລາ​ນີ້​ຢູ່ ນວ ມີ​ສິນ­ຄ້າ​ໂອດັອບ​ລວມ​ແລ້ວ​ທັງ​ໝົດ 10 ຜະ­ລິດ​ຕະພັນ ໃນ​ນັ້ນ ມີ​ຢູ່​ເມືອງ​ສີ​ສັດ­ຕະ​ນາກ​ມີ 2 ຫົວ­ໜ່ວຍ, ຈັນ­ທະ​ບູ​ລີ, ນາ​ຊາຍ​ທອງ, ສີໂຄດ​ຕະ­ບອງ, ປາກ​ງື່ມ​ເມືອງ​ລະ 1 ຫົວໜ່ວຍ ແລະ ອີກ 4 ຫົວ­ໜ່ວຍ​ແມ່ນ​ເມືອງໄຊ​ເຊດ​ຖາ.

ທີ່ມາ http://www.sedthakid.la/khao/18779.spc

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...