spot_img
Homeຂ່າວການສຶກສາມອບ-ຮັບ ອາຄານຫໍພັກນັກສຶກສາ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຫລັງໃໝ່!

ມອບ-ຮັບ ອາຄານຫໍພັກນັກສຶກສາ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຫລັງໃໝ່!

Published on

ໂຄງການ​ກໍ່ສ້າງ​ອາຄານ​ຫໍພັກ​ນັກ​ສຶກ​ສາ​ຫຼັງ​ໃໝ່ ຈຳນວນ 3 ຫຼັງ​ຂອງ​ວິທະຍາໄລ​ເຕັກນິກ ລາວ-ເຢຍ​ລະ​ມັນ ແມ່ນ​ໄດ້​ຮັບ​ການສະໜັບສະໜູນ​ຈາກ​ລັດຖະບານເຢຍ​ລະ​ມັນ ເປັນ​ຈຳນວນ​ເງິນ 3,8 ລ້ານ​ເອີ​ໂຣ ແລະ ການ​ປະກອບ​ສ່ວນ​ຂອງ​ລັດຖະບານ​ລາວ ປະມານ 20% ເຊິ່ງ​ຫໍ​ພັກ​ຫຼັງ​ໃໝ່ນີ້ ຈະ​ສາມາດ​ຮອງ​ຮັບ​ນັກ​ສຶກ​ສາໄດ້​ປະມານ 200 ຄົນ ແລະ ມີແຜນການ​ທີ່​ຈະ​ຂະຫຍາຍ​ເພີ່ມ​ໃນຕໍ່ໜ້າ ໃນ​ໄລຍະ​ທີ່​ຜ່ານ​ມາ​ທາງໂຄງການ​ຮ່ວມ​ມື ລາວ-ເຢຍ​ລະມັນ ກໍ່​ໄດ້​ມີ​ພິທີ​ເປີດ ແລະ ມອບຮັບ​ສອງ​ອາຄານ​ໂຮງ​ຊ່າງ​ໃໝ່ ພ້ອມ​ອຸປະກອນ​ທີ່​ທັນ​ສະໄໝ​ສຳລັບ​ພາກ​ວິຊາ​ໄຟຟ້າ ແລະ ລົດຍົນ.

ໂຄງການ​ນີ້​ມີ​ຄວາມ​ໝາຍຄວາມ​ສຳຄັນ​ຍິ່ງ ​ຕໍ່​ການ​ພັດ​ທະນາ​ວຽກ​ງານ​ອາຊີວະ​ສຶກ​ສາ ແລະ ເຝີກ​ອົບຮົມ​ວິຊາ​ຊີບ ເວົ້າລວມ ເວົ້າ​ສະເພາະ ກໍ່​ແມ່ນ​ວິ​ທະຍາ​ໄລ​ເຕັກນິກ ລາວ-ເຢຍ​ລະ​ມັນ ທີ່​ຖື​ວ່າ​ເປັນ​ເອກະລັກ​ຂອງ​ການຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງຝ່າຍ ​ພ້ອມ​ທັງ​ສະຖານ​ອາຊີວະສຶກ​ສາ ທີ່​ເປັນ​ແກນ​ຫຼັກ​ໃນ​ການ​ກໍ່ສ້າງ​ກຳລັງ​ແຮງ​ງານ​ດ້ານ​ເຕັກນິກ ​ໃນ​ສາຂາ​ອາຊີບ ແລະ ລະດັບຕ່າງໆ ​ທີ່​ພຽບ​ພ້ອມ​ໄປ​ດ້ວຍຄວາມ​ຮູ້ ມີ​ທັກ​ສະສີ​ມື ແລະ ຄຸນສົມບັດ ເພື່ອ​ສະໜອງ​ໃຫ້​ແກ່​ຕະຫຼາດ​ແຮງ​ງານ ແລະ ການ​ພັດທະ​ນາ​ເສດຖະກິດ-ສັງຄົມ​ຂອງປະເທດ.

ພິທີ​ມອບ-ຮັບ​ອາຄານ​ຫຼັງ​ດັ່ງກ່າວ ຈັດ​ຂຶ້ນ​ວັນ​ທີ 26 ເມສາ 2016 ຢູ່​ວິທະຍາໄລ​ເຕັກນິກ​ລາວ-ເຢຍ​ລະ​ມັນ ນະຄອນຫຼວງ​ວຽງຈັນ ເຂົ້າ​ຮ່ວມ​ໃນ​ພິທີ​ມີ​ທ່ານ ​ຮສ.​ດຣ. ສົມ​ອົກ ກິ່ງ​ສະ​ດາ ຮອງລັດຖະມົນຕີ​ກະຊວງ​ສາ​ທາ​ລະນະ​ສຸກ ປະທານ​ສະມາຄົມ​ມິດ​ຕະພາບ​ລາວ-ເຢຍ​ລະ​ມັນ ທ່ານ Grau ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຢຍລະ​ມັນ ປະຈຳ​ລາວ ທ່ານ ບົວລານ ສີ​ລິ​ປັນຍາ ຮອງ​ລັດ​ຖະ​ມົນຕີ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານ ສົມ​ລິດ ວິ​ຣິ​ວົງ ຜູ້​ອຳນວຍ​ການ​ວິທະຍາໄລ​ເຕັກນິກ ລາວ-ເຢຍ​ລະ​ມັນ ພ້ອມ​ດ້ວຍ​ນັກສຶກ​ສາ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມ.

 

ແຫລ່ງຂ່າວ:

ວຈໝ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...