spot_img
Homeຂ່າວການພັດທະນາໃນ 5 ປີຜ່ານມາ ເມືອງໄກສອນພົມວິຫານ ເລັ່ງໃສ່ພັດທະນາພື້ນຖານໂຄງລ່າງໄດ້ຢ່າງຫຼວງຫຼາຍ

ໃນ 5 ປີຜ່ານມາ ເມືອງໄກສອນພົມວິຫານ ເລັ່ງໃສ່ພັດທະນາພື້ນຖານໂຄງລ່າງໄດ້ຢ່າງຫຼວງຫຼາຍ

Published on

12990844_786229188174700_1505691728800873106_n

ຕາມການໃຫ້ສຳພາດຂອງທ່ານ ບຸນທຶງ ພົງສະຫວັດ ຄະນະປະຈຳພັກເມືອງ ຮອງປະທານອົງການພັດທະນາ ແລະບໍລິຫານຕົວເມືອງ ໄດ້ແຈ້ງໃຫ້ຮູ້ໃນວັນທີ 7 ເມສາ 2016 ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ (2011-2015) ອົງການບໍລິຫານ ແລະພັດທະນາຕົວເມືອງ ໄດ້ຮັບງົບປະມານໃນການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ໂຄງການຂະຫຍາຍເສັ້ນທາງໃນເທສະບານເມືອງ ປະກອບມີ 23 ໂຄງການ, ມູນຄ່າ 72 ຕື້ກວ່າກີບ, ໃນນັ້ນ ໄດ້ກໍ່ສ້າງສຳເລັດແລ້ວ 23 ໂຄງການ ເຊິ່ງປະກອບມີ: ໂຄງການເຂດບ້ານໂພນສະຫວ່າງໃຕ້ ທາງ 4 ເສັ້ນ, ໂພນສະຫວ່າງເໜືອ 3 ເສັ້ນ, ບ້ານສອນໄຊ 2 ເສັ້ນ, ບ້ານຫົວເມືອງເໜືອ 1 ເສັ້ນ, ບ້ານອຸດົມວິໄລ 5 ເສັ້ນ, ໂພນສະຫວັນ 4 ເສັ້ນ, ໂພນສະອາດ 3 ເສັ້ນ, ສອນໄຊ 2 ເສັ້ນ, ທ່າເມືອງ 1 ເສັ້ນ, ໂພນສະຫວາດ 2 ເສັ້ນ, ສຸນັນທາ 1 ເສັ້ນ, ສະໜາມໄຊ 3 ເສັ້ນ, ສະພານໃຕ 2 ເສັ້ນ, ດົງດຳດວນ 4 ເສັ້ນ, ໜອງເດີ່ນ 1 ເສັ້ນ ແລະບ້ານໝໍເມືອງ 1 ເສັ້ນ, ລວມມີໄລຍະທາງທັງໝົດ 33.582 ແມັດ. ໃນນັ້ນມີທາງ ບຸກເບີກໃໝ່ 1 ເສັ້ນ, ຍາວ 528 ແມັດ, ທາງຍົກລະດັບດິນແດງ 7 ເສັ້ນ, ຍາວ 10.443 ແມັດ, ທາງປູຢາງຊັນໜຶ່ງ 26 ເສັ້ນ, ຍາວ 20.279 ແມັດ, ທາງປູຍາງສອງຊັ້ນ 1 ເສັ້ນ, ຍາວ 240 ແມັດ ແລະທາງເບຕົງເສີມເຫຼັກ 5 ເສັ້ນ, ຍາວ 2.092 ແມັດ. ໂດຍແມ່ນບໍລິສັດ ສະຫວັນຄຳ ກໍ່ສ້າງ ຂົວ-ທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.

13012711_786229298174689_4618383044482512866_n

ປະຈຸບັນ ໂຄງການກໍ່ສ້າງ ກຳລັງສຸມໃສ່ ປູຢາງຊັ້ນໜຶ່ງເສັ້ນທາງເຂດບ້ານສະໜາມໄຊ 3 ເສັ້ນ, ເຊິ່ງເປັນອີກເສັ້ນທາງໜຶ່ງທີ່ມີຄວາມສຳຄັນ ໃນການລະບາຍລົດ ເຊິ່ງເສັ້ນທາງດັ່ງກ່າວນີ້ ເປັນເສັ້ນທາງເຊື່ອມຕໍ່ໃສ່ທາງເລກ 9 ຢູ່ເຂດກິໂລແມັດທີ 7 ມາເຊື່ອມຕໍ່ໃສ່ເສັ້ນທາງຟ້າງຸ່ມ (ທາງໄປ ມ.ຂ) ເຊິ່ງເປັນເສັ້ນທາງໃໝ່ນອກເມືອງ ເພື່ອລະບາຍລົດທີ່ແອອັດຕາມຕົວເມືອງ ແລະຄາດວ່າຈະໃຫ້ສຳເລັດກ່ອນປີໃໝ່ລາວ 2559 ຢ່າງແນ່ນອນ.

ໃນໂອກາດດັ່ງກ່າວ ທ່ານ ບຸນທຶງ ພົງສະຫວັດ ຍັງໄດ້ຝາກມາເຖິງຜູ້ໃຊ້ລົດ ໃຊ້ຖະໜົນ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈົ່ງພ້ອມກັນເປັນຫູ ເປັນຕາ, ກວດກາໃນການໃຊ້ລົດບັນທຸກນ້ຳໜັກເກີນ ແລະຜູ້ປະກອບການ ກໍ່ບໍ່ຄວນໃສ່ນ້ຳໜັກຫຼາຍຈົນເກີນໄປ ເພາະເສັ້ນທາງດັ່ງກ່າວ ເປັນເສັ້ນທາງປູຢາງຊັ້ນດຽວ ບໍ່ສາມາດຮັບນ້ຳໜັກຫຼາຍເກີນໄປ ຈະເຮັດໃຫ້ເສັ້ນທາງເປ້ເພ ແລະສູນເສຍງົບປະມານໃນການສ້ອມແປງຕື່ມອີກ.

 

ຂ່າວຈາກ: ສະຫວັນພັດທະນາ ຂ່າວ / Savanhphuttana News

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...