spot_img
HomeມູມໄອທີລາວApple ຂຶ້ນເປັນຮ້ານຄ້າອອນລາຍອັນດັບ 2 ຂອງໂລກເປັນຮອງພຽງ Amazon ເທົ່ານັ້ນ

Apple ຂຶ້ນເປັນຮ້ານຄ້າອອນລາຍອັນດັບ 2 ຂອງໂລກເປັນຮອງພຽງ Amazon ເທົ່ານັ້ນ

Published on

ຜົນການຈັດອັນດັບຮ້ານຄ້າອອນລາຍຍອດຂາຍສູງສຸດຂອງ Internet Retailer ເປີດເຜີຍວ່າແອັບເປີ້ນເປັນອີຄອມເມຣີດຍອດຂາຍສູງທີ່ສຸດໃນໂລກອັນດັບທີ 2 ແລ້ວ

Online-Retail-800x456

ການຈັດອັນດັບຫຼ້າສຸດນັ້ນທາງ Internet Retailer ໄດ້ລວມເອົາຍອດຂາຍຮາດແວຂອງແອັບເປີ້ນນຳ (iPhone, iPad, iPod ແລະອື່ນໆ) ໂດຍກ່ອນໜ້ານີ້ຄິດໄລ່ເອົາແຕ່ iTunes ແລະ App Store ….ເຮັດໃຫ້ຍອດຂາຍລວມຂອງແອັບເປີ້ນສູງແຊງໜ້າເປັນອັນດັບ 2

ສຳລັບອັນດັບທີ 1 ໃນໂລກອີຄອມເມຣີດນັ້ນຍັງຄົງເປັນ Amazon ຍັກໃຫຍ່ເຊິ່ງມີຄະແນນສູງກວ່າແອັບເປີ້ນຫຼາຍ (ເພາະວ່າ ອາເມຊອນ ຕ່າງຈາກແອັບເປີ້ນຫຼາຍ)

ຍອດຂາຍສິນຄ້າອອນລາຍຂອງແອັບເປີ້ນນັ້ນແມ່ນ 24% ມາຈາກ iPhone ເຊິ່ງສອດຄ່ອງກັບພາບລວມລາຍຮັບປັດຈຸບັນຂອງບໍລິສັດນຳ

ທີ່ມາ: WSJ

ບົດຄວາມຫຼ້າສຸດ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...