spot_img
Homeຂ່າວພາຍ​ໃນສານອວຍພອນປີໃໝ່ລາວ ພສ 2559 ຂອງປະທານປະເທດແຫ່ງ ສປປ ລາວ

ສານອວຍພອນປີໃໝ່ລາວ ພສ 2559 ຂອງປະທານປະເທດແຫ່ງ ສປປ ລາວ

Published on

ພີ່ນ້ອງ​ຊາວ​ລາວ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ທີ່​ຮັກແພງ​ທັງຫຼາຍ.

ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ປີ​ມະແມ ​ພສ 2558 ແລະ ຕ້ອນຮັບ​ປີ​ໃໝ່ ປີ​ວອກ ​ພສ 2559 ຂ້າພະເຈົ້າ​ມີ​ຄວາມ​ປິ​ຕິ​ຊົມຊື່ນ​ເປັນຢ່າງ​ຍິ່ງ ຂໍ​ສົ່ງ​ພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ພີ່ນ້ອງ​ຊາວ​ລາວ ຢູ່​ພາຍໃນ​ປະເທດ ແລະ ຕ່າງປະເທດ​ທຸກ​ຖ້ວນ​ໜ້າ ພ້ອມ​ທັງ​ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງປະເທດ​ທີ່​ດຳລົງ​ຊີວິດ ແລະ ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢູ່ ​ສປປ ລາວ ຂໍ​ໃຫ້​ທຸກໆ​ຄົນ​ຈົ່ງ​ມີ​ແຕ່​ຄວາມ​ເບີກບານ​ມ່ວນຊື່ນ ເພື່ອ​ຕ້ອນຮັບ​ປີ​ໃໝ່​ລາວ ທີ່​ຈະ​ມາ​ເຖິງ​ນີ້.

ປີ​ມະແມ ​ພສ 2558 ເປັນ​ປີ​ທີ່ມີ​ຄວາມ​ສຳຄັນ ເປັນ​ປະຫວັດສາດ​ຂອງ​ພວກ​ເຮົາ​ທົ່ວ​ປວງ​ຊົນ​ລາວ​ບັນດາເຜົ່າ ໄດ້​ພ້ອມ​ກັນ​ສະເຫຼີມສະຫຼອງ​ ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ ຄົບຮອບ 60 ປີ ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ​ຄັ້ງ​ທີ X ສຳເລັດ​ຜົນ​ຢ່າງ​ສະຫງ່າ​ງາມ​ໃນ​ມໍ່ໆ​ມານີ້ ໄດ້​ສຳເລັດ​ການ​ປ່ອນ​ບັດເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງຊາດ ​ຊຸດ​ທີ VIII ແລະ ສະມາຊິກສະພາ​ປະຊາຊົນ​ຂັ້ນ​ແຂວງ-ນະຄອນຫຼວງ​ໃນ​ທົ່ວ​ປະເທດ​ດ້ວຍ ບັນຍາກາດ​ອັນ​ຟົດຟື້ນ.

ທັງ​ໝົດ​ນີ້​ແມ່ນ​ເຫດການ​ການເມືອງ​ ທີ່​ເປັນ​ປະຫວັດສາດ​ຂອງຊາດ​ລາວ​ເຮົາ.

ປີ​ມະແມທີ່​ຜ່ານ​ພົ້ນ​ໄປ ເຖິງ​ວ່າສະພາບ​ຄວາມ​ຫຍຸ້ງຍາກ ແລະ ອຸປະສັກ​ຕ່າງໆ​ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະເທດ​ເຮົາ​ໃນ​ຫຼາຍ​ດ້ານ​ກໍ່​ຕາມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ-ລັດຖະບານ​ປະຊາຊົນ​ບັນດາເຜົ່າທົ່ວ​ປະເທດ ​ໄດ້​ເປັນ​ເຈົ້າ​ການ​ຜ່ານຜ່າ​ຄວາມ​ຫຍຸ້ງຍາກ ສຸມ​ໃສ່​ແກ້ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ການ​ປະຕິບັດ​ເປົ້າ​ໝາຍ​ສະຫັດສະ​ວັດ​ ຂອງ​ອົງການ​ສະຫະ​ປະຊາຊາດ ການ​ປະຕິບັດ​ວຽກ​ງານສາມ​ສ້າງ​ຢ່າງ​ແຂງແຮງ ຢູ່​ໃນຂອບ​ເຂດ​ທົ່ວ​ປະເທດ ເຮັດ​ໃຫ້​ປະເທດ​ມີ​ສະຖຽນ​ລະ​ພາບ​ທາງດ້ານ​ການເມືອງ​ໜັກ​ແໜ້ນ ການພັດທະນາ​ເສດຖະກິດ-ສັງຄົມ ໄດ້ສືບຕໍ່​ຂະຫຍາຍຕົວ​ຕໍ່​ເນື່ອງ ການລົງທຶນຈາກ​ພາຍ​ໃນ ແລະ ຕ່າງປະເທດໄດ້​ເພີ່ມ​ຂຶ້ນ ລວມ​ຍອດຜະລິດ​ຕະ​ພັນ​ພາຍ​ໃນ​ມີ​ອັດຕາເຕີບ​ໂຕ ປະມານ 7,5% ສະເລ່ຍ ບັນລຸ​ໄດ້​ປະມານ 1.875 ໂດ​ລາສະຫະລັດ​ຕໍ່​ຄົນ​ຕໍ່​ປີ ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ ໄດ້​ຮັບ​ການ​ປັບປຸງ​ຍົກ​ລະດັບ​ດີຂຶ້ນ ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ ຍັງ​ເຫຼືອ​ປະມານ 6,9% ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ກັບ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ອົງ​ການຈັດຕັ້ງ​ສາກົນ ໄດ້ສືບຕໍ່​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ​ເຮັດ​ໃຫ້​ຖານະ​ບົດບາດ ແລະ ອິດ​ທິ​ພົນ​ຂອງ ​ສປປ ລາວ ນັບ​ມື້​ສູງ​ຂຶ້ນ​ໃນ​ເວທີ​ສາກົນ.

ພີ່ນ້ອງ​ຮ່ວມ​ຊາດ​ທີ່​ຮັກແພງ​ທັງຫຼາຍ.

ປີ​ວອກ ​ພສ 2559 ເປັນ​ປີທຳ​ອິດ​ໃນ​ການຈັດຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ ປະຕິບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ ຄັ້ງ​ທີ VIII ທັງ​ເປັນ​ການໝູນວຽນ​ອາ​ຊຽນ ເຊິ່ງ ​ສປປ ລາວ ຈະ​ໄດ້​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ແລະ ກອງ​ປະຊຸມ​ອື່ນໆ​ຂຶ້ນ ໂດຍມີ​ປະມຸກ​ລັດ ຫົວໜ້າ​ລັດຖະບານຈາກ​ປະເທດ​ຕ່າງໆ​ໃນ​ທົ່ວ​ໂລກ ​ທີ່ມີ​ການ​ພົວພັນ​ກັບ​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ​ ກໍ່​ຈະ​ເຂົ້າ​ມາ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ທີ່ຈະ​ຈັດ​ຂຶ້ນ​ຢູ່ ​ສປປ ລາວ ພວກ​ເຮົາໃນຕໍ່ໜ້າ​ນີ້.

ດ້ວຍ​ເຫດ​ນີ້ ຂ້າພະເຈົ້າ​ຮຽກຮ້ອງ​ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດທຸກໆ​ຄົນ ​ຈົ່ງ​ພ້ອມພຽງ​ກັນ​ເພີ່ມທະວີ​ຄວາມ​ສາມັກຄີ​ເປັນ​ປຶກແຜ່ນ​ແໜ້ນໜາ ພ້ອມ​ກັນ​ຜ່ານຜ່າ​ຄວາມ​ຫຍຸ້ງຍາກ ແລະ ສິ່ງທົດ​ສອບ​ທ້າ​ທາຍ​ທຸກ​ປະການ​ສູ້ຊົນ​ປະຕິບັດ​ມະຕິ​ກອງ​ປະຊຸມໃຫຍ່ ຄັ້ງ​ທີ X ຂອງ​ພັກ ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII ເພື່ອ​ເຮັດ​ໃຫ້​ປະຊາຊົນບັນດາເຜົ່າ​ຮັ່ງມີ​ຜາ​ສຸກ ປະເທດຊາດ​ມັ່ງ​ຄັ່ງ​ເຂັ້ມແຂງ ສັງຄົມ​ມີຄວາມ​ສາມັກຄີ​ປອງ​ດອງ​ປະຊາທິປະໄຕ​ຍຸຕິ​ທຳ ແລະ ມີ​ຄວາມ​ຮຸ່ງເຮືອງ​ສີວິໄລ.

ໃນ​ໂອກາດ​ເລີກ​ງາມ​ຍາມ​ດີ​ມື້ຂຶ້ນ​ປີ​ໃໝ່ ຂ້າພະເຈົ້າ​ຕາງໜ້າໃຫ້ການ​ນຳ​ຂອງ​ພັກ-ລັດ ​ສປປ ລາວ ແລະ ໃນ​ນາມ​ສ່ວນ​ຕົວ ຂໍສົ່ງ​ພອນ​ໄຊ​ອັນ​ປະເສີດ​ ມາ​ຍັງ​ພີ່ນ້ອງ​ຊາວ​ລາວ​ທຸກ​ຖ້ວນ​ໜ້າທີ່​ຢູ່ພາຍ​ໃນ ແລະ ຕ່າງປະເທດ ຈົ່ງປະສົບ​ແຕ່​ຄວາມ​ຜາ​ສຸກ​ໃນ​ຊີວິດສ່ວນ​ຕົວ ຄອບຄົວ ແລະ ມີ​ຜົນ​ສຳເລັດ​ໃນ​ໜ້າທີ່​ວຽກ​ງານ ​ຍາດ​ໄດ້ໄຊຊະນະ​ໃໝ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ.

ພິເສດ ຂ້າພະເຈົ້າ​ກໍ່​ຂໍ​ຝາກຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບອຸ່ນ ​ມາ​ຍັງ​ພະນັກງານ ທະຫານ ຕຳຫຼວດ ພະນັກງານ​ຮັບ​ເບ້ຍບຳນານ ຜູ້​ເສຍ​ອົງຄະ ແລະ ປະຊາ​ຊົນ​ບັນດາເຜົ່າ​ທຸກ​ຖ້ວນ​ໜ້າ ທີ່​ກຳລັງ​ຮັກສາ​ປິ່ນປົວ​ຢູ່​ຕາມ​ໂຮງໝໍ​ແຫ່ງ​ຕ່າງໆ ​ຈົ່ງ​ຫາຍ​ຈາກ​ພະຍາດ​ໂລຄາ​ໂດຍ​ໄວ ເພື່ອ​ກັບ​ຄືນເມືອ​ຫາ​ຄອບຄົວ ກົມ​ກອງ ເພື່ອສືບຕໍ່​ປະຕິບັດ​ເຮັດ​ໜ້າທີ່​ປົກ​ປັກຮັກສາ ແລະ ສ້າງສາ​ພັດທະນາປະເທດ​ຊາດ.

ປີ​ວອກ ​ພສ 2559 ຂໍ​ໃຫ້​ສິ່ງ​ສັກສິດ​ໃນ​ໂລກ​ນີ້ ​ດົນ​ບັນດານ​ໃຫ້ທຸກໆ​ຄົນ​ຈົ່ງ​ມີ​ແຕ່​ຄວາມ​ຢູ່​ເຢັນເປັນ​ສຸກ ປາສະຈາກ​ພະຍາດ​ໂລຄາ​ທັງ​ປວງ ປີ​ໃໝ່​ນີ້​ຂໍ​ໃຫ້​ໄດ້​ຮັບແຕ່​ສິ່ງ​ດີໆທຸກ​ປະການ​ເທີ້ນ.

ສະບາຍດີ​ປີ​ໃໝ່

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...