spot_img
Homeໜັງໃໝ່Kingsman: The Golden Circle ໃບປິດບອກໃບ້ເຖິງການກັບມາຂອງໂຕເອກພາກທຳອິດ

Kingsman: The Golden Circle ໃບປິດບອກໃບ້ເຖິງການກັບມາຂອງໂຕເອກພາກທຳອິດ

Published on

image

ຫຼ້າສຸດນີ້ໄດ້ມີໃບປິດທຳອິດຂອງຮູບເງົາພາກຕໍ່ຂອງ Kingsman : The Secret Service ທີ່ມີຊື່ວ່າ Kingsman: The Golden Circle ອອກມາສ້າງຄວາມໜ້າສົນໃຈໃຫ້ກັບໂຕໜັງຂຶ້ນມາອີກຄັ້ງນັ້ນກໍຄືຂໍ້ຄວາມທີ່ຂຽນໃນໃບປິດທີ່ວ່າ: “report of my death have been greatly exaggerated” ຫຼືແປຄວາມໝາຍວ່າ: “ລາຍງານການເສຍຊີວິດຂອງຂ້ອຍນັ້ນເບິ່ງຄືວ່າຈະເວົ້າເກີນຈິງເກີນໄປ” ພ້ອມທັງຍັງມີແວ່ນຕາຂອງໂຕລະຄອນພາກເກົ່າແບບ Harry Hart (Colin Firth) ວາງທັບຢູ່ນຳ

ຖ້າອີງຕາມຂ່າວລືທີ່ວ່າຜູ້ກຳກັບ Matthew Vaughn ໄດ້ພະຍາຍາມຫາທາງໃຫ້ໂຕລະຄອນ Harry Hart ກັບມາໃນພາກນີ້ ເຖິງວ່າຈະໃຫ້ສຳພາດມາເທື່ອໜຶ່ງແລ້ວວ່າອາດຈະເປັນໄປບໍ່ໄດ້, ແຕ່ວ່າຮູບໃບປິດນີ້ຊີ້ໃຫ້ເຫັນວ່າຜູ້ກຳກັບ Vaughn ອາດຫາວິທີໄດ້ແລ້ວກໍໄດ້ ແຕ່ວ່ານີ້ກໍຍັງບໍ່ສາມາດຢືນຢັນໄດ້ວ່າໂຕລະຄອນດັ່ງກ່າວນີ້ຈະກັບມາ ຄົງຕ້ອງຖ້າຕິດຕາມຂ່າວກັນຕໍ່ໄປເດີ້

image

ໂດຍໂຕໜັງນັ້ນມີກຳນົດສາຍທີ່ອາເມຣິກາໃນວັນທີ 16 ມິຖຸນາ ປີ 2017

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...