spot_img
Homeຂ່າວຕ່າງປະເທດການເຈລະຈາສັນຕິພາບຊີຣີ ຈະສືບຕໍ່ຟື້ນຄືນໃໝ່ ວັນທີ 11 ເມສານີ້!

ການເຈລະຈາສັນຕິພາບຊີຣີ ຈະສືບຕໍ່ຟື້ນຄືນໃໝ່ ວັນທີ 11 ເມສານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ເມສາຜ່ານມານີ້ວ່າ ທ່ານ Staffan de Mistura ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊີຣີ ໄດ້ເຂົ້າພົບປະຫາລືກັບ ທ່ານ ເຊີເກ ລາບຣອບ ລັດຖະມົນຕີການຕ່າງປະເທດຣັດເຊຍ ທີ່ນະຄອນຫລວງມົດສະກູ ເມື່ອວັນທີ 5 ເມສາ 2016 ຜ່ານມາ ເພື່ອກະ​ກຽ​​ມ​ໃຫ້ແກ່ ການເປີດຮອບ​ເຈລະຈາ​ສັນຕິພາບ​ທີ່ຈະ​ມາ​ເຖິງ​ ລະ​ຫວ່າງ​ບັນດາຝ່າຍທີ່​ເຂົ້າ​ຮ່ວມການ​ສູ້​ຮົບ​ຢູ່ຊີຣີ ຊຶ່ງ​ອາດຈະ​ໄດ້​​ສືບ​ຕໍ່​ຄືນ​ໃໝ່ ໃນ​ວັນ​ທີ 11 ເມສານີ້ ທີ່ນະຄອນເຊີ​ແນ​ວ ປະ​ເທດສະ​ວິດ.

ກ່ອນ​ໜ້າ​ນັ້ນ, ທ່ານ Mistura ​ໃຫ້​ຮູ້​ວ່າ ທ່ານຈະ​ເລີ່​ມດຳ​ເນີນ​ການ​ເຈລະຈາ​ຮອບໃໝ່ ​ໃນ​ວັນ​ທີ 11 ເມສາ ດ້ວຍ​ການ​ພົບ​ປະ​ກັບ ​ບັນດາ​ຜູ້ຕາງໜ້າ​ຂອງ​ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC) ແລະ ສຳພັນ​ທະ​ມິດ​​ຫລາຍ​ກຸ່ມຝ່າຍ​ຄ້ານ​ຢູ່ຊີຣີ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...