spot_img
Homeຂ່າວທ້ອງຖິ່ນພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ລົງກວດສອບມາດຕະຖານຊິງຊັ່ງທົ່ວໄປ ແລະ ຊິງຊັ່ງຄໍາ

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ລົງກວດສອບມາດຕະຖານຊິງຊັ່ງທົ່ວໄປ ແລະ ຊິງຊັ່ງຄໍາ

Published on

ໃນວັນທີ 31 ມີນາ 2016 ທີຜ່ານມາ ພະນັກງານວິຊາການຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ຮ່ວມກັບ ຄະນະຈັດສັນຕະຫຼາດ ໄດ້ລົງເຄື່ອນໄຫວກວດສອບມາດຕະຖານຂອງຊິງຊັ່ງ ພ້ອມທັງຂຶ້ນທະບຽນຊິງຊັ່ງທົ່ວໄປ ແລະ ຊິງຊັ່ງຄໍາ ໂດຍການນຳພາຂອງ ທ່ານ ແສງຄຳ ພິມມະສອນ ຫົວໜ້າຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໃຫ້ແມ່ຄ້າຊາວຂາຍຕາມທ້ອງຕະຫຼາດໃຫ້ຖືກຕ້ອງຕາມລະບຽບການ ເພື່ອບໍ່ເປັນການເອົາປຽບຜູ້ອຸປະໂພກ-ບໍລິໂພກ ໃນຈໍານວນ 3 ຕະຫຼາດ ອ້ອມຂ້າງເທສະບານເມືອງທ່າແຂກ ຄື ຕະຫຼາດສຸກສົມບູນ ຕະຫຼາດຫຼັກ 2 ແລະ ຕະຫຼາດເພັດມະນີ.

ການລົງເຄື່ອນໄຫວໃນຄັ້ງນີ້ ບັນດາຈັດສັນຕະຫຼາດ ແລະ ຊາວຄ້າຂາຍສ່ວນຫຼາຍແມ່ນໄດ້ໃຫ້ການຮ່ວມມື ແລະ ເຂົ້າໃຈເຖິງວຽກງານນີ້ຫຼາຍຂຶ້ນ ຖ້າທຽບໃສ່ປີຜ່ານມາ ຍັງມີແມ່ຄ້າຈຳນວນໜ້ອຍທີ່ຍັງບໍ່ໃຫ້ຄວາມຮ່ວມມື ຜ່ານການລົງກວດກາໂຕຈິງ ສາມາດກວດຊິງຊັ່ງທົ່ວໄປໄດ້ຈຳນວນ 337 ໜ່ວຍ ແລະ ໄດ້ກວດພົບຊິງທີ່ບໍ່ໄດ້ມາດຕະຖານຈຳນວນ 12 ໜ່ວຍ ແລະ ກວດຊິງຊັ່ງຄຳຕາມຮ້ານຄຳຈຳນວນ 42 ໜ່ວຍໃນ 3 ຕະຫຼາດ.

ຂ່າວ/ພາບ: ຄູນປະເສີດ ໃບຫຼວງລາດ

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...