spot_img
Homeປະເພນີ-ວັດທະນະທຳທ້າວ ກະບິນລະພົມ ກັບ ທິດາທັງ 7

ທ້າວ ກະບິນລະພົມ ກັບ ທິດາທັງ 7

Published on

ແຕ່ກີ້ແຕ່ກ່ອນ ມີເສດຖີຄົນໜຶ່ງ ມີແຕ່ເງິນແຕ່ບໍ່ມີລູກ ຕັ້ງເຮືອນຢູ່ໃກ້ກັບນັກເລງຂີ້ເຫຼົ້າທີ່ມີລູກສອງຄົນ ມື້ໜຶ່ງນັກເລງຂີ້ເຫຼົ້າເວົ້າໃຫ້ເສດຖີ ຈົນເສດຖີນ້ອຍໃຈ ຈຶ່ງໄດ້ບວງສວງພະອາທິດ ພະຈັນ ຕັ້ງຈິດອະທິຖານຂໍລູກ ຢູ່ກວ່າສາມປີ ກໍຂາດວີ່ແວວທີ່ຈະມີລູກ ຢູ່ມາມື້ໜຶ່ງພໍເຖິງໃນໄລຍະທີ່ພະອາທິດຍົກຂຶ້ນສູ່ລາສີເມດ ເສດຖີໄດ້ພາບໍລິວານໄປຍັງຕົ້ນໄຮແຄມນ້ຳ ພໍເຖິງກໍໄດ້ເອົາເຂົ້າສານລົງລ້າງໃນນ້ຳເຈັດເທື່ອ ແລ້ວຫຸງບູຊາອະທິຖານຂໍລູກກັບລຸກຂະເທວະດາໃນຕົ້ນໄຮນັ້ນ ລຸກຂະເທວະດາເຫັນໃຈເສດຖີ ຈຶ່ງເຫາະໄປທູນພະຍາອິນ ບໍ່ຊ້າພະຍາອິນກໍມີເມດຕາປະທານໃຫ້ເທພະບຸດອົງໜຶ່ງຊື່ວ່າ “ທຳມະບານ” ລົງໄປປະຕິສົນທິໃນມົດລູກເມຍເສດຖີ ໄດ້ເກົ້າເດືອນກໍເກີດອອກມາ ເສດຖີຕັ້ງຊື່ໃຫ້ກຸມານນ້ອຍນີ້ວ່າ ທຳມະບານກຸມານ ແລະ ໄດ້ປຸກປາສາດໄວ້ໃຕ້ຕົ້ນໄຮໃຫ້ກຸມານນີ້ຢູ່ອາໄສ.

p1 (1)

ຕໍ່ ມາເມື່ອທຳມະບານກຸມານໃຫຍ່ຂຶ້ນ ກໍໄດ້ຮຽນຮູ້ພາສານົກ ແລະຮຽນໄຕເພດຈົບເມື່ອອາຍຸໄດ້ເຈັດປີ ພວກເຂົາໄດ້ເປັນອາຈານໄລ່ມື້ໄລ່ວັນມຸງຄຸນຕ່າງໆ ແກ່ຄົນທັງຫລາຍ ຢູ່ມາມື້ໜຶ່ງ ທ້າວກະບິນລະພົມ(ພະຍາພົມ) ໄດ້ລົງມາຖາມບັນຫາກັບທຳມະບານກຸມານ 3 ຂໍ້ ຖ້າທຳມະບານກຸມານຕອບໄດ້ກໍຈະຕັດສຽນ(ຫົວ)ບູຊາ ແຕ່ຖ້າຕອບບໍ່ໄດ້ຈະຕັດຫົວທຳມະບານກຸມານຖ້ິມເສຍ ທ້າວກະບິນລະພົມ ຖາມທຳມະບານກຸມານວ່າ ຕອນເຊົ້າລາສີຢູ່ທີ່ໃດ ຕອນທ່ຽງລາສີຢູ່ທີ່ໃດ ແລະຕອນຄ່ຳລາສີຢູ່ທີ່ໃດ ທັນໃດນັ້ນທຳມະບານກຸມານຈຶ່ງຂໍເວລາກັບທ້າວກະບິນລະພົມເປັນ ເວລາ 7 ມື້ ເພື່ອໄປຄົ້ນຄວ້າຫາຄຳຕອບ.

8996
ທາງທຳມະບານກຸມານກໍ ພະຍາຍາມຄິດຄົ້ນຫາຄຳຕອບ ລ່ວງເຂົ້າວັນທີ່ 6 ທໍາມະບານກຸມານກໍລົງຈາກປາສາດມານອນຢູ່ໃຕ້ຕົ້ນຕານເຂົາຄິດວ່າ ຂໍຕາຍໃນທີ່ລັບຍັງດີກວ່າໄປຕາຍດ້ວຍອາຍາທ້າວກະບິນລະພົມ ບັງເອີນເທິງຕົ້ນໄມ້ມີນົກແຮ້ງ 2 ຕົວຜົວເມຍເຮັດລັງຢູ່. ນາງນົກແຮ້ງຖາມຜົວວ່າ ມື້ອື່ນນີ້ເຮົາຈະໄປຫາອາຫານແຫ່ງໃດ ຜົວຕອບນາງແຮ້ງວ່າ ເຮົາຈະໄປກິນສົບທຳມະບານກຸມານ ຊຶ່ງທ້າວກະບິນລະພົມຈະຂ້າເສຍ ດ້ວຍແກ້ບັນຫາບໍ່ໄດ້. ນາງນົກຈຶ່ງຖາມວ່າ ຄຳຖາມທີ່ທ້າວກະບິນລະພົມ ຖາມຄືຫຍັງ?. ຜົວກໍເລົ່າໃຫ້ຟັງ ຊຶ່ງນາງນົກກໍບໍ່ສາມາດຕອບໄດ້ ຜົວຈຶ່ງສະເຫຼີຍວ່າ ຕອນເຊົ້າ ລາສີຈະຢູ່ທີ່ໜ້າ ຄົນຈຶ່ງຕ້ອງລ້າງໜ້າທຸກໆ ເຊົ້າ ຕອນທ່ຽງ ລາສີຈະຢູ່ທີ່ໜ້າເອິກ ຄົນຈຶ່ງອາບນ້ຳແລະເອົາເຄື່ອງຫອມປະພົມທີ່ໜ້າເອິກ ສ່ວນຕອນຄ່ຳ ລາສີຈະຢູ່ທີ່ຕີນ ຄົນເຮົາຈຶ່ງຕ້ອງລ້າງຕີນກ່ອນເຂົ້ານອນ ທຳມະບານກຸມານກໍໄດ້ຮູ້ເລື່ອງທີ່ນົກແຮ້ງລົມກັນທັງໝົດຈຶ່ງຈົດ ຈໍາໄວ້.

236
ເມື່ອຮຸ່ງເຊົ້າຂຶ້ນມາເປັນມື້ນັດໝາຍກັນແລ້ວ ທ້າວກະບິນລະພົມກໍມາຕາມສັນຍາທີ່ໃຫ້ໄວ້ທຸກປະການ ທຳມະບານກຸມານຈຶ່ງເອົາຄຳຕອບທີ່ໄດ້ຍິນຈາກນົກໄປຕອບກັບທ້າ ວກະບິນລະພົມ ທ້າວທຳມະບານກຸມານກໍເອົາຊະນະ ແລະທ້າວກະບິນລະພົມຈຶ່ງຈຳເປັນຕ້ອງຕັດຫົວຕົວເອງຕາມທີ່ສັນຍາ ໄວ້. ທ້າວກະບິນລະພົມ ຈຶ່ງເອີ້ນລູກສາວທັງເຈັດອັນເປັນປາທະຈາລິກາພະອິນມາລວມ ພ້ອມກັນ ແລ້ວບອກວ່າ ເຮົາຈະຕັດສຽນບູຊາທຳມະບານກຸມານ ຖ້າຈະຕັ້ງໄວ້ຍັງແຜ່ນດິນ ໄຟກໍຈະໄໝ້ໂລກ ຖ້າຈະໂຍນຂຶ້ນໄປເທິງອາກາດ ຝົນກໍຈະແລ້ງ ຖ້າຈະຖິ້ມໃນມະຫາສະໝຸດ ນ້ຳກໍຈະແຫ້ງ ຈຶ່ງໃຫ້ທິດາທັງເຈັດນຳພານມາຮອງຮັບ ແລ້ວກໍຕັດສຽນໃຫ້ນາງທຸງສະເທວີ ຜູ້ເປັນທິດາອົງໃຫຍ່ ຈາກນັ້ນນາງທຸງສະກໍອັນເຊີນພະສຽນທ້າວກະບິນລະພົມວຽນຂວາຮອບ ພູເຂົາພະສຸເມນ 60 ນາທີ ແລ້ວເກັບຮັກສາໄວ້ໃນຖ້ຳຄັນທຸລີ ໃນພູເຂົາໄກລາດ.

992ນັບແຕ່ມື້ນັ້ນມາທຸກໆ 1 ປີ ທິດາຂອງທ້າວກະບິນລະພົມທັງ 7 ກໍຈະຜັດປ່ຽນໝຸນວຽນມາເຮັດຫນ້າທີ່ອັນເຊີນພະສຽນທ້າວກະບິນລະພົມ ແຫ່ໄປຮອບ ພູເຂົາພະສຸເມນ ເປັນເວລາ 60 ນາທີ ແລ້ວປະດິດສະຖານໄວ້ຄືເກົ່າ ໃນແຕ່ລະປີນາງສົງການແຕ່ລະນາງຈະເຮັດຫນ້າທີ່ຜັດປ່ຽນກັນຕາມ ວັນມະຫາສົງການ ດັ່ງນີ້:
1. ຖ້າວັນອາທິດເປັນມື້ມະຫາສົງການ(ສັງຂານລ່ວງ) ນາງສົງການນາມ ທຸງສະເທວີ ຊົງພາຫຸລັດທັດດອກພິລາ ອາພອນແກ້ວປັດທະມະລາດ ພັກສາຫານອຸທຸມພອນ (ໝາກເດື່ອ) ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງສັງ(ຫອຍ) ສະເດັດມາເທິງຫລັງຄຸດ.
2. ຖ້າວັນຈັນເປັນມື້ມະຫາສົງການ ນາງສົງການນາມ ໂຄລາຄະເທວີ ຊົງພາຫຸລັດທັດດອກປີບ ອາພອນແກ້ວມຸກດາ ພັກສາຫານເຕລັງ (ນ້ຳມັນ) ພະຫັດຂວາຊົງຂັນ ພະຫັດຊ້າຍຊົງໄມ້ຄ້ອນເທົ້າ ສະເດັດມາເທິງຫລັງພະຍັກ (ເສືອ).
3. ຖ້າວັນອັງຄານເປັນມື້ມະຫາສົງການ ນາງສົງການນາມ ຣາກສະເທວີ ຊົງພາຫຸລັດທັດດອກບົວຫລວງ ອາພອນແກ້ວໂມລາ ພັກສາຫານເລືອດ ພະຫັດຂວາຊົງຕີສູນ(ເຫຼັກສາມແຫຼມ) ພະຫັດຊ້າຍຊົງທະນູ ສະເດັດມາເທິງຫລັງວະລາຫະ (ໝູ).
4. ຖ້າວັນພຸດເປັນມື້ມະຫາສົງການ ນາງສົງການນາມ ມົນທາເທວີ ຊົງພາຫຸລັດທັດດອກຈຳປາ ອາພອນແກ້ວໄພທູນ ພັກສາຫານນົມເນີຍ ພະຫັດຂວາຊົງເຂັມ ພະຫັດຊ້າຍຊົງໄມ້ເທົ້າ ສະເດັດມາເທິງຫລັງຄັດລະພະ (ລາ).
5. ຖ້າວັນພະຫັດ ເປັນມື້ມະຫາສົງການ ນາງສົງການນາມ ກິລິນີເທວີ ຊົງພາຫຸລັດທັດດອກມົນທາ ອາພອນແກ້ວມໍລະກົດ ພັກສາຫານຖົ່ວງາ ພະຫັດຂວາຊົງຂໍຊ້າງ ພະຫັດຊ້າຍຊົງປືນ ສະເດັດມາເທິງຫລັງຄະສະສານ (ຊ້າງ).
6. ຖ້າວັນສຸກເປັນມື້ມະຫາສົງການ ນາງສົງການນາມ ກິມິທາເທວີ ຊົງພາຫຸລັດທັດດອກຈົງກົນນີ ອາພອນແກ້ວບຸດສະລາຄຳ ພັກສາຫານກ້ວຍນ້ຳ ພະຫັດຂວາຊົງຂັນ ພະຫັດຊ້າຍຊົງພິນ ສະເດັດມາເທິງຫລັງມະຫິງສາ (ຄວາຍ).
7. ຖ້າວັນເສົາເປັນມື້ມະຫາສົງການ ນາງສົງການນາມ ມະໂຫທອນເທວີ ຊົງພາຫຸລັດທັດດອກສາມຫາວ ອາພອນແກ້ວນິນລັດຕະນະ ພັກສາຫານເນື້ອຊາຍ ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງຕີສູນ ສະເດັດມາເທິງຫລັງມະຍຸລາ (ນົກຍູງ).

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...