ລາວເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີການເງິນອາຊຽນຄັ້ງທີ 20 ແລະ ກອງປະຊຸມຜູ້ວ່າການທະນາຄານອາຊຽນຄັ້ງທີ 12

ກະຊວງ​ການ​ເງິນ ​ແລະ ທະນາຄານ​ແຫ່ງ ສປປ ລາວ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມລັດຖະມົນຕີ​ການ​ເງິນ​ອາ​ຊຽນ ຄັ້ງ​ທີ 20 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ກອງ​ປະຊຸມຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ ຄັ້ງ​ທີ 12 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ດຣ. ສົມພາວ ​ໄຟ​ສິດ ຜູ້​ວ່າການ​ທະນາຄານ ​ແຫ່ງ ສປປ ລາວ, ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ​ເມສາ ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ​ເຊິ່ງຈະ​ໄດ້​ຮັບຮອງ​ເອົາ​ຫລາຍ​ບັນຫາ​ສຳຄັນ ທີ່​ຕິດ​ພັນ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໂດຍ​ສະ​ເພາະ​ຂອບ​ການ​ຮ່ວມ​ມື​ວຽກ​ງານ​ການ​ເງິນ-​ເງິນຕາ ຂອງ​ອາ​ຊຽນ ທີ່​ກວມ​ວຽກ​ງານ​ການ​ເປີດ​ເສລີ​ທາງ​ດ້ານ​ການ​ເງິນ, ບັນຊີ​ທຶນ, ການ​ພັດທະນາ​ຕະຫລາດ​ທຶນ, ລະບົບ​ການ​ຊຳ ລະ​ສະ​ສາງ​ອາ​ຊຽນ, ການ​ເຂົ້​າເຖິງ​ການ​ບໍລິຫານ​ທາງ​ດ້ານ​ການ​ເງິນ ​ແລະ ຂອບ​ການ​ເຊື່ອມ​ໂຍງ​ຂະ​ແໜງ​ທະ ນາຄານ.

ກອງ​ປະຊຸມໄດ້​ຮັບຮອງ​ທາງ​ດ້ານ​ຫລັກການ ​ກ່ຽວ​ກັບ​ການ​ເອົາ​ເນື້ອ​ໃນຂອງ​ສັນຍາ​ຜູກ​ພັນ​​ທີ 7 ຂອງ​ວຽກ​ງານ​ເປີດ​ເສລີ​​ທາງ​ດ້ານ​ການ​ເງິນ ​​ເພື່ອ​ຈະ​ໃຫ້​ມີ​ການ​ລົງ​ນາມ​ ໃນ​ໄລຍະ​ທີ່ສປປ ລາວ ​ເປັນ​ປະທານ ​ໂດຍ​ຄາດ​ວ່າຈະມີ​ການ​ລົງ​ນາມ​ໃນ​ກອງ​ປະຊຸມອາ​ຊຽນ+3 ​​ຕົ້ນ​ເດືອນ​ພຶດສະ ພາ 2016 ທີ່​ເມືອງ​ແຟຣງ​ເຟີ​ດ ປະ​ເທດ​ເຢຍລະ​ມັນ; ຮັບຮອງ​ເອົາ​ເອົາ​ເນື້ອ​ໃນ ​ແຜນ​ປະຕິບັດ​ງານ​ດ້ານ​ຍຸດ​ທະ​ສາດການ​ເຊື່ອມ​ໂຍງ 10 ປີ(2016-2025) ຂອງ​ໜ່ວຍ​ງານ​ຕ່າງໆ;ຮັບຮອງ​ເອົາໜ້າ​ວຽກ (TOR) ການ​ສ້າງ​ຕັ້ງໜ່ວຍ​ງານ​ໃໝ່​ ເພື່ອ​ຄົ້ນຄວ້າ​ວຽກ​ງານ​ການ​ເຊື່ອມ​ໂຍງ​ຂະ​ແໜງ​ທະນາຄານ​ອາ​ຊຽນ; ຮັບຮອງ​ເອົາ​ກຳນົດ​ໝາຍ​ໜ້າ​ວຽກ​ຂອງ​ໜ່ວຍ​ງານ​ ວ່າ​ດ້ວຍ​ປະກັນ​ໄພ​ອາ​ຊຽນ; ກຳນົດ​ໝາຍ​ໜ້າ​ວຽກ​ຂອງ​ໜ່ວຍ​ງານວ່າ​ດ້ວຍ​ການ​ເຂົ້າ​ເຖິງ​ແຫ​ລ່ງທຶນ ​ແລະ ຮັບຮອງ​ເອົາ​ບັນດາ​ປະທານ​ຮ່ວມ​ ຂອງ​ຄະນະ​ກຳມະ ການ​ພາຍ​ໃຕ້​ຂອບ​ການ​ເຊື່ອມ​ໂຍງ​ຂະ​ແໜງ​ການ​ເງິນ-ການ​ທະນາຄານ ​ເພື່ອ​ປະຕິບັດ​ໜ້າ​ທີ່​ນັບ​ແຕ່​ເດືອນມິຖຸນາ 2016 ​ເປັນ​ຕົ້ນ​ໄປ.

ສຳລັບວຽກ​ງານການ​ຮ່ວມ​ມືອາ​ຊຽນ+3 ​ແມ່ນ​ຮັບຮອງ​ເອົາ​ບຸກຄະລາ​ກອນ​ຂັ້ນ​ບໍລິຫານ​ ຂອງ​ຫ້ອງການຕິດ ຕາມ​ສະພາບ​ເສດຖະກິດ​ຂອງອາ​ຊຽນ+3(AMRO), ຮັບຮອງ​ເອົາ​ແຜ​ນງົບປະມານ​ປະຈຳ​ປີ  ​ແລະ ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ພາຍ​ໃນຂອງ​ຫ້ອງການ AMRO, ຮັບ ຮອງ​ເອົາ​ຍຸດ​ທະ​ສາດ​ໄລຍະ​ກາງ​ ທາງ​ດ້ານ​ນະ​ໂຍບາຍ​ຂອງ​ຫ້ອງການ AMRO, ຮັບຮອງ​ເອົາ​ມາດຕະຖານ​ຕົວ​ຊີ້​ວັດ​ ໃນ​ການ​ປະ​ເມີນ​ສະພາບ​ເສດຖະກິດ​ຂອງ​ປະ​ເທດ​ສະມາຊິກ ​ໂດຍ​ສະ​ເພາະ ​ນຳ​ໃຊ້​ໃນ​ການ​ປະ​ເມີນ​ການ​ຂໍ​ເງິນ​ກູ້​ຢືມ ​ຈາກຂອບ​ຂໍ້​ລິ​ເລີ່​ມຊຽງ​ໃໝ່​ແບບ​ຫລາຍ​ຝ່າຍ​(CMIM),ຮັບຮອງ​ເອົາ​ 9 ຕົວ​ຊີ້​ວັດ ​ເພື່ອ​ເປັນ​ເງື່ອນ​ໄຂ​ໃນ​ການ​ເພີ່ມ​ອັດຕາ​ສ່ວນ​ກູ້​ຢືມ​ ທີ່​ບໍ່​ຕິດ​ພັນ​ກັບ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະການ​ກຳນົດ​ພື້ນຖານ​ໃນ​ການ​ປັບປຸງ​ສັນຍາ​ແມ່.

 

ຂ່າວຈາກ: laophatthananewspaper