spot_img
Homeຂ່າວທ້ອງຖິ່ນປີໃໝ່ນີ້ພ້ອມກັນປະຕິບັດລະບຽບໃຫ້ເຂັ້ມງວດ

ປີໃໝ່ນີ້ພ້ອມກັນປະຕິບັດລະບຽບໃຫ້ເຂັ້ມງວດ

Published on

ຄືດັ່ງພວກເຮົາຮູ້ນໍາກັນວ່າບຸນປີໃໝ່ລາວ ພສ 2559 ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຊຶ່ງປະຊາຊົນເຮົາຕ່າງກໍຈະໄດ້ພ້ອມພາກັນສະຫລອງດ້ວຍບັນຍາກາດຟົດຟື້ນມ່ວນຊື່ນຕາມຮີດຄອງປະເພນີອັນດີງາມຂອງຊາດ, ສໍາລັບປີນີ້ປະກົດວ່າພິເສດກວ່າທຸກປີ, ເນື່ອງຈາກລັດຖະບານໄດ້ອອກແຈ້ງການພັກລັດຖະການຫລາຍວັນຄືນັບແຕ່ວັນທີ 12 – 16 ເມສາ ແລະ ຕໍ່ໃສ່ພັກວັນປົກະຕິຄືວັນເສົາ-ວັນອາທິດ, ຈຶ່ງເຮັດໃຫ້ມື້ພັກໃນໂອກາດບຸນດັ່ງກ່າວແກ່ຍາວຫລາຍວັນ, ອັນເປັນເງື່ອນໄຂເໝາະສົມໃຫ້ຜູ້ທີ່ຕ້ອງການໄປທ່ອງທ່ຽວ ຫລື ໄປຢາມຍາດພີ່ນ້ອງໃນທ້ອງຖິ່ນຕ່າງໆ, ຊຶ່ງອາດມີບາງຄົນ, ບາງຄອບຄົວຕ້ອງໄດ້ປະເຮືອນຊານຫລາຍວັນ ແລະ ອາດເປັນຊ່ອງຫວ່າງພາໃຫ້ເກີດອັກຄີໄພ ແລະ ຄົນບໍ່ດີສວຍໂອກາດກໍ່ອາດຊະຍາກໍາ.

ດັ່ງນັ້ນເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສີນໃນຊ່ວງໄລຍະບູນປີໃໝ່ນີ້, ພວກເຮົາຈະຕ້ອງໄດ້ພ້ອມກັນປະຕິບັດຄໍາສັ່ງ ແລະ ແຈ້ງການຂອງອໍານາດການປົກຄອງ ແລະ ເຈົ້າໜ້າທີ່ກ່ຽວໃຫ້ເຂັ້ມງວດ,ສິ່ງສໍາຄັນແມ່ນຕ້ອງຍົກສູງສະຕິລະວັງຕົວປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ,ກ່ອນອອກຈາກເຮືອນຊານບ້ານຊ່ອງຕ້ອງອັດປະຕູໃຫ້ແໜ້ນໜາດີພ້ອມແຈ້ງເຈົ້າໜ້າທີ່ຢູ່ໃກ້ບ້ານຊ່ວຍສອດສ່ອງຕິດຕາມ,ການໃຊ້ລົດໃຊ້ຖະໜົນຕ້ອງມີສະຕິເຄົາລົບລະບຽບຈາລະຈອນຢ່າງເຂັ້ມງວດ,ມີມາລະຍາດ,ຮູ້ໃຫ້ກຽດອະໄພເຊິ່ງກັນ ແລະ ກັນ ເພື່ອຫລີກລ້ຽງການເກີດອຸປະຕິເຫດ,ສ່ວນການຊຸມແຊວຫລີ້ນກິນກໍໃຫ້ຢູ່ບົນຈິດໃຈປະຢັດມັດທະຍັດ,ບໍ່ຟູມເຟືອຍ,ການຫົດສົງກັນກໍໃຫ້ໃຊ້ນໍ້າທີ່ສະອາດ,ບໍ່ຄວນເອົານໍ້າເປື້ອນ,ນໍ້າກ້ອນດຶກແກວ່ງໃສ່ກັນ,ສ່ວນການນຸ່ງຖືກໍໃຫ້ມີຄວາມຈົບງາມ,ໂດຍສະເພາະແມ່ຍິງບໍ່ຄວນແຕ່ງກາຍນຸ່ງຖືຍົ້ວຍວນ, ສັ້ນເຂີນ ແລະ ປະພືດຕົນແບບລາມົກອານາຈານຕ່າງໆ,ຖ້າພວກເຮົາພ້ອມກັນປະຕິບັດລະບຽບໄດ້ຄືແນວນີ້ກໍຮັບປະກັນວ່າການສະເຫລີມສະຫລອງບຸນປີໃໝ່ລາວປີນີ້ຈະມີແຕ່ຄວາມມ່ວນຊື່ນ, ມີຄວາມເປັນລະ ບຽບຮຽບຮ້ອຍ, ສະຫງົບປອດໄພ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາໄວ້ໄດ້ ແລະ ອີກບັນຫາໜຶ່ງຢາກຢໍ້າຄືນໃຫ້ທຸກຄົນ, ທຸກພາກສ່ວນສັງຄົມຕ້ອງພ້ອມກັນປະຕິບັດແຈ້ງການຂອງລັດຖະບານຢ່າງເຂັ້ມງວດ ເປັນຕົ້ນ:ການຈັດງານລ້ຽງສັງສັນຕ້ອງໃຫ້ຢູ່ບົນຈິດໃຈປະຢັດມັດທະ ຍັດແທ້ຈິງ, ບໍ່ນໍາໃຊ້ງົບປະມານ, ພາຫານະຂອງລັດໄປທ່ຽວຫລີ້ນເດັດຂາດ ແລະ ໃຫ້ຖືເອົາການສະຫລອງບຸນດັ່ງກ່າວເປັນການຮັກສາຮີດຄອງວັດທະນາທໍາປະເພນີອັນດີງາມຂອງຊາດຢ່າງແທ້ຈິງຕິດພັນກັບການສົ່ງເສີມການທ່ອງທ່ຽວຂອງ.

 

ແຫລ່ງຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...