spot_img
Homeຂ່າວຕ່າງປະເທດນາຍົກ​ອິນ​ເດຍພົບ​ຜູ້ນຳ​ອີ​ຢູ ຫວັງ​ເພີ່ມ​ການ​ລົງທຶນ​ແລະ​ຮ່ວມ​ປາບ​ກໍ່​ການ​ຮ້າຍ

ນາຍົກ​ອິນ​ເດຍພົບ​ຜູ້ນຳ​ອີ​ຢູ ຫວັງ​ເພີ່ມ​ການ​ລົງທຶນ​ແລະ​ຮ່ວມ​ປາບ​ກໍ່​ການ​ຮ້າຍ

Published on

ນາຍົກລັດຖະມົນຕີ​ອິນ​ເດຍຈະ​ຫາລື​ຮ່ວມ​ກັບ​ຜູ້ນຳ​ປະ​ເທດ​ສະຫະພາບ​ເອີ​ຣົບ (ອີ​ຢູ) ທີ່​ນະຄອນຫຼວງ​ຣັສ​ເຊ​ລຂອງ​ແບນ​ຊິກ ​ເພື່ອ​ຫາກ​ທາງ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ອີ​ຢູ ຊຶ່ງ​ຖື​ເປັນ​ຫຸ້ນ​ສ່ວນ​ການ​ຄ້າ​ລາຍ​ໃຫຍ່​ຂອງ​ອິນ​ເດຍ ​ແລະ​ຮ່ວມ​ມື​ປາບ​ປາມ​ການ​ກໍ່​ການ​ຮ້າຍ​ໃຫ້​ຫຼາຍ​ຂຶ້ນ.

ສຳນັກ​ຂ່າວຕ່າງປະ​ເທດ​ລາຍ​ງານວ່າ​: ນາຍົກລັດຖະມົນຕີອິນ​ເດຍຈະ​ພົບກັບ​ໂດ​ນັລ ທັສ ປະທານ​ຄະນະ​ມົນຕີ​​ເອີ​ຣົບ  ​ແລະ​ທ່ານ​ໝອງ ​ໂຄ​ລັດ ຢຸງ​ເກີ ປະທານ​ຄະນະ​ກຳມາ​ທິການ​ເອີຣົບ​ໃນ​ນະຄອນຫຼວງ​ບຣັສ​ເຊ​ລລະຫວ່າງ​ການ​ປະຊຸມ​ສຸດ​ຍອດ​ອີ​ຢູ-ອິນ​ເດຍ ຄັ້ງ​ທີ 13 ທີ່​ມີ​ຂຶ້ນ​ໃນ​ອາທິດ​ຫຼັງ​ຈາກ​ເຫດ​ລະ​ເບີດ​ບຣັສ​ເຊ​ລ ​ເຈົ້າ​ໜ້າ​ທີ່​ຕ່າງປະ​ເທດ​ອິນ​ເດຍກ່າວ​ວ່າ ການ​ຫາລື​ຈະ​ມຸ່ງ​ເນັ້ນ​ເລື່ອງ​ການ​ຄ້າ ​ແລະ​ການ​ລົງທຶນ ລວມ​ເຖິງ​ຄວາມ​ຮ່ວມ​ມື​ດ້ານ​ຄວາ​ມໝັ້ນຄົງ ລັດຖະບານ​ພັກ​ບີ​ເຈ​ຂອງ​ນາຍົກລັດຖະມົນຕີ​ໂມ​ດີ​ເຂົ້າມາ​ບໍລິຫານ​ປະ​ເທດ​ເມື່ອ 2014 ​ໂດຍ​ສັນຍາ​ວ່າ​ຈະ​ຟື້ນ​ຟູ​ເສດຖະກິດ​ອິນ​ເດຍ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...