spot_img
Homeຂ່າວເຫດການຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເຂົ້າຢ້ຽມຄຳນັບ ປະທານປະເທດຫວຽດນາມ

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເຂົ້າຢ້ຽມຄຳນັບ ປະທານປະເທດຫວຽດນາມ

Published on

ຂປລ: ໃນວັນທີ 28 ມີນາ ນີ້, ຢູ່ທີ່ທຳນຽບປະທານປະເທດ ທ່ານ ເຈືອງເຕິ້ນຊາງ, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຄຳນັບຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ​​ເດີນທາງ​ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ຕໍ່ການຊ່ວຍເຫລືອຂອງຫວຽດນາມ ທີ່ນັບມື້ເພິ່ມຂຶ້ນ ເຖິງວ່າສະຖານະການໂລກ ແລະ ຂົງເຂດ ປະສົບບັນຫາຫຍຸ້ງຍາກສັບສົນ. ພ້ອມນີ້, ທັງສອງຝ່າຍຈະຕ້ອງສືບຕໍ່ແລກປ່ຽນກົນໄກການປະສານງານ ເພື່ອສ້າງເງື່ອນໄຂໃຫ້ບັນດາກະຊວງ, ຂະແໜງການ, ບັນດາແຂວງຂອງລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ​ຂຶ້ນ.

ປະທານປະເທດ ເຈືອງເຕິ້ນຊາງ ໄດ້ສະແດງຄວາມຊົມເຊີຍທີ່ຮອງນາຍົກລັດຖະມົນຕີທັງສອງ ໄດ້ປະສານສົມທົບກັນ ໃນການກວດກາການປະສານງານ ລະຫວ່າງ ສອງຝ່າຍ, ພິເສດ ແມ່ນໃນດ້ານການລົງທຶນ ແລະ ຕີລາຄາສູງຕໍ່ການພັດທະນາທາງດ້ານເສດຖະກິດ-ສັງຄົມ ຂອງສປປ ລາວ ໃນໄລຍະຜ່ານມາ ແລະ ອວຍພອນ ໃຫ້ຄວາມສຳພັນ ແບບພິເສດ ລາວ-ຫວຽດນາມ ນັບມື້ຈະ​ເລີ​ນງອກ​ງາມ ​ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ປະທານປະເທດ ເຈືອງເຕິ້ນຊາງ ກ່າວຕື່ມວ່າ: ພາຍຫລັງກວດກາຕີລາຄາ, ບັນດາຂະແໜງການຕ່າງໆ ຂອງສອງປະເທດ ຈະຕ້ອງມີໂຄງການອັນລະອຽດ, ຊັດເຈນ ໃນການປະຕິບັດ ແລະ ປະຕິບັດ ໃຫ້ຖືກຕ້ອງຕາມທິດຊີ້ນຳຂອງການນຳສອງປະເທດ ໃຫ້ເຂົ້າສູ່ຕົວຈິງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...