Homeຂ່າວຕ່າງປະເທດອາຊີ​ໃຕ້​ສ່ຽງ​ພົບ​ກັບ​ໄພ ​ທຳ​ມະ​ຊາດ​ຫຼາຍ​ທີ່​ສຸດ

ອາຊີ​ໃຕ້​ສ່ຽງ​ພົບ​ກັບ​ໄພ ​ທຳ​ມະ​ຊາດ​ຫຼາຍ​ທີ່​ສຸດ

Published on

ດັດຊະນີ​ຄວາມ​ສ່ຽງ​ເປີດ​ເຜີຍ, ອິນ​ເດຍ, ບັງ​ກາ​ລາ​ເທດ ​ແລະ ປາ​ກິດ​ສະຖານ ຈັດ​ຢູ່​ໃນ 10 ປະ​ເທດ​ທີ່​ປະຊາກອນ​ສ່ຽງ​ຕໍ່​ການ​ປະສົບ​ໄພພິບັດ​ທາງ​ທຳ​ມະ​ຊາດ​ຫຼາຍ​ທີ່​ສຸດ.

   ຕາມ​ຂ່າວຕ່າງປະ​ເທດ​ລາຍ​ງານ​ວ່າ ​ເວຣິສ ​ເມ​ເປິ​ລຄອຟ ບໍລິສັດ​ວິ​ເຄາະ​ຄວາມ​ສ່ຽງ​ຈາກ​ອງັກິດ​ເປີດ​ເຜີຍ​ລາຍ​ງານກ່ຽວ​ກັບ​ຄວາມ​ສ່ຽງ​ຕໍ່​ຫາ​ຍະ​ນະ​ໄພ​ໃນ​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ, 10 ປະ​ເທດ​ທີ່​ມີ​ຈຳ​ນວນ​ປະຊາກອນ​ສ່ຽງ​ຕໍ່​ການ​ປະ​ເຊີນ​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ​ຫຼາຍ​ທີ່​ສຸດ​ຄື: ອິນ​ເດຍ, ສປ ຈີນ, ອິນ​ໂດ​ເນ​ເຊຍ, ອາ​ເມ​ລິ​ກາ, ບັງ​ກາ​ລາ​ເທດ, ບຣາຊິນ, ປາ​ກິດ​ສະຖານ, ຍີ່ປຸ່ນ, ​​​ເມັກ​ຊິກ ​ແລະ ຟິລິບ​ປິນ ຊຶ່ງ​ຖ້າ​ຫາກ​ປຽບທຽບ​ເປັນ​ອັດຕາ​ສ່ວນ​ຂອງ​ປະຊາກອນ​ໃນ​ບັງ​ກາ​ລາ​ເທດ​ທົ່ວ​ປະ​ເທດ​ຈັດ​ຢູ່​ໃນ​ກຸ່ມ​ສ່ຽງ ຂະນະ​ທີ່​ປະຊາກອນ​ກຸ່ມ​ສ່ຽງ​ຂອງ​ອິນ​ເດຍຄິດ​ເປັນ 82% ​ແລະ ປາ​ກິດ​ສະຖານ 70%, ສ່ວນ​ການ​ປະ​ເມີນ​ລະດັບ​ຄວາມ​ເສຍ​ຫາຍ​ຕໍ່​ປະຊາກອນ​ກຸ່ມ​ປະ​ເທດ​ຊັບ-​ອາ​ຟຣິກາ​ຈັດ​ໃນ​ປະ​ເທດ​ທີ່​ບອບ​ບາງ​ທີ່​ສຸດ​ທັງ​ຊູ​ດັງ​ໃຕ້, ບຸຣຸນດີ, ຊາດ, ມາລີ ​ແລະ ກົງ​ໂກ ​ໂດຍ​ປັດ​ໄຈ​ໜຶ່ງ​ມາ​ຈາກ​ໄພ​ແຫ້ງ​ແລ້ງ ​ແລະ ສົງຄາມ. ດ້ານ​ຄວາມ​ສ່ຽງ​ໃນ​ພື້ນ​ທີ່​ຊຸມ​ຊົນ​ໃນ​ເມືອງ​ຟິລິ​ບປິນ​ເປັນອັນ​ດັບ 1 ຮອງ​ລົງ​ມານະ​ຄອນ​ຫຼວງ​ໂຕ​ກຽວ​ຂອງ​ຍີ່ປຸ່ນ, ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ, ​ເມືອງ​ຕົງ​ກວນ​ຂອງ​ສປ ຈີນ, ນະຄອນຫຼວງ​ທາ​ກາ​ຂອງ​ບັງ​ກາ​ລາ​ເທດ, ​ເມືອງ​ໂກລກາ​ຕາ​ຂອງ​ອິນ​ເດຍ, ລວມທັງ ນະຄອນຫຼວງ​ເມັກ​ຊິກ​, ນະຄອນຫຼວງ​ນິວ​ເດລີ​ຂອງ​ອິນ​ເດຍ ​ແລະ ​ເມືອງ​ເຊົາ​ເປົາ​ລູຂອງ​ບຣາຊິນ.

ລາຍ​ງານ​ລະບຸ​ວ່າ ລະດັບ​ຄວາມ​ຖີ່ ​ແລະ ຄວາມ​ຮຸນ​ແຮງ​ຂອງ​ການ​ເກີດ​ໄພພິບັດ​ທາງ​ທຳ​ມະ​ຊາດ​ເປັນ​ເລື່ອງ​ທີ່​ຄວບ​ຄຸມ​ບໍ່​ໄດ້ ​ແຕ່​ການ​ພັດທະນາ ​ແລະ ຍຸດ​ທະ​ສາດ​ໃນ​ການ​ກຽມພ້ອມ​ຮັບ​ມື​ໄພພິບັດ ສາ​ມາດຊ່ວຍ​ຫຼຸດ​ຜົນ​ກະທົບ​ທີ່​ອາດ​ເກີດ​ຂຶ້ນ​ໄດ້ ທັງ​ໃນ​ດ້ານ​ເສດຖະກິດ ​ແລະ ມະນຸດ ການ​ທີ່​ຄວາ​ມສ່ຽງ ​ແລະ ຄວາມ​ເສຍ​ຫາຍ​ຢູ່​ໃນ​ລະດັບ​ສູງ ສ່ວນ​ໜຶ່ງ​ເປັນ​ຜົນ​ມ​າຈາກ​ຄວາມ​ບໍ່​ພ້ອມ​ໃນ​ລະບົບ​ບໍລິຫານ​ຈັດການ ​ແລະ ການ​ກຽມ​ການ ຊຶ່ງ​ນັບ​ວ່າ​ພາກ​ລັດ​ມີ​ສ່ວນ​ສຳຄັນ​ຫຼາຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...