spot_img
Homeຄວາມງາມລຸດຄວາມັນ ແລະ ຮອຍດ່າງດຳດ້ວຍໝາກຫຸ່ງ

ລຸດຄວາມັນ ແລະ ຮອຍດ່າງດຳດ້ວຍໝາກຫຸ່ງ

Published on

ນອກຈາກຄຸນປະໂຫຍດທີ່ໄດ້ຈາກການກິນແລ້ວ ເນື້ອຂອງໝາກຫຸ່ງສຸກກໍ່ຍັງສາມາດເຮັດເປັນແນວພອກໜ້າໄດ້ເປັນຢ່າງດີ ເພາະອຸດົມໄປດ້ວຍວິຕາມິນຊີ ແລະ ອີສູງ ເຊິ່ງມີສັບພະຄຸນທີ່ຊ່ວຍໃນການລຸດຄວາມມັນຂອງໃບໜ້າ ລຸດຮອຍດ່າງດຳ ຊ່ວຍຂັດເຊວຜິວທີ່ຕາຍແລ້ວ ເຮັດໃຫ້ຜິວຊຸ່ມຊື່ນ ແລະ ນຸ້ມນວນອີກດ້ວຍ ແລະ ວັນນີ້ລາວໂພສຕ໌ມີສູດພອກໜ້າມາໃຫ້ສາວໆທີ່ຢາກມີຜິວດີດ້ວຍວິທີທຳມະຊາດແບບງ່າຍໆ ກັນທັງ 3 ສູດເລີຍ.

1. ສູດໝາກຫຸ່ງລຶບຮອຍດ່າງດຳ ບົດໝາກຫຸ່ງສຸກໃຫ້ລະອຽດ ພອກໜ້າໄວ້ປະມານ 10ນາທີແລ້ວລ້າງອອກ ຈະຊ່ວຍລຶບຮອບດ່າງດຳເທິງໃບໜ້າໄດ້.

2. ສູດເຮັດໃຫ້ໜ້າຊຸ່ມຊື່ນຂຶ້ນ ດ້ວຍໝາກຫຸ່ງສຸກ – ກ້ວຍຫອມ.

ສູດນີ້ຈະເຫັນຜົນໄດ້ຊັດເຈນທີ່ສຸດ ພຽງແຕ່ພອກໜ້າຄັ້ງທຳອິດກໍ່ຈະຮູ້ສຶກວ່າຜິວໜ້າມີຄວາມຊຸ່ມຊື່ນຂຶ້ນ

ສ່ວນປະສົມ

1. ໝາກຫຸ່ງສຸກບົດ 3 ບ່ວງແກງ

2. ກ້ວຍຫອມບົດ 2 ບ່ວງແກງ

3. ນ້ຳເຜິ້ງ 1 ບ່ວງແກງ

4. ນ້ຳໝາກນາວ 1 ບ່ວງຊາ

ວິທີເຮັດ

ປະສົມທຸກຢ່າງໃຫ້ເຂົ້າກັນ ແລ້ວນຳມາພອກໜ້າປະໄວ້ປະມານ 30-60 ນາທີ ລ້າງອອກດ້ວຍນ້ຳສະອາດ

3. ສູດຜິວນຸ້ມນວນ ສູດນີ້ຊ່ວຍໃຫ້ຜິວນຸ້ມນວນໜ້າສຳພັດຍິ່ງຂຶ້ນ.

ສ່ວນປະສົມ

1. ໝາກຫຸ່ງບົດສຸກ 3 ບ່ວງແກງ

2. ນ້ຳໝາກງາ 3 ບ່ວງຊາ

ວິທີເຮັດ

1.ປະສົມທຸກຢ່າງໃຫ້ເຂົ້າກັນແລ້ວນຳໄປອຸ່ນ ໃຫ້ສ່ວນປະສົມທັງໝົດນັ້ນພໍອຸ່ນໆ ຈາກນັ້ນກໍ່ນຳໄປພອກໜ້າ ໃຊ້ຜ້າຂົນໜູໄປຈຸ່ມ ປະໄວ້ປະມານ 15 ນາທີ ແລ້ວລ້າງຈິ່ງລ້າງອອກ.

ສາວໆທີ່ຕ້ອງການມີສະພາບຜິວໜ້າທີ່ດີຈົນເປັນທີ່ຫລົງໄຫລຂອງຄົນພົບເຫັນກໍ່ສາມາດນຳສູດນີ້ໄປເຮັດໄດ້ ຮັບຮອງເລີຍວ່າທ່ານຈະມີຜິວໜ້າດັ່ງທີ່ທ່ານຕ້ອງການ.

ຂໍມູນຈາກ: ເວັບໄຊ໌ ສະໜຸກ.ຄອມ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...