spot_img
Homeຂ່າວການພັດທະນາທົ່ວປະເທດມີເກືອບ 90% ຈຳນວນຄອບຄົວ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ!

ທົ່ວປະເທດມີເກືອບ 90% ຈຳນວນຄອບຄົວ ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ!

Published on

ຂະແໜງ​ພະລັງງານ ແລະ ບໍ່ແຮ່ ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການພັດທະນາ​ເສດຖະກິດ-ສັງຄົມຂອງ​ປະເທດ ມາ​ຮອດ​ປີ 2015 ​ສປປ ລາວ ມີ​ແຫຼ່ງ​ຜະລິດ​ພະລັງງານ​ໄຟຟ້າ​ທີ່​ສ້າງ​ສຳເລັດ ແລະ ນຳ​ໃຊ້​ແລ້ວ ຈຳນວນ 40 ແຫ່ງ ດ້ວຍ​ການ​ລົງທຶນ​ກວ່າ 10 ຕື້​ໂດລາ​ສະຫະລັດ ກຳລັງ​ຕິດ​ຕັ້ງ​ທັງໝົດ 6.304 ເມ​ກາ​ວັດ ເພີ່ມ​ຂຶ້ນ 28 ແຫ່ງ ແລະ ກຳລັງ​ການ​ຜະລິດ​ກໍ່​ເພີ່ມ​ຂຶ້ນ 4.374 ເມ​ກາ​ວັດ ເມື່ອ​ທຽບໃສ່​ປີ 2010 ສາມາດສ້າງ​ລາຍ​ຮັບ​ສະເລ່ຍ 300 ລ້ານໂດ​ລາ​ສະຫະລັດ/ປີ.

ຕະຫຼອດ​ໄລຍະ 5 ປີຜ່ານມາ (2010-2015) ຍອດ​ຜະລິດ​ຕະພັນ​ຂອງ​ຂະແໜງ​ພະລັງງານ-ບໍ່ແຮ່ ມີ​ມູນ​ຄ່າ​ສູງ​ເຖິງ 94.342 ຕື້ກີບ ກວມ​ເອົາ 12% ຂອງ GDP ທຽບໃສ່​ຊຸມ​ປີ 2006-2010 ເພີ່ມຂຶ້ນ ປະມານ 9,22% ໂດຍ ​ສປປ ລາວ ສາມາດ​ຈຳໜ່າຍ​ໄຟຟ້າ​ໄປປະເທດ​ໄທ ​ສສ ຫວຽດນາມ ກຳປູ​ເຈຍ ແລະ ຄາດ​ວ່າ​ຈະ​ຈຳໜ່າຍ​ໄຟຟ້າ​ໄປ​ສູ່​ປະເທດ​ມຽນມາ ໃນ​ອະນາຄົດ​ອັນ​ໃກ້​ນີ້ ມາຮອດ​ທ້າຍ​ປີ 2015 ທົ່ວ​ປະເທດ ມີ 148 ເມືອງ ໄດ້​ຊົມໃຊ້​ໄຟຟ້າ​ແບບຖາວອນ 100% ມີ 85,54% ຂອງ​ຈຳນວນ​ບ້ານ ແລະ 89,6% ຂອງ​ຈຳນວນ​ຄອບຄົວ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...