ຈີນກຽມເປີດອາຄານຊຽງໄຮ້ທາວເວີ້ ຕຶກສູງທີ່ສຸດອັນດັບສອງຂອງໂລກ ໃນໄວໆນີ້!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ມີນານີ້ວ່າ ອາຄານຊຽງໄຮ້ທາວເວີ້ (Shanghai Tower) ຊຶ່ງເປັນຕຶກທີ່ສູງທີ່ສຸດອັນດັບສອງຂອງໂລກ ຈະຖືກເປີດນຳໃຊ້ໃນໄວໆນີ້ ໂດຍອາຄານດັ່ງກ່າວ ຕັ້ງຢູ່ເຂດຜູ່ຕົງ ນະຄອນຊຽງໄຮ້ ປະເທດຈີນ ມີຄວາມສູງທັງໝົດ 632 ແມັດ ເປັນຮອງພຽງຫໍຄອຍດູໄບ ທີ່ມະຫານະຄອນດູໄບ ສະຫະລັດອາຣັບເອມິເຣດ ທີ່ຄອງຕຳແໜ່ງຕຶກສູງທີ່ສຸດໃນໂລກ ດ້ວຍຄວາມສູງເຖິງ 828 ແມັດ.

ອາຄານຊຽງໄຮ້ທາວເວີ້ ມີທັງໝົດ 126 ຊັ້ນ ແລະ ໄດ້ມີການຕິດຕັ້ງລິບຄວາມໄວສູງ ສາມາດພາຜູ້ໂດຍສານ ຂຶ້ນໄປຊົມທິວທັດເທິງຊັ້ນທີ 119 ໄດ້ໃນເວລາພຽງ 55 ວິນາທີເທົ່ານັ້ນ.
559000002732702