spot_img
Home​ຂ່າວບັນເທິງ“ ວອນ​ຟ້າ​ເປັນ​ສັກ­ຂີ ທໍ­ລະ­ນີ​ເປັນ​ພະ­ຍານ ” ເພງ​ເຈົ້າ​ຂອງ​ລາ­ງວັນ​ດວງ​ຈຳ­ປາ 4

“ ວອນ​ຟ້າ​ເປັນ​ສັກ­ຂີ ທໍ­ລະ­ນີ​ເປັນ​ພະ­ຍານ ” ເພງ​ເຈົ້າ​ຂອງ​ລາ­ງວັນ​ດວງ​ຈຳ­ປາ 4

Published on

1398761493

ຫຼັງ​ຈາກ ໜຸ່ມ ຕຸ​ນີ່ ວິ­ສະ­ນຸ ປ່ອຍ​ຜົນ­ງານ​ເພງ: ຢາກ​ຮ້ອງ​ໃຫ້​ກ້ອງ​ໂລກ, ເຫັນ​ປຸບ​ມັກ​ປັບ ແລະ ສາວ ໂອ ນິ​ນ໋າ ປ່ອຍ​ຜົນ­ງານ​ເພງ: ສະ​ເປັກ​ຂອງ​ຂ້ອຍ, ຮັກ​ອ້າຍ​ເສຍ­ດາຍ​ນ້ອງ, ນາງ​ລອງ, ຄອຍ​ນ້ອງ​ຄືນ​ຖິ່​ນິ່.. ທັງ​ສອງ​ສິ­ລະ​ປິນ​ກໍ​ໄດ້​ເຂົ້າ​ຊີງ​ລາ­ງວັນ​ດວງ​ປາ 4 ສາ­ມາດ​ເຮັດ​ໃຫ້​ສັງ­ຄົມ​ຍອມ­ຮັບ ແລະ ເຂົ້າ​ໄປ​ຢູ່​ໃນ​ໃຈ​ແຟນ​ເພງ​ເປັນ​ທີ່​ຮຽບ​ຮ້ອຍ ຈົນ​ໄດ້​ເປັນ​ເຈົ້າ​ຂອງ​ລາ­ງວັນ​ດວງ​ຈຳ­ປາ 4 ຄື: ເພງ ນັກ​ຮ້ອງ​ບ້ານ​ນາ​ຊາຍ ຍອດ​ນິ­ຍົມ ແລະ  ນັກ​ຮ້ອງ ບ້ານ​ນາ​ຍິງ ຍອດ​ນິ­ຍົມ ປະ­ຈຳ​ປີ 2014 ຫຼ້າ​ສຸດ​ພວກ​ເຂົາ​ທັງ​ຄູ່​ກໍ​ໄດ້​ມາ​ຮ້ອງ­ເພງ​ຮ່ວມ​ກັນ​ໃນ​ບົດ​ເພງ “ວອນ​ຟ້າ​ເປັນ​ສັກ­ຂີ ທໍ­ລະ­ນີ​ເປັນ​ພະ­ຍານ”.

ຄ້າຍ​ເພງ ທີ​ເຄ ການ​ບັນ­ເທີງ ເປັນ​ອີກ​ໜຶ່ງ​ຄ້າຍ​ເພງຜະ­ລິດຫຼາກ​ຫຼາຍ​ຜົນ­ງານ​ເພງ​ທີ່​ມີ​ຄຸນ​ນະ​ພາບ​ດີໆອອກ​ສູ່​ສັງ­ຄົມ​ເຊັ່ນ: ເພງ​ຣ໋ອກ, ເພງ​ປ໋ອບ……….ຫຼ້າ​ສຸດ​ຄ້າຍ​ເພງ​ດັ່ງ­ກ່າວ​ໄດ້​ຜະ ລິດ​ຜົນ­ງານ​ສຽງ​ເພງ “ວອນ​ຟ້າ​ເປັນ​ສັກ­ຂີ ທໍ­ລະ­ນີ​ເປັນ​ພະ­ຍານ” ຊຶ່ງ​ເປັນ​ເພງ​ລູກ​ທົ່ງ​ບ້ານ​ນາ ຮັກ​ຫວານ​ອຶ້ນ ຊື່ນ​ໃຈ ຄູ່​ທຳ​ອິດ  ຂອງ​ໜຸ່ມ ຕຸ​ນີ່ ວິ­ສະ­ນຸ ກັບ​ສາວ ໂອ ນິ​ນ໋າ ເຈົ້າ​ຂອງ​ລາ­ງວັນ​ດວງ​ຈຳ­ປາ 4 ທາງ​ຄ້າຍ​ຕັ້ງ­ໃຈ​ຜະ­ລິດ­ຜົນ​ງານເພງ​ນີ້​ຂຶ້ນ​ມາ​ເພື່ອ​ໃຫ້​ຄວາມ​ສະ ໜຸກ​ສະ​ໜານ​ເບີກ­ບານ​ມ່ວນ­ຊື່ນ​ກັບ​ແຟນ​ເພງ.

ເພງ: “ວອນ​ຟ້າ​ເປັນ​ສັກ­ຂີ ທໍລະ​ນີ​ເປັນ​ພະ­ຍານ” ເປັນ​ເພງ​ພິ­ເສດ ແລະ ເປັນ​ຜົນ­ງານ​ເພງ​ຄູ່​ທຳ​ອິດ​ທີ່​ທາງ​ຄ້າຍ ທີ​ເຄ ການ​ບັນ­ເທີງ ຕັ້ງ­ໃຈ​ມອບ​ໃຫ້​ເປັນ​ຂອງ​ຂັວນ​ປີ​ໃໝ່​ໃຫ້​ກັບ​ມິດ​ຮັກ​ແຟນ​ເພງຂອງ ໜຸ່ມ ຕຸ​ນີ່ ແລະ ສາວ ໂອ​ນິ​ນ໋າ ຊຶ່ງ​ບົດ​ເພງ​ດັ່ງ­ກ່າວ​ນີ້ ປະ­ພັນ​ເນື້ອ​ຮ້ອງ​ໂດຍ​ອາ­ຈານ ພອນ​ສະ­ຫວັນ ພັນ­ທະ​ວິ­ຈິດ, ແຕ່ງ​ທຳ­ນອງ​ໂດຍ: ອາ­ຈານ ບຸນ​ຖົມ ພັນ­ທະ​ມາ­ລີ ແລະ ຜະ­ລິດ​ດົນ­ຕີ ໂດຍ ຕຸ້ຍ ສະ­ຕູ​ດີ​ໂອ  ມີ​ເນື້ອ​ໃນ​ເວົ້າ​ເຖິງ​ຄວາມ​ຮັກ​ຂອງ​ຄູ່​ຮັກ​ທີ່​ຮັກ​ກັນ​ມາ​ດົນ​ນານ ແລະ ຂໍ​ສັນ­ຍາ​ວ່າ​ຈະ​ຮັກ​ກັນ​ຕະ­ຫຼອດ​ໄປ ໂດຍ​ມີ ຟ້າ​ເປັນ​ສັກ­ຂີ ແລະ ທໍ­ລະ­ນີ​ເປັນ​ພະ­ຍານ ໃນ​ຄຳ​ໝັ້ນ​ສັນ­ຍາ​ຮັກ​ໃນ​ຄັ້ງ​ນີ້.

ຄ້າຍ ທີ​ເຄ ການ​ບັນ­ເທີງ ຂໍ​ຝາກ​ຜົນ­ງານ​ນີ້ ແລະ ຝາກ​ທັງ​ສອງ​ສີ​ລິ​ປິນຄື ໜຸ່ມ ຕຸ​ນີ່ ວິ­ສະ­ນຸ ແລະ ສາວ ໂອ ນິ​ນ໋າ ໄວ້​ຢູ່​ໃນ​ອ້ອມ​ອົກ​ອ້ອມ​ໃຈ​ຂອງ​ທຸກ​ຄົນ​ດ້ວຍ.

ທີ່ມາ ເສດຖະກິດ-ສິງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...