spot_img
Homeຄົມຄິດຄົມຄົນຄຳສຸພາສິດພົບຜູ້ປ່ວຍໂຣກອ້ວນມີຄວາມຈຳສັ້ນກ່ວາຄົນຈ່ອຍ

ພົບຜູ້ປ່ວຍໂຣກອ້ວນມີຄວາມຈຳສັ້ນກ່ວາຄົນຈ່ອຍ

Published on

ຜົນການທົດສອບໂດຍມະຫາວິທະຍາໄລແຄັມບຣິດພົບວ່າ ຜູ້ທີ່ເປັນໂຣກອ້ວນມີຄວາມຈຳຕໍ່ເຫດການສະເພາະ ຫຼື ປະສົບການທີ່ເກີດຂຶ້ນໃນອະດີດສັ້ນກ່ວນຄົນທີ່ຈ່ອຍ ເຊິ່ງສົ່ງຜົນຕໍ່ນິໃສໃນການກິນອາຫານໄດ້.

ການທົດສອບດັ່ງກ່າວໄດ້ທົດສອບກັບຄົນຫ້າສິບຄົນ ເຊິ່ງມີດັດສະນີມວນກາຍ ຫຼື ບີເອັມໄອຕັ້ງແຕ່ 18 (ລະດັທີ່ດີຕໍ່ສຸຂະພາບ) ໄປຈົນເຖິງ 51 (ເປັນໂຣກອ້ວນຫຼາຍ) ໂດຍໃຫ້ທຸກຄົນເຊື່ອງວັດຖຸຕ່າງໆໃນເວລາຕ່າງກັນ ແລະ ໃນສາກທີ່ຕ່າງກັນໃນຈໍຄອມພິວເຕີ ຫຼັງຈາກນັ້ນຜູ້ຮ່ວມທົດສອບຈະຕ້ອງຄິດໃຫ້ອອກວ່າ ຕົນເຊື່ອງວັດຖຸຫຍັງໄວ້ບ່ອນໃດ ແລະ ເວລາໃດ? ຜົນປະກົດວ່າຜູ້ທີ່ເປັນໂຣກອ້ວນເຮັດຄະແນນໄດ້ຕ່ຳກ່ວາຄົນທີ່ຈ່ອຍເຖິງ 15 ເປີເຊັນ ເຊິ່ງບົ່ງບອກວ່າຄົນທີ່ມີຄ່າບີເອັມໄອສູງ ຈະມີຄວາມຊົງຈຳຕໍ່ເຫດການທີ່ແມ້ນຢຳ ແລະ ຊັດເຈນລຸດລົງ ແຕ່ທັງນີ້ບໍ່ໄດ້ໝຍຄວາມວ່າ ຄົນອ້ວນຈະຂາດຄວາມຈຳເລີຍ ຫຼື ເປັນໂຣກຄວາມຈຳເຊື່ອມແຕ່ຢ່າງໃດ ເພາະຄວາມຈຳໃນເລື່ອງທົ່ວໆໄປ ບໍ່ໄດ້ຮັບຜົນກະທົບໃນກໍລະນີນີ້.

ຜົນການສຶກສາຄັ້ງນີ້ໄດ້ຕີພິມເຜີຍແຜ່ໃນວາລະສານ Quarterly Journal of Experimental Psychology ຍັງລະບຸວ່າ ຄວາມຊົງຈຳທີ່ບໍ່ຊັດເຈນຕໍ່ອາຫານທີ່ຫາກໍ່ກິນເຂົ້າໄປອາດນຳໄປສູ່ການກິນຫຼາຍເກີນໄປ ແລະ ເກີດໂຣກອ້ວນໄດ້ ຂະນະດຽວກັນນັ້ນຜູ້ກິນອາຫານພ້ອມກັບເບິ່ງໂທລະພາບໄປນຳມີແນວໂນ້ມຈະກິນອາຫານຫຼາຍກ່ວາປົກກະຕິ ຫຼື ຮູ້ສຶກຫິວໄວຂຶ້ນ ສ່ວນຜູ້ທີ່ມີອາການຄວາມຈຳເສື່ອມຈະກິນອາຫານຊ້ຳອີກໃນໄລຍະເວລາສັ້ນໆ.

ຂໍ້ມູນຈາກ http://www.teenee.com/

ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...