spot_img
Homeຂ່າວທ້ອງຖິ່ນມະຫາກຳບຸນຊ້າງໄຊຍະບູລີ ເປີດຂຶ້ນຢ່າງເປັນທາງການ ມີຊ້າງເຂົ້າຮ່ວມເກືອບ 70 ໂຕ!

ມະຫາກຳບຸນຊ້າງໄຊຍະບູລີ ເປີດຂຶ້ນຢ່າງເປັນທາງການ ມີຊ້າງເຂົ້າຮ່ວມເກືອບ 70 ໂຕ!

Published on

ງານມະຫະກຳບຸນຊ້າງໄຊຍະບູລີ ຈັດຂຶ້ນເປັນຄັ້ງທີ 9 ໃນວັນທີ 20 ກຸມພານີ້ ທີ່ສະໜາມຫຼວງ ເທດສະບານແຂວງໄຊຍະບູລີ ໂດຍມີພະເຖລານຸເຖລະ, ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ທ່ານ ພົງສະຫວັນ ສິດທິວົງ ເຈົ້າແຂວງໄຊຍະບູລີ, ຮອງເຈົ້າແຂວງ, ທູຕານຸທູດຕ່າງປະເທດ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນຊາວ ແຂວງໄຊຍະບູລີເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ໃນພິທີທ່ານ ອາຊາງ ລາວ ລີ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍທ່ານເຈົ້າແຂວງໄຊຍະບູລີ ຮ່ວມກັນລັ່ນຄ້ອງ 9 ບາດ ແລະ  ຕັດແຖບຜ້າເປີດງານມະຫະກຳ ບຸນຊ້າງຢ່າງເປັນທາງການ.  ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີທັງ ເປັນປະທານຄະນະກຳມະການ ຈັດງານມະຫະກຳບຸນຊ້າງປະ ຈຳປີ 2016 ໄດ້ກ່າວເຖິງຈຸດ ປະສົງຂອງງານວ່າ: ບຸນຊ້າງປີ ນີ້ຈັດຂຶ້ນເພື່ອເສີມ ຂະຫຍາຍ ວັດທະນະທຳ – ຮີດຄອງປະເພນີ ທີ່ເປັນເອກະລັກ ໃນແບບວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງ ຊຶ່ງຊ້າງເປັນມໍລະດົກຂອງຊາດ ມາແຕ່ບູຮານນະການ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ມີຄວາມຮັບຮູ້ ກ່ຽວກັບຊ້າງຫຼາຍຂຶ້ນ ພ້ອມທັງ ເປັນການຊຸກຍູ້ສົ່ງເສີມ ວຽກງານທ່ອງທ່ຽວຂອງແຂວງ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

2-1-2

ສຳລັບບຸນຊ້າງປີນີ້ ໄດ້ກະກຽມກິດຈະກຳຫຼາຍຢ່າງເປັນຕົ້ນ: ຂະບວນທຸງຊາດ – ທຸງທິວ, ໂລໂກ້ຂອງ ແຂວງ, ປ້າຍງານມະຫະກຳ ບຸນຊ້າງປີ 2016, ປ້າຍໂລໂກ້ ທ່ອງທ່ຽວ, ປ້າຍໂລໂກ້ບຸນຊ້າງ, ກອງດຸລິຍາງ, ກ້ອນກຳລັງຂອງ ເຍົາວະຊົນ – ຊາວໜຸ່ມ, ນັກຮຽນ – ນັກສຶກສາ, ກ້ອນຊ້າງ 67 ໂຕ – ປະສານສຽງເປົ່າສະໄນ, ຟ້ອນມວຍລາຍລາວ ຂອງເມືອງບໍ່ແຕນ, ກ້ອນສະແດງຂອງ 8 ເຜົ່າປະສານສຽງເພງສຽງລຳ (ມີ 1.600 ຄົນ) ແລະ ການສະແດງອື່ນໆ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...