spot_img
Homeຂ່າວເຫດການປະທານປະເທດ ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດລາວ ຄົນໃໝ່ປະຈຳ ສປ ຈີນ ແລະ ສ ສິງກະໂປ

ປະທານປະເທດ ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດລາວ ຄົນໃໝ່ປະຈຳ ສປ ຈີນ ແລະ ສ ສິງກະໂປ

Published on

ຂປລ. ເມື່ອບໍ່ດົນມານີ້, ທີ່ທຳນຽບປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານຕາຕັ້ງໃຫ້ ທ່ານ ນາງ ວັນດີ ບຸດທະສະວົງ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ຈີນ, ​ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ນະຄອນຫລວງປັກກິ່ງ ແລະ ມອບສານຕາຕັ້ງໃຫ້ ທ່ານ ຄອນເພັງ ທຳມະວົງ ເພື່ອດຳລົງຕຳແໜ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສິງກະໂປ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ສິງກະໂປ. DSC_6218 thout 1ໃນໂອກາດດັ່ງກ່າວ, ທ່ານປະທານປະເທດໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ບັນດາທ່ານ ເອກອັກຄະລັດຖະທູດຄົນໃໝ່ ທີ່ຈະໄປປະຈຳຢູ່ສອງປະເທດດັ່ງກ່າວ, ພ້ອມທັງ ໃຫ້ທິດຊີ້ນຳຢ່າເລິກເຊິ່ງ ແລະ ໜັກແໜ້ນ ກ່ຽວກັບການປະຕິບັດໜ້າທີ່ການທູດ ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ພາລະກິດ ແຫ່ງການ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ທັງເປັນ ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເປັນກ້າວໆ.

ບັນດາທ່ານເອກອັກຄະລັດຖະທູດ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສຸມທຸກຄວາມພະຍາຍາມ ເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ສຳເລັດຜົນ ແລະ ສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ-ສປ ຈີນ ແລະ ສປປ ລາວ-ສ ສິງກະໂປ ເພື່ອນຳເອົາຜົນະໂຫຍດສູງສຸດ ມາສູ່ປະເທດຊາດ ແລະ ປະຊາຊົນລາວ.

ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ ສ ສິງກະໂປ ໃນວັນທີ 2 ທັນວາ 1974.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...