spot_img
Homeຂ່າວຕ່າງປະເທດຈີນ​ພົບ​ຜູ້​ຕິດ​ເຊື້ອ​ຊິ​ກາ​ລາຍ​ທຳ​ອິດ

ຈີນ​ພົບ​ຜູ້​ຕິດ​ເຊື້ອ​ຊິ​ກາ​ລາຍ​ທຳ​ອິດ

Published on

ສຳນັກ​ຂ່າວຣອຍ​ເຕີ​ລາ​ຍງານ​ເມື່ອ​ວັນ​ທີ 10 ກຸມພາ ທາງ​ການ​ຈີນ​ປະກາດ​ຢືນຢັນ​ພົບ​ຜູ້​ຕິດ​ເຊື້ອ​​ໄວຣັສຊິ​ກາ​ຜູ້​ທຳ​ອິດ​ໃນ​ປະ​ເທດ ຫຼັງ​ຜູ້​ຕິດ​ເຊື້ອ​ຫາ​ກໍ​ເດີນທາງ​ກັບ​ຈາກ​ທະວີ​ບອາ​ຟຣິກາ​ໃຕ້.

ສຳນັກ​ຂ່າວ​ສິນ​ຫົວ​ອ້າງ​ອີງ​ຂໍ້​ມູນ​ຂອງ​ຄະນະ​ກຳມາ​ທິການວາງ​ແຜນ​ຄອບຄົວ ​ແລະ​ສຸຂະພາບ​ແຫ່ງ​ຊາດ​ຈີນ​ລະບຸວ່າ ຜູ້​ຕິດ​ເຊື້ອ​ເປັນ​ຊາຍ​ອາຍຸ 34 ປີ ຈາກ​ເຂດ​ກວນ​ຊຽນ ​ໃນ​ມົນທົນ​ຈຽງ​ຊີ ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ໂດຍ​ຜູ້​ຕິດ​ເຊື້ອ​ຖື​ກັກ​ຕົວ​ໃນ​ໂຮງໝໍ​ແຫ່ງ​ໜຶ່ງ​ຕັ້ງ​ແຕ່​ວັນ​ທີ 6 ກຸມພາ ຂໍ້​ມູນ​ເສີມ​ວ່າ​ຊາຍ​ຄົນ​ດັ່ງກ່າວ​ເລີ່​ມຟື້ນ​ຟູ​ຈົນ​ລະດັບ​ອຸນຫະພູມ​ຮ່າງກາຍ​ປົກກະຕິ ​ແລະ ຜື່ນ​ເລີ່​ມຈາງ​ລົງ​.

ກົມ​ສາ​ທາລະນະ​ສຸກ​ປະຈຳ​ຈີນ​ຮົງ​ກົງ ທີ່​ຜູ້​ຕິດ​​ເຊື້ອ​ມີ​ປະຫວັດ​ເດີນທາງມາ​ຈາກ​ທະວີບອາ​ຟຣິກາ​ໃຕ້​ກັບ​ເຂົ້າ​ປ​ະ​ເທດ ອອກ​ຖະ​ແຫຼ​ງວ່າ ຈີນ​ເຮັດ​ວຽກ​ໃນ​ເມືອງ​ຕົງ​ກວນ​ຂອງ​ມົນທົນ​ກວາງຕຸ້ງ ຂະນະ​ດຽວ​ກັນ​ດ່ານ​ຄວບ​ຄຸມພະ​ຍາດຕິ​ດຕໍ່​ລະຫວ່າງ​ປະ​ເທດ​ຂອງ​ຈີນ​ຮົງ​ກົງ​ຍົກ​ລະດັບ​ມາດ​ຕະການ​ກວດກາ​ໃນ​ສະໜາມ​ບິນ​ເພື່ອ​ຕອບ​ສະ​ໜອງ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນ.

ນອກຈາກ​ນີ້ ​ເຈົ້າໜ້າ​ທີ່​ລະດັບ​ສູງ​ໃນ​ຮົງ​ກົງ​ເປີດ​ເຜີຍ​ຕໍ່ຜູ້​ສື່​ຂ່າວ​ວ່າ ກົມ​ສາ​ທາລະນະ​ສຸກ ​ແລະ​ອາຫານ​ກຳລັງ​ກວດ​ສອບ​ປະຫວັດ​ການ​ເດີ​ນທາງ​ຂອງ​ຜູ້​ຕິດ​ເຊື້ອ​ຈາກ​ລັດຖະບານ.

ຖະ​ແຫຼ​ງການ​ລະບຸ​ວ່າ ມີ​ຄວາມ​ສ່ຽງ​ທີ່​ເຊື້ອ​ຊິ​ກາ​ຈະ​ແພ່​ກະຈາຍ​ໃນ​ທ້ອງ​ຖິ່ນ​ຫາ​ເຊື້ອ​ກະຈາຍ​ເຂົ້າຈີນ​ຮົງ​ກົງ ​ແຕ່​ຈົນ​ເຖິງ​ປະຈຸ​ບັນ​ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວ​ຣັສຊິ​ກາ​ໃນ​ຈີນຮົງ​ກົງ​ແຕ່​ຢ່າງ​ໃດ.

ບົດຄວາມຫຼ້າສຸດ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...