spot_img
HomeມູມໄອທີລາວXiaomi Mi Pad 2 ແທັບເລັດ Windows 10 ຈະເລີ່ມຂາຍໃນວັນທີ 26 ນີ້

Xiaomi Mi Pad 2 ແທັບເລັດ Windows 10 ຈະເລີ່ມຂາຍໃນວັນທີ 26 ນີ້

Published on

ອີງຕາມຂ່າວກ່ອນໜ້ານີ້ Xiaomi ເປີດໂຕ Mi Pad 2 ແທັບເລັດລະບົບປະຕິບັດການ Windows 10 ທີ່ Xiaomi ໄດ້ເປີດໂຕແທັບເລັດລະບົບປະຕິບັດການ Windows 10 ຢ່າງເປັນທາງການໃນງານຖະແຫຼງຂ່າວຢູ່ທີ່ປັກກິ່ງ ນັ້ນກໍຄື Xiaomi Mi Pad 2  ເຊິ່ງໃນງານດັ່ງກ່າວມີການຄາດວ່າແທັບເລັດລຸ້ນດັ່ງກ່າວຈະຂາຍໃນທ້າຍເດືອນທັນວາ ປີ 2015 ແຕ່ພັດມີການເລື່ອນມາຂາຍໃນຊ່ວງຕົ້ນເດືອນມັງກອນປີນີ້ ຄື ວັນທີ 26 ທີ່ຈະມາຮອດນີ້ເອງ ສຳລັບລາຄາແມ່ນຢູ່ທີ່ 1299 ຢວນ (1.610.000 ກີບ). ເຮົົາມາທົບທວນກັນອີກຮອບວ່າສະເປັກຂອງ Xiaomi Mi Pad 2 ມີຫຍັງໜ້າສົົນໃຈແດ່?

ສຳລັບສະເປັກຂອງ Xiaomi Mi Pad 2 ມີດັ່ງນີ້:

– ໜ່ວຍປະມວນຜົນ: Intel Atom Quad-core X5-Z8500, 2.24GHz

– RAM: 2GB dual-channel LPDDR3 RAM

– ROM: 64GB ສາມາດເພີ່ມ MicroSD ໄດ້

– ໜ້າຈໍ: ຂະໜາດ 7.9 ນິ້ວ ເຊິ່ງໃຊ້ຈໍ IPS  ຄວາມລະອຽດ 2048 x 1536, 326PPI

– ກ້ອງ: ກ້ອງຫຼັງ 8MP f/2.0 | ກ້ອງໜ້າ 5MP

– ແບັດເຕີຣີ: 6190mAh ດ້ວຍ 5V/2A ຮອງຮັບການສາກແບບໄວ

– ຂະໜາດ: 200.4 x 132.6 x 6.95 ມມ

– ນ້ຳໜັກ: 322 ກາຣມ

– ສີ: ສີເທົາເຂັ້ມ ແລະ ສີທອງ

ທີ່ມາ: windowscentral

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...