ຂປລ. ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນວຽງຈັນ ໄດ້ຂຶ້ນກ່າວລາຍງານກ່ຽວກັບການຫັນຊັບສິນທີ່ດິນເປັນທຶນ ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ວ່າ: ການຫັນຊັບສິນ, ທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນ ເປັນບັນຫາໃໝ່ຫັນນະໂຍບາຍກົນໄກ ແລະ ນິຕິກຳ ບໍ່ທັນໄດ້ວາງອອກຢ່າງຈະແຈ້ງຈຶ່ງທັງເຮັດທັງຖອດບົດຮຽນໄປນຳ ເລີ່ມແຕ່ປີ 2006 ນະຄອນຫລວງວຽງຈັນ ໄດ້ປະຕິບັດແຜນນະໂຍ ບາຍຫັນຊັບ ສິນທີ່ດິນເປັນທຶນ ມີໂຄງການກໍ່ສ້າງສະໜາມກິລາຊີເກມ, ໂຄງການກໍ່ສ້າງເສັ້ນທາງມີ 3 ໂຄງການ ແລະໂຄງການແລກປ່ຽນສຳນັກງານມີ 5 ໂຄງການ. ໂຄງການຫັນຊັບສິນເປັນທຶນຂອງບັນດາກະຊວງອົງການອ້ອມຂ້າງສູນກາງ ທີ່ປະຕິບັດຢູ່ນະຄອນ ຫລວງວຽງຈັນ ມີ 10 ໂຄງການ. ນອກຈາກນັ້ນ ຍັງມີໂຄງການຫັນສິດໃຊ້ທີ່ດິນ ແລະ ເຮືອນລັດຄຸ້ມຄອງໃຫ້ເປັນສິດນຳໃຊ້ສ່ວນບຸກຄົນຢ່າງຂາດຕົວ ຂອງພະນັກງານລັດຕາມນະໂຍບາຍ 343/ນຍ; ໂຄງ ການໃຫ້ເຊົ່າ ຫລື ສໍາປະທານທີ່ດິນ ແລະ ຊັບສິນຂອງລັດ ເຂດເສດຖະກິດສະເພາະ 4 ແຫ່ງ ແລະ ເຂດພັດທະນາອື່ນໆຈຳນວນໜຶ່ງ; ການຫັນຊັບສິນເປັນທຶນ ຫລື ອະສັງຫາລິມະຊັບຂອງພາກເອກະຊົນ ໄດ້ເກີດມີຫລາຍໂຄງການ ແລະ ພວມເປັນຂະບວນ ການດີ ເຊັ່ນ: ສະກາຍຊີຕີ້, ເອວິກທາວເຮົາສ໌, ໂຊກປ່າຫລວງອາພາດເມັນ, ໜອງທາ ແລະ ອື່ນໆ.
ສະຫາຍດຣ.ສິນລະວົງ ຄຸດໄພທູນ ກ່າວຕື່ມວ່າ: ບັນຫາທີ່ຄວນເອົາໃຈໃສ່ໃນການຫັນຊັບສິນທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນ ມີຄື: 1). ການຫັນຊັບສິນເປັນທຶນແມ່ນການເຮັດໃຫ້ຊັບສິນເດີມ ມີມູນຄ່າເພີ່ມສູງຂຶ້ນ, ກ່ອນອື່ນໝົດ ເຮັດໃຫ້ສິດຄອບຄອງທີ່ດິນ ຫັນປ່ຽນຈາກສິດໃຊ້ເປັນສິດນຳໃຊ້; ຕ້ອງມີຄວາມຕ້ອງການທີ່ດິນ ເພື່ອພັດທະນາ ຫລື ມີຕະຫລາດ, ມີທະນາຄານເປັນອົງການຮອງຮັບລາຄາ (ຕະຫລາດໝາຍເຖິງມີຄວາມຕ້ອງການທີ່ດິນ ຫລື ຊັບສິນນັ້ນໆຂອງນັກທຸ ລະກິດ) ຄວາມຕ້ອງການດັ່ງກ່າວ ວັດແທກໂດຍ: ລາຍໄດ້ຂອງປະຊາກອນຈາກ 1,000 ໂດລາ/ຄົນ/ປີ ຂຶ້ນໄປ ແລະ ຄວາມໜາແຫນ້ນຂອງປະຊາກອນ 300 ຄົນ/1 ກິໂລແມັດ ຂຶ້ນໄປ, ເຊິ່ງໄລຍະຫ່າງຈາກຈຸດ 0 ຍ້າຍອອກໄປເທື່ອ 1 ກິໂລ ແມັດ/GDP/ປະຊາກອນ; 2). ການຫັນຊັບສິນເປັນທຶນ ແມ່ນການ ນຳໃຊ້ຊັບສິນ ຫລື ທີ່ດິນທີ່ເປັນທ່າແຮງບົ່ມຊ້ອນໃຫ້ກາຍເປັນທຶນເພື່ອພັດທະນາ ແລະ ເກີດຂຶ້ນໃນເງື່ອນໄຂທີ່ສັງຄົມຮຽກຮ້ອງຕ້ອງການສູງ ແລະ ລັດຂາດເຂີນທຶນຮອນ, ຫາທາງເລືອກອື່ນໄດ້ຍາກ, ມີຄວາມຕື່ນຕົວສະໝັກໃຈຂອງຜູ້ລົງທຶນ, ການພ້ອມພຽງຂອງປະຊາຊົນ ແລະ ພາກລັດ ໂດຍພາຍໃຕ້ການນຳພາຂອງຄະນະພັກ; 3). ໃນເມື່ອທາງການຕົກລົງຮັບເອົາໂຄງ ການຫັນຊັບ ສິນເປັນທຶນແລ້ວ ຕ້ອງໄດ້ອອກ ນິຕິກຳຜັນຂະຫຍາຍ, ຕ້ອງເຮັດວຽກງານແນວຄິດກັບປະຊາຊົນບ່ອນ ນັ້ນໆ, ກຳນົດກົນໄກ ແລະ ແຜນວຽກຈັດຕັ້ງປະຕິບັດຢ່າງລະອຽດ; ຕ້ອງມີສັນຍາຮ່ວມມື ລະຫວ່າງລັດ – ບໍລິສັດ – ປະຊາຊົນກ່ຽວຂ້ອງ ໂດຍສະເພາະຜູ້ທີ່ ໄດ້ຮັບຜົນກະທົບ ໂດຍຈາກໂຄງການ. 4). ການຫັນຊັບສິນເປັນທຶນໂດຍສະເພາະການຫັນທີ່ດິນເປັນທຶນໃນພາກປະຕິບັດຕົວຈິງ ຕ້ອງໄດ້ເວນຄືນທີ່ດິນນຳປະຊາຊົນໃຫ້ສຳເລັດກ່ອນ ຈຶ່ງດຳເນີນໂຄງ ການ, ເຊິ່ງຕາມລາຄາທີ່ໃກ້ຄຽງກັບ ລາຄາທີ່ເປັນຈິງໃນຕະຫລາດ ແລະ ປະຊາຊົນສາມາດຮັບໄດ້ ທັງຕ້ອງຊົດເຊີຍທັນທີ (ບໍ່ຕິດໜີ້); ຖ້າລັດເປັນເຈົ້າໂຄງການຈະເປັນການດີກວ່າ, ຖ້ານຳໃຊ້ເອກະຊົນ ກໍຕ້ອງເປັນນັກທຸລະກິດທີ່ມີທຶນແທ້.
ໂຄງການຫັນຊັບສິນເປັນທຶນຕ້ອງແມ່ນລັດ (ໂດຍແມ່ນຂະແໜງການເງິນ), ບໍລິສັດ ແລະ ປະຊາຊົນບ່ອນກ່ຽວຂ້ອງກາຍເປັນອົງປະກອບ ແລະ ກົນໄກປະຕິບັດ, ໃນນັ້ນ: ລັດເປັນຜູ້ກຳນົດທິດທາງແຜນການພັດທະນາ, ເປັນຜູ້ເຮັດວຽກ ແນວຄິດກັບປະຊາຊົນ ແລະ ຮັບປະກັນຄວາມເປັນທຳຕາມກົດໝາຍ; ບໍລິສັດເປັນຜູ້ຈັດຕັ້ງປະຕິບັດຕາມນະໂຍບາຍ, ກົດຫມາຍ ແລະ ແຜນຜັງ; ປະຊາຊົນຢູບ່ອນນັ້ນຕ້ອງໄດ້ເສຍສະຫລະ, ຕື່ນຕົວສະໝັກຕົວເຂົ້າຮ່ວມໂຄງການ, ອາດນຳເອົາຊັບສິນ ຂອງຕົນເຂົ້າເປັນຮຸ້ນ ຫລື ຮັບເອົາຄ່າຊົດເຊີຍ ຕາມການຕົກລົງ ແລະ ເປັນພະນັກງານໃນໂຄງການນັ້ນໆ ເພື່ອຜັນຂະຫຍາຍມະຕິ X ຂອງພັກ.
ສັງລວມແລ້ວ: ການຫັນຊັບສິນເປັນທຶນຢູ່ນະຄອນຫລວງວຽງຈັນ ບໍ່ແມ່ນເສັ້ນທາງ ແລະ ຮູບການລົງທຶນທີ່ດີກວ່າການລົງທຶນຂອງລັດແຕ່ຢ່າງໃດກໍຕາມ, ຫາກເປັນເສັ້ນທາງ ແລະ ຮູບການໜຶ່ງຕາມຮູບການດຶງດູດການລົງທຶນ ທີ່ສາມາດ ເປັນໄປໄດ້, ເປັນກາລະໂອກາດໃນເງື່ອນໄຂທີ່ລັດ ຂາດເຂີນທຶນຮອນ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມສູງນັ້ນເອງ, ໃນເມື່ອລັດເຮົາຮັ່ງມີຂຶ້ນ, ຮູບການນີ້ອາດປ່ຽນແທນດ້ວຍຮູບການອື່ນໆ.
ແຫ່ລງຂ່າວ