spot_img
Homeຂ່າວການພັດທະນາສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກມອບປັດໃຈໃຫ້ ແກ່ນາຍ ແລະ ພົນທະຫານ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກມອບປັດໃຈໃຫ້ ແກ່ນາຍ ແລະ ພົນທະຫານ

Published on

ຂປລ. ວັນ​ທີ 18 ມັງກອນນີ້, ຄະນະ​ສະຫະພັນ​ແມ່ຍິງ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ນຳ​ເອົາ​ເຄື່ອງ​ຊ່ວຍ​ເຫລື​ອລວມມີ ເຄື່ອງ​ບໍລິ​ໂພ​ກ, ພ້ອມເງິນສົດ ລວມມູນ​ຄ່າ​ປະມານ 12 ລ້ານ​ກີບ ມອບໃຫ້​ແກ່ສະຫະພັນ​ແມ່ຍິງ​ກະຊວງ​ປ້ອງ​ກັນ​ປະ​ເທດ ເພື່ອ​​ນຳ​ໄປ​ຊ່ວຍ​ເຫລື​ອ​ອ້າຍ​ນ້ອງ, ນາຍ ​ແລະ ພົນທະຫານ ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່ຢູ່​ເຂດທຸລະກັນດານ, ຫ່າງ​ໄກສອກຫລີກ ​ໃນ​​ໂອກາດວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ ຄົບຮອບ 67 ປີ ໃນວັນ​ທີ 20 ມັງກອນ​ນີ້.

ພິທີ​ມອບ-​ຮັບ, ​ໄດ້​ຈັດ​ຂຶ້ນ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ລະຫວ່າງ ​​ທ່ານນາງ ກອງປະດິດ ກິດຕິຄຸນ, ພັນ​ລະ​ຍາ​ ທ່ານ​ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານນາງ ພິມ​ພາ ​ແກ້ວ​ມີ​ໄຊ ປະທານ​ສະຫະພັນ​ແມ່ຍິງ​ກະຊວງ​ (ຕປທ) ​ທ່ານ ພັນ​ໂທ ຄຳ​ພູ ສິດທິ​ເສນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ, ປະທານ​ສະຫະພັນ​ແມ່ຍິງ​ກະຊວງ​ປ້ອງ​ກັນປະ​ເທດ.   ​

ໃນ​ໂອກາດ​ນີ້ຄະນະ​ສະຫະພັນ​ແມ່ຍິງ​ດັ່ງກ່າວ, ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ, ຝາກ​ຄຳ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ ​ໄປ​ຍັງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ນາຍ ​ແລະ ພົນ​ທະຫານ, ນັກຮົບ ​ແລະ ສະມາຊິກຄອບຄົວ​ທຸກ​ຖ້ວນ​ໜ້າ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ອັນ​ຍິ່ງ​​ໃຫຍ່ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາປະ​ເທດ​ຊາດ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...