ການແຂ່ງຂັນກິລາ ແລະ ສິລະປະ ວັນນະຄະດີ ມິດຕະພາບ 6 ແຂວງ ພາກເໜືອຈະເລີ່ມທ້າຍເດືອນມັງກອນ

ທັບນັກກິລານັກຮຽນມັດທະຍົມແຂວງອຸດົມໄຊ ມີຄວາມພ້ອມຈະເຂົ້າຮ່ວມແຂ່ງຂັນກິລາ ແລະ ສິລະປະ ວັນນະຄະດີ ມິດຕະພາບ 6 ແຂວງ ພາກເໜືອ ທີ່ແຂວງຫຼວງນໍ້າທາເປັນເຈົ້າພາບ ໃນທ້າຍເດືອນມັງກອນນີ້
ທ່ານ ບຸນຂານ ວົງສະຫວັນ ຫົວໜ້າຂະແໜງພະລະ-ສິລະປະ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ທັງເປັນຄະນະນໍານັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ ລາຍງານໃຫ້ຮູ້ວ່າ:
ພາຍຫຼັງແຂວງອຸດົມໄຊໄດ້ຮັບແຈ້ງເຊີນ ເຂົ້າຮ່ວມງານແຂ່ງຂັນກິລາ ແລະ ສິລະປະ ວັນນະຄະດີ ມິດຕະພາບ 6 ແຂວງພາກເໜືອ ຄັ້ງທີ 10 ທີ່ແຂວງຫຼວງນໍ້າທາເປັນເຈົ້າພາບຈັດຂື້ນ ໃນລະຫວ່າງວັນທີ 29 ມັງກອນ – 1 ກຸມພາ 2016 ນີ້, ທາງແຂວງກໍໄດ້ຫ້າງຫາກະກຽມຫຼາຍດ້ານເປັນຕົ້ນແມ່ນດ້ານງົບປະມານ, ນັກກິລາແຕ່ລະປະເພດ, ມາຮອດປັດຈຸບັນມີຄວາມພ້ອມແລ້ວ 80%, ສ່ວນກິລາຈະເຂົ້າຮ່ວມແຂ່ງຂັນທັງໝົດປະກອບມີ 4 ປະເພດກິລາຄື: ບານເຕະຊາຍ, ກະຕໍ້ຍິງ-ຊາຍ, ດອກປີກໄກ່ຍິງ-ຊາຍ ແລະ ໜ້າເກັກຍິງ-ຊາຍ ແລະ ປະເພດສິລະປະວັນນະຄະດີແມ່ນ ສົ່ງເຂົ້າແຂ່ງຂັນ 2 ລາຍການຄື: ບົດຟ້ອນເຜົ່າລາວມ່ວນຊື່ນ ແລະ ເພງຮ້ອງ ສາຍໃຈລາວ-ຫວຽດນາມ.
ປັດຈຸບັນແມ່ນຢູ່ໃນໄລຍະເຝິກຊ້ອມເປັນປົກກະຕິຕາມເງື່ອນໄຂທຸກປະເພດ ເພື່ອກຽມຄວາມພ້ອມໃຫ້ນັກກິລາມີຄວາມໝັ້ນໃຈກ່ອນທີ່ຈະອອກເດີນທາງໄປແຂ່ງຂັນ ໃນວັນທີ 28 ມັງກອນນີ້, ເພື່ອຢາດເອົາໄຊຊະນະມາສູ່ແຂວງອຸດົມໄຊໃຫ້ໄດ້.
ຄາດວ່າປະເພດກິລາທີ່ມີຄວາມຫວັງຈະຢາດໄດ້ປະເພດມີ ກິລາໜ້າເກັກຍິງ-ຊາຍ, ກະຕໍ້ຍິງ ແລະ ກິລາບານເຕະ, ສ່ວນກິລາປະເພດອື່ນໆ ຈະສູ້ຊົນໃຫ້ໄດ້ເຂົ້າຮອບດີທີ່ສຸດ.
ເຂົ້າຮ່ວມແຂ່ງຂັນກິລາ ແລະ ສິລະປະ ວັນນະຄະດີ ມິດຕະພາບ 6 ແຂວງ ພາກເໜືອ ໃນຄັ້ງນີ້ປະກອບມີ ແຂວງຜົ້ງສາລີ, ບໍແກ້ວ, ອຸດົມໄຊ, ຫຼວງພະບາງ, ດຽນບຽນຟູ ສສ ຫວຽດນາມ ແລະ ແຂວງຫຼວງນໍ້າທາ ເຈົ້າພາບ.
ລວມຄະນະນໍາ, ຄູເຝິກ, ແພດ ແລະ ນັກນິລາແຂວງອຸດົມໄຊຈະເດີນທາງເຂົ້າຮ່ວມງານໃນຄັ້ງນີ້ ມີທັງໝົດ 47 ຄົນ, ຍິງ 17 ຄົນ, ນໍາໃຊ້ງົບປະມານທັງໝົດ 88 ລ້ານກວ່າກີບ.

image

ທີ່ມາ: ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ