spot_img
Homeມູມໄອທີລາວທວນຄືນຄວາມສຳເລັດຂອງຫົວເຫວີຍໃນປີ 2015

ທວນຄືນຄວາມສຳເລັດຂອງຫົວເຫວີຍໃນປີ 2015

Published on

ຫົວເຫວີຍໄດ້ດຳເນີນການສ້າງການຮັບຮູ້ຂອງແບຣນຢ່າງຕໍ່ເນື່ອງແລະປະສົບຄວາມສຳເລັດໄວ່ຢ່າງຫຼາຍດັ່ງນີ້:

* ຫົວເຫວີຍຕິດອັນດັບທີ່ 88 ຂອງ Interbrand’s Top 100 Global Brands ໂດຍກ້າວຂຶ້ນຈາກອັນດັບທີ່ 94 ໃນປີ 2014.

* ຫົວເຫວີຍຖືກຈັດໃຫ້ເປັນແບລນລະດັບໂລກທີ່ມີມູນຄ່າຫຼາຍທີ່ສຸດລຳດັບທີ່ 70 ໃນ The Brandz 100 List.

* ຈາກລາຍງານຂອງອົງກອນວິໄຈລະດັບໂລກຢ່າງ IPSOS ນັ້ນຫົວເຫວີຍຖືເປັນບໍລິສັດທີ່ປະສົບຄວາມສຳເລັດໄວທີ່ສຸດໃນການສ້າງການຮັບຮູ້ຂອງແບຣນໂດຍຕົວເລກກະໂດດຈາກ 65% ໃນປີ 2014 ເປັນ 76% ໃນປີ 2015 ເຊິ່ງໝາຍເຖິງຜູ້ບໍລິໂພກກວ່າ 75% ຮູ້ຈັກສະມາດໂຟນຫົວເຫີວຍ.

* ການຮັບຮູ້ຂອງແບລນຫົວເຫີວຍເພີ່ມຂື້ນຫຼາຍໃນທະວີບຢູໂຣບເມື່ອທຽບກັບປີທີ່ແລ້ວໂດຍເພີ່ມຂື້ນດັ່ງນີ້:ໂປຣຕຸເກດ (87%) ອີຕາລີ (82%) ສະເປນ (79%) ເນເທີແລນ (73%) ແລະເຢຍລະມັນ (68%).

* ໃນຂະນະທີ່ການຮັບຮູ້ຂອງແບລນຫົວເຫວີຍເພີ່ມຂຶ້ນໃນຕະຫຼາດສຳຄັນຂອງໂລກຕົວເລກ Net Promoter Score (NPS) ຂອງບໍລິສັດເອງກໍ່ເພີ່ມຂື້ນເປັນ 47 ເຊິ່ງສູງເປັນອັນດັບສາມຂອງໂລກອີກດ້ວຍ.

ຄວາມສຳເລັດຂອງຫົວເຫີວຍເຊັ່ນ: P8, Mate 7, Mate S ແລະ Nexus 6P ໄດ້ຮັບການຕ້ອນຮັບເປັນຢ່າງດີໃນຕະຫຼາດໂລກໃນຊ່ວງປີ 2015 ດັ່ງນີ້:

* ຕົວເລກການຈັດສົ່ງ P8 ທົ່ວໂລກສູງເຖິງ 4.5 ລ້ານເຄື່ອງໂດຍສະມາດໂຟນລຸ້ນນີ້ໄດ້ຮັບລາງວັນຫຼາຍເຊັ່ນ: ລາງວັນ “Best Recommendation Award” ຈາກ North European Ljud & Bild ລາງວັນ “White Gold Award” ຈາກເວັບໃຊລີວິວສະມາດໂຟນຢອດນິຍົມສັນຊາດນໍເວຢ່າງ Dinside.

* ສະມາດໂຟນລຸ້ນ Mate 7 ຫຼາຍກ່ວາ 7 ລ້ານເຄື່ອງຖືກຈັດສົ່ງໄປທົ່ວໂລກໃນປີ 2015 ໃນຂະນະດຽວກັນກໍ່ໄດ້ຮັບລາງວັນ “BEST of IFA 2014” ແລະລາງວັນອື່ນໆຈາກ Android Authority, GSM Arena ແລະ Tom’s Guide.

* ສະມາດໂຟນລຸ້ນ Mate S ມີຕົວເລກການສົ່ງທະລຸເກີນ 800.000 ໜ່ວຍພາຍໃນໄລຍະເວລາພຽງສີ່ເດືອນຫຼັງເປີດໂຕໂດຍມີຍອດຂາຍຈາກ 48 ປະເທດໃນທະວີບອາຊີແລະຢູໂຮບແລະຍັງໄດ້ຮັບລາງວັນລະດັບໂລກເຖິງ 9 ລາງວັນເຊັ່ນ:  “ BEST of IFA 2015” ຈາກທາງ “Global Technology Media GIDA ແລະ AndroidPIT ເປັນຕົ້ນ.

* ສະມາດໂຟນ Nexus 6P ເຊິ່ງກຳເນີດຂື້ນຈາກຄວາມຮ່ວມມືກັນລະຫວ່າງຫົວເຫີວຍແລະກູລເກີ້ ປະສົບຄວາມສຳເລັດຢ່າງລົ້ນເຫຼືອໃນທະວີບອາເມລິກາເໜືອໂດຍຖືກຂາຍໝົດຈາກ Google Store ພຽງໜື່ງເດືອນຫຼັງຈາກເປີດໂຕ ນອກຈາກນີ້ຍັງມີການຈັດຈຳໜ່າຍ Nexus 6P ໃນອີກກ່ວາ 60 ປະເທດແລະພູມມີພາກທົ່ວໂລກເຮັດໃຫ້ Nexus 6P ກາຍເປັນສະມາດໂຟນຍອດນິຍົມໃນທັນທີທີ່ມີການຈັດຈຳໜ່າຍທັງໄດ້ຮັບຄຳວິຈານໃນທາງບວກຈາກສື່ດ້ານເທັກໂນໂລຢີຕ່າງໆແລະໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນ “Holiday Season Recommendation”,”Editor’s Choice” ແລະ “Best of 2015” ໂດຍໄດ້ຮັບແຮງສະໜັບສະໜູນຢ່າງຫຼາຍຈາກສື່ກະແສຫຼັກຈຳນວນຫຼາຍເຊິ່ງຊີ້ໃຫ້ເຫັນເຖິງຄວາມເຂັ້ມແຂງຂອງຫົວເຫີວຍໃນດ້ານການພັດທະນາເທັກໂນໂລຢີ,ການອອກແບບແລະຄວາມສາມາດໃນການຜະລິດ.

img_25220617

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)