spot_img
HomeມູມໄອທີລາວBLU ເປີດໂຕສະມາດໂຟນສຸດກຸ້ມຄ່າສອງລຸ້ນໃໝ່ Vivo 5 ແລະ Vivo XL

BLU ເປີດໂຕສະມາດໂຟນສຸດກຸ້ມຄ່າສອງລຸ້ນໃໝ່ Vivo 5 ແລະ Vivo XL

Published on

image

BLU ກໍໄດ້ເຂົ້າຮ່ວມງານ CES 2016 ປີນີ້ເຊັ່ນດຽວກັບບໍລິສັດອື່ນໆແລະຍັງໄດ້ເປີດໂຕ 2 ສະມາດໂຟນໃໝ່ ທີ່ທາງບໍລິສັດບອກວ່າເນັ້ນໄປທີ່ “ຄວາມສວຍງາມ ແລະ ຫຼູຫຼາເປັນຫຼັກ” .ນັັ້ນກໍຄື Vivo 5 ແລະ Vivo XL ເຊິ່ງທັງສອງລຸ້ນນີ້ສະເປັກໂດຍລວມແລ້ວແທບຈະຄ້າຍຄືກັນທັງໝົດເລີຍ ແຕ່ຕ່າງບ່ອນທີ່ Vivo XL ນັ້ນຖືກປັບຫຼຸດສະເປັກລົງໜ້ອຍໜຶ່ງ.

image

image

ສຳລັບສະເປັກຂອງ Vivo 5 ແລະ Vivo XL ມີດັ່ງນີ້:
– ທັງສອງລຸ້ນໃຊ້ຈໍ AMOLED ຂະໜາດ 5.5 ນິ້ວ ປົກປ້ອງດ້ວຍ Gorilla Glass 3
– ທັງສອງລຸ້ນໃຊ້ຊິບປະມວນຜົນ MediaTek MT6753 64-bit
– Vivo 5 ROM 32GB ກັບ RAM 3GB
– Vivo XL ROM 16GB ກັບ RAM 2GB
– ທັງສອງລຸ້ນກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ
– ທັງສອງລຸ້ນກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ
– ທັງສອງລຸ້ນບັນຈຸແບັດເຕີຣີມາ 3,150 mAh

image

  ສຳລັບຄວາມແຕກຕ່າງຂອງທັງສອງລຸ້ນນອກຈາກເລື່ອງຂອງສະເປັກແລ້ວກໍຄືເລື່ອງຂອງການອອກແບບແລະການນຳໃຊ້ວັດສະດຸ.

image

image

+Vivo 5 ນັ້ນຈະເປັນສະມາດໂຟນລຸ້ນທຳອິດຂອງ BLU ທີ່ເຮັດດ້ວຍໂລຫະໝົດໂຕເຄື່ອງ, ການອອກແບບເບິ່ງຫຼູຫຼາ ມີສະຕາຍ ຂອບໂຄ້ງມົນ ສວຍງາມມີລະດັບ, Vivo 5 ນັ້ນມີທັງໝົດ 2 ສີ ໃຫ້ເລືືອກຄື:
– ສີເງິນຂາວ (White Silver)
– ສີທອງຄຳ (Solid Gold).

image

image

+ສ່ວນໃນດ້ານຂອງ Vivo XL ການອອກແບບດ້ານຂອບອ້ອມຮອບໂຕເຄື່ອງຈະເປັນໂລຫະ, ແຕ່ດ້ານຫຼັງຂອງໂຕເຄື່ອງນັ້ນໃຊ້ວັດສະດຸອື່ນແທນ, ເປັນການອອກແບບທີ່ມີລວດລາຍທີ່ສວຍງາມອີກທັັງຍັງເງົາງາມອີກດ້ວຍ. ມີທັງໝົດ 4 ສີໃຫ້ເລືອກຄື:
– ສີທອງ (Liquid Gold)
– ສີເງິນ (Chrome Silver)
– ສີຟ້າ (Midnight Blue)
– ສີທອງບົວ (Rose Gold)

image

image

ໂທລະສັບທັງສອງລຸ້ນນີ້ຈະເລີ່ມຂາຍທີ່ອາເມຣິກາຜ່ານທາງເວັບໄຊ Amazon.com ແລະ Bestbuy.com
– ສຳລັບລາຄາຂອງ Vivo XL $149 (1.217.000 ກີບ)
– ສຳລັບລາຄາຂອງ Vivo 5 $199 (1.625.000 ກີບ)

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...