ຢູ່ປະເທດ ວຽດນາມ ການດຳເນີນ ມາຕການ ກົດໝາຍ ຕໍ່ ເຈົ້າໜ້າທີ່ ຂອງຣັຖ ທີ່ໃຊ້ ຕຳແໜ່ງ ຂອງຕົນ ໄປພົວພັນ ເຣຶ່ອງ ສໍ້ຣາສ ບັງຫລວງ ຫລື ຮັບສິນບົນ ຖືວ່າເຄັ່ງຄັດ ແລະ ເດັດຂາດ ກວ່າປະເທດລາວ ໃນ ຂະນະທີ່ ປະເທດລາວ ມີ ເຈົ້າໜ້າທີ່ ຂອງຣັຖ ສໍ້ຣາສ ບັງຫລວງ ແຕ່ວ່າ ບໍ່ມີການ ເອົາມາ ລົງໂທດ ຢ່າງຈິງຈັງ.
ສານປົກຄອງ ແຂວງ ບິນຕວານ ຢູ່ພາກກາງ ຂອງ ວຽດນາມ ໄດ້ຕັດສິນ ທ້າວ ລີດວາຍຄຽມ ຮອງ ຫົວໜ້າ ກົມ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຈຳຄຸກ 10 ປີ, ໃນຂໍ້ຫາ ສວຍໃຊ້ ຕໍາແໜ່ງຂອງຕົນ ສ້າງຄວາມ ເສັຍຫາຍ ໃຫ້ແກ່ ຊັພສິນ ຂອງຣັຖ ມູນຄ່າ ປະມານ 1 ລ້ານໂດລາ ສະຫະຣັຖ.
ອີງຕາມ ການຣາຍງານ ຂ່າວ ຂອງສຳນັກ ຂ່າວ ວຽດນາມ ນີວສ໌ ໃນວັນທີ 27 ກຸມພາ 2014, ອັນນີ້ ເປັນນຶ່ງໃນ ຫລາຍຕົວຢ່າງ ທີ່ສະແດງ ໃຫ້ເຫັນວ່າ ຣະບົບ ຍຸຕິທັມ ຢູ່ປະເທດ ວຽດນາມ ຖືກ ປະຕິບັດ ຢ່າງເຄັ່ງຄັດ ຫລາຍກວ່າ ປະເທດລາວ ເຖີງວ່າ ຈະມີ ຣະບອບ ການເມືອງ ແບບດຽວກັນ ແລະ ມີຣະບົບ ກົດໝາຍ ອັນດຽວກັນ.
ແຕ່ວ່າ ຢູ່ໃນ ປະເທດລາວ ການ ບັງຄັບໃຊ້ ກົດໝາຍ ຕໍ່ຜູ້ທີ່ ຣະເມີດ ຍັງບໍ່ ສັກສິດ ແລະ ບໍ່ໄດ້ ເປີດເຜີຍໃຫ້ ສາທາຣະນະຊົນ ໄດ້ຮັບຮູ້ ນໍາ ມີຕົວຢ່າງ ທີ່ຊີ້ ໃຫ້ເຫັນວ່າ ບໍ່ມີການ ໃຊ້ມາຕການ ຕໍ່ຜູ້ ກະທຳຜິດ ເຊັ່ນ:
ຕົວຢ່າງທີ1: ໃນເດືອນ ຕຸລາ ປີ 2012, ທ້າວ ທອງສັກດາ ເຈົ້າໜ້າທີ່ ຫ້ອງການ ທີ່ດິນ ເມືອງ ນາຊາຍທອງ ນະຄອນ ຫລວງວຽງຈັນ ຖືກ ເຈົ້າໜ້າທີ່ ຈັບກຸມ ໃນຂໍ້ຫາ ໃຊ້ຕໍາແໜ່ງ ຂອງຕົນ ປອມແປງ ເອກສານ ທີ່ດິນ ໃຫ້ ບຸກຄົນອື່ນ ສໍ້ໂກງ ປະຊາຊົນ ໂດຍເຮັດ ໃບຕາດິນ ປອມ ເພື່ອຂາຍທີ່ດິນ ໃນ ມູນຄ່າ ປະມານ 2 ລ້ານບາດ ແຕ່ ການລົງໂທດ ຜູ້ກ່ຽວ ກໍບໍ່ໄດ້ ປະກາດໃຫ້ ສາທາຣະນະຊົນ ໄດ້ຮັບຮູ້.
ຕົວຢ່າງທີ2: ໃນປີ 2013 ມີຂ່າວຈາກ ວົງໃນວ່າ ຫົວໜ້າ ຜແນກ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນ ກໍຖືກປົດ ຕຳແໜ່ງ ແລະ ຖືກດຳເນີນ ຄະດີ ຍ້ອນການ ເຊັນທີ່ດິນ ໃຫ້ນັກ ລົງທຶນ ສຳປະທານ ໂດຍບໍ່ຖືກ ຣະບຽບ ກົດໝາຍ.
ຕົວຢ່າງທີ3: ໃນ 2011 ແລະ 2012, ມີການ ບຸກລຸກ ປ່າໄມ້ ແລະ ທີ່ດິນ ຢູ່ເຂດ ປ່າສງວນ ເຂດ ພູເຂົາຄວາຍ ແລະ ພູພະນັງ ຢູ່ ນະຄອນຫລວງ ວຽງຈັນ ແລະ ແຂວງວຽງຈັນ ມີ ເຈົ້າໜ້າທີ່ ສົມຮູ້ ຮ່ວມຄິດ ກັບ ບໍຣິສັດ ເອກຊົນ ຈົນເຮັດໃຫ້ ເນື້ອທີ່ປ່າ ຢູ່ເຂດ ດັ່ງກ່າວ ຫລຸດລົງ, ແຕ່ ຈົນມາເຖິງ ປັດຈຸບັນ ຍັງບໍ່ ສາມາດ ດຳເນີນ ຄະດີ ກັບ ເຈົ້າໜ້າທີ່ ພະນັກງານ ຜູ້ທີ່ຢູ່ ເບື້ອງຫລັງ ການບຸກລຸກ ປ່າໄມ້ ນັ້ນໄດ້.
ຕົວຢ່າງທີ4: ໃນປີ 2007, ເນື້ອທີ່ດິນ ແລະ ປ່າໄມ້ ຢູ່ເຂດ ປ່າສງວນ ແຫ່ງຊາດ ດົງຫົວສາວ ຢູ່ ເມືອງບາຈຽງ ຈະເລີນສຸກ ແຂວງ ຈຳປາສັກ ພາກໃຕ້ ຂອງ ປະເທດລາວ ຖືກບຸກລຸກ ແລະ ຖືກຕັດ ເພື່ອສົ່ງອອກ ຫລັງຈາກນັ້ນ ໃຫ້ ບໍຣິສັດ ວຽດນາມ ສຳປະທານ ປູກ ຢາງພາຣາ ໃສ່ແທນ, ແຕ່ ບໍ່ມີການ ໃຊ້ ມາຕການ ຕໍ່ຜູ້ ກະທໍາຜິດ ໃນ ກໍຣະນີ ດັ່ງກ່າວ ຈົນຮອດ ປັດຈຸບັນ.
ຕົວຢ່າງທີ5: ການໃຫ້ ສໍາປະທານ ທີ່ດິນ ປູກກາເຟ ຢູ່ເຂດບ້ານ ຫ້ວຍກອງ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ໃນປີ 2010 ໃຫ້ແກ່ ບໍຣິສັດ ເອົາສະແປນ ບໍຣະເວນ ໂດຍ ການຮ່ວມມື ກັບ ເຈົ້າໜ້າທີ່ ແຂວງ ແລະເມືອງ ເຂົ້າມາ ບຸກເບີກ ເນື້ອທີ່ດິນ ຂອງຊາວບ້ານ ແບບ ບໍ່ຖືກ ກົດໝາຍ ຈົນເຮັດໃຫ້ ສົ່ງຜົນ ກະທົບ ຕໍ່ຊາວບ້ານ ແລະ ຊາວບ້ານ ກໍບໍ່ສາມາດ ທໍາມາ ຫາກິນໄດ້ ເປັນເວລາ 3 ປີ ເນື່ອງຈາກວ່າ ເຂົາເຈົ້າ ບໍ່ມີທີ່ດິນ ຜລິດ ກະສິກັມ, ແຕ່ ເຈົ້າໜ້າທີ່ ຜູ້ທີ່ ອະນຸມັດ ການ ສໍາປະທານ ທີ່ດິນ ກໍບໍ່ໄດ້ ຖືກລົງໂທດ ແລະ ດໍາເນີນ ຄະດີ ຫຍັງໝົດ.
ຕົວຢ່າງທີ6: ໃນປີ 2006 ຢູ່ແຂວງ ອັດຕະປື ມີການ ອະນຸຍາດ ໃຫ້ ບໍຣິສັດ ຈີນ ຂຸດຄໍາ ຕົກຂ້ອນ ຢູ່ຕາມລໍາ ແມ່ນໍ້າ ເຊກະໝານ ແລະ ນໍ້າເຊກອງ ເຮັດໃຫ້ເກີດ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຜົນກະທົບ ກໍ່ການ ດໍາລົງຊີວິດ ຂອງ ປະຊາຊົນ ຈົນ ປະຊາຊົນ ບໍ່ສາມາດ ໃຊ້ນ້ຳ ຈາກ ແມ່ນ້ຳໄດ້ ເພາະວ່າ ນ້ຳເປື້ອນ ຈົນໃນທີ່ສຸດ ປະຊາຊົນ ພາກັນ ຮ່ວມຕົວກັນ ຂັບໄລ່ ກຳມະກອນ ບໍຣິສັດ ໜີຈາກເຂດ ດັ່ງກ່າວ ຈົນທາງແຂວງ ຕ້ອງໃຫ້ ບໍຣິສັດ ຢຸດກິຈການ ແລະ ຫລັງຈາກນັ້ນ ກໍພົບວ່າ ການໃຫ້ ສຳປະທານ ຂຸດຄຳ ຕົກຂ້ອນ ບໍ່ມີການ ສຶກສາ ຜົນກະທົບ ທາງດ້ານ ສິ່ງແວດລ້ອມ ເສັຍກ່ອນ, ແຕ່ກໍບໍ່ ສາມາດ ເອົາຜິດ ຜູ້ຢູ່ ເບື້ອງຫລັງໄດ້.
ຕົວຢ່າງທີ7: ຢູ່ບ້ານຢືບ ເມືອງທ່າແຕງ ແຂວງເຊກອງ, ເຈົ້າໜ້າທີ່ ອໍານາດ ການປົກຄອງ ແຂວງແລະເມືອງ ເຊັນ ຂາຍທີ່ດິນ ໃຫ້ ບໍຣິສັດ ວຽດນາມ ທີ່ຊື່ວ່າ ບໍຣິສັດ ແອວວີເອຟ ໂດຍບໍ່ໄດ້ ຮັບການ ເຫັນດີ ຈາກຣັຖບານ, ແຕ່ເຈົ້າ ແຂວງ ແລະເຈົ້າເມືອງ ຜູ້ທີ່ເຊັນ ຂາຍດິນໃຫ້ ບໍຣິສັດ ວຽດນາມ ກໍບໍ່ຖືກ ດຳເນີນ ຄະດີ ຫຍັງໝົດ ແລະ ຮ້າຍໄປ ກວ່ານັ້ນ ຊາວບ້ານ ຈຳນວນ 7 ຄົນ ທີ່ມາຍຶ່ນ ຄຳຮ້ອງທຸກ ຢູ່ສະພາ ແຫ່ງຊາດ ແລະ ຫ້ອງວ່າການ ຣັຖບານ ຍັງຖືກ ເຈົ້າໜ້າທີ່ ແຂວງ ແລະເມືອງ ຈັບຂັງຄຸກ ເປັນເວລາ 15 ວັນ ໃນປີ 2012.
ນອກຈາກນີ້ ການຕັດໄມ້ ບໍ່ຖືກຕາມ ຣະບຽບ ຫລັກການ ແລະ ສົ່ງອອກ ໄປຂາຍຢູ່ ປະເທດ ວຽດນາມຍັ ງຄົງມີກັນ ຢ່າງແພ່ຫລາຍ ໂດຍສະເພາະ ຢູ່ 4 ແຂວງພາກໃຕ້ ຂອງລາວ ຄື ແຂວງ ຈໍາປາສັກ, ແຂວງ ສະຣະວັນ, ແຂວງເຊກອງ ແລະ ແຂວງ ອັດຕະປື ຍັງບໍ່ສາມາດ ຄວບຄຸມໄດ້ ເຖີງວ່າ ຈະມີ ຄຳສັ່ງ ເລກທີ 31/ນຍ ລົງວັນທີ 6 ມີນາ 2012 ກ່ຽວກັບ ຄຸ້ມຄອງໄມ້ ແລະ ທຸຣະກິຈ ໄມ້ ແຕ່ກໍຍັງ ມີການ ຂົນສົ່ງໄມ້ ອອກໄປຂາຍ ປະເທດ ວຽດນາມ ແລະ ບໍ່ ສາມາດ ຄວບຄຸມໄດ້. ຈົນໃນ ວັນທີ 5 ກຸມພາ 2014 ຫ້ອງວ່າການ ສູນກາງພັກ ໄດ້ອອກ ແຈ້ງການ ກ່ຽວກັບການ ຊີ້ນຳ ຂອງ ກົມການເມືອງ ຕໍ່ກັບ ວຽກງານ ທຸຣະກິຈ ໄມ້. ໂດຍເນື້ອໃນ ຂອງແຈ້ງການ ໄດ້ຣະບຸ ໄວ້ວ່າ ຫ້າມບໍ່ໃຫ້ ສົ່ງອອກໄມ້ທ່ອນ.
ທັງໝົດ ແມ່ນ ກໍຣະນີ ທີ່ຍົກຂຶ້ນມາ ທີ່ເກີດຂຶ້ນ ຢູ່ ປະເທດລາວ ບໍ່ສາມາດ ເອົາຜູ້ ກະທຳຜິດ ທີ່ເປັນ ພະນັກງານ ຣັຖກອນ ທີ່ໃຊ້ ຕຳແໜ່ງ ຂອງຕົນ ໃຫ້ ອະນຸມັດ ສໍາປະທານ ທີ່ດິນ, ຊື້ຂາຍ ທີ່ດິນ ແລະ ການຕັດໄມ້ ສົ່ງອອກແບບ ບໍ່ຖືກ ກົດໝາຍ. ແຕ່ທີ່ໜ້າ ເປັນຫ່ວງ ກໍຄື ບໍ່ເຄີຍມີ ການເຜີຍແຜ່ ຂ່າວ ການຕັດສິນ ຄະດີ ເຈົ້າໜ້າທີ່ ຂອງຣັຖ ໃນຂໍ້ຫາ ສໍ້ຣາສ ບັງຫລວງ ໃຫ້ເຫັນເປັນ ຕົວຢ່າງ ປະຈັກຕາ.
ໃນຂະນະ ທີ່ກົດໝາຍ ການຕໍ່ຕ້ານ ການສໍ້ຣາສ ບັງຫລວງ ໄດ້ຖືກຮັບຮອງ ເອົາມາແຕ່ປີ 2005 ເປັນຕົ້ນມາ, ແຕ່ການ ປະຕິບັດ ຍັງບໍ່ສາມາດ ໃຊ້ໄດ້ກັບ ເຈົ້າໜ້າທີ່ ຂອງຣັຖ.
ເຖິງຢ່າງໃດ ກໍຕາມ ສປປລາວ ໄດ້ປະກາດ ຈະ ເປັນປະເທດ ທີ່ ປົກຄອງ ດ້ວຍ ກົດໝາຍ ຫລື ເປັນຣັຖ ແຫ່ງ ກົດໝາຍ ໃນປີ 2020 ໂດຍ ມີການ ຮ່າງເປັນ ແມ່ບົດ ເພື່ອ ດໍາເນີນງານ, ແຕ່ເບື້ອງຕົ້ນ ບໍ່ຍັງທັນ ເຮັດໃຫ້ເຫັນ ຢ່າງ ປະຈັກຕາ ກໍຄືການ ດຳເນີນ ຄະດີ ເຈົ້າໜ້າທີ່ ຂອງຣັຖ ຜູ້ທີ ສໍ້ຣາສ ບັງຫລວງ ນັ້ນເທື່ອ.
ທີ່ມາ http://www.rfa.org