spot_img
Homeຂ່າວພາຍ​ໃນສະ­ຫະ­ພັນມວຍສາ­ກົນແຫ່ງຊາດຈັດ­ການແຂ່ງ­ຂັນກິ­ລາມວຍສາ­ກົນທົ່ວປະເທດ ຄັ້ງທີ 10 ປະ­ຈຳປີ 2015

ສະ­ຫະ­ພັນມວຍສາ­ກົນແຫ່ງຊາດຈັດ­ການແຂ່ງ­ຂັນກິ­ລາມວຍສາ­ກົນທົ່ວປະເທດ ຄັ້ງທີ 10 ປະ­ຈຳປີ 2015

Published on

ສະ­ຫະ­ພັນມວຍສາ­ກົນ ແຫ່ງຊາດລາວຈັດ­ການແຂ່ງ­ຂັນກິ­ລາມວຍສາ­ກົນທົ່ວປະເທດ ຄັ້ງທີ 10 ປະ­ຈຳປີ 2015 ຂຶ້ນ, ໃນລະ­ຫວ່າງວັນທີ 23-26 ທັນ­ວານີ້ ທີ່ສູນຝຶກກິ­ລາແຫ່ງຊາດ ບ້ານສີເກີດ ເພື່ອເປັນການສົ່ງ­ເສີມນັກ­ກີ­ລາມວຍສາ­ກົນລາວໃຫ້ມີຄວາມສາມາດທຽບເທົ່າກັບສາ­ກົນ.

ຕາມການເປີດ­ເຜີຍຂອງທ່ານ ສົມພອນ ມະ­ນີຄຳ ເລ­ຂາ­ທິ­ການສະຫະພັນມວຍສາ­ກົນແຫ່ງຊາດລາວ ທັງເປັນຜູ້­ອຳ­ນວຍ­ການສູນຝຶກກິ­ລາແຫ່ງຊາດ ເມື່ອວັນທີ 18 ທັນ­ວາ ຜ່ານມາໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນການຊົມ­ເຊີຍຜົນສຳເລັດສະ­ເຫຼີມ­ສະ­ຫຼອງວັນສະຖາປະນາ ສປປ ລາວ ຄົບ­ຮອບ 40 ປີ ແລະ ສົ່ງ­ເສີມນັກ­ກິ­ລາມວຍສາ­ກົນລາວໃຫ້ມີຄວາມສາ­ມາດທຽບເທົ່າກັບສາ­ກົນ ແລະເຕີບໃຫຍ່ຂະ­ຫຍາຍຕົວ­ຢ່າງກວ້າງ­ຂວາງນັ້ນ, ສະ­ຫະພັນມວຍສາ­ກົນແຫ່ງຊາດລາວຈະໄດ້ຈັດ­ການແຂ່ງ­ຂັນກິ­ລາມວຍສາກົນທົ່ວປະ­ເທດ ຄັ້ງທີ 10 ປະ­ຈຳ ປີ 2015 ຂຶ້ນໃນລະ­ຫວ່າງວັນທີ 23-26 ທັນ­ວານີ້ ທີ່ສູນຝຶກກິລາແຫ່ງຊາດ, ບ້ານສີເກີດດ ເມືອງນາຊາຍທອງ, ນະ­ຄອນ­ຫຼວງວຽງຈັນ ໂດຍຈະເລີມແຂ່ງ­ຂັນຮອບຄັດເລືອກ ໃນຕອນບ່າຍເວ­ລາ 14:00 ໂມງ ໂດຍໄດ້ມີການແຈ້ງເຊີນບັນ­ດາສະໂມສອນອ້ອມຂ້າງສູນກາງ, ສະ­ຫະພັນກີ­ລາມວຍສາ­ກົນ 17 ແຂວງ ແລະ 1 ນະ­ຄອນ­ຫຼວງວຽງຈັນ ເຂົ້າຮ່ວມແຂ່ງ­ຂັນໃນງານດັ່ງ­ກ່າວດັ່ງນັ້ນ, ໂດຍຈະມີການແຂ່ງ­ຂັນ 2 ຮຸ່ນ 4 ປະ­ເພດຄື: ຮຸ່ນເຍົາ­ວະຊົນຊາຍ-ຍິງ ອາ­ຍຸບໍ່ເກີນ 14-17 ປີ ແລະຮຸ່ນທົ່ວໄປຊາຍ-ຍິງ.

ທ່ານ ສົມພອນ ມະ­ນີຄຳ ກ່າວຕື່ມອີກວ່າ: ໃນວັນທີ 23 ທັນ­ວານີ້ ແມ່ນໄດ້ກວດເຊັກສຸຂະພາຂອງນັກ­ກິ­ລາ, ຊັ່ງນ້ຳ­ໜັກ ແລະຈັບສະຫຼາກແຂ່ງ­ຂັນ, ໃນນັ້ນຮຸ່ນເຍົາ­ວະຊົນມີທັງໝົດ 3 ລາຍ­ການຄື: ຮຸ່ນນ້ຳໜັກ 46-48 ກິໂລກຣາມ, ຮຸ່ນນ້ຳໜັກ 50-52 ກິໂລກຣາມ, ຮຸ່ນນ້ຳໜັກ 54-56 ກິໂລກຣາມ ສ່ວນຮຸ່ນທົ່ວໄປປະ­ເພດຊາຍແຂ່ງ­ຂັນ 6 ລາຍການຄື: ຮຸ່ນນ້ຳ­ໜັກ 49 ກິໂລກຣາມ, ຮຸ່ນນ້ຳ­ໜັກ 52, 56, 60, 64 ແລະ ຮຸ່ນນ້ຳ­ໜັກ 69 ກິໂລກຣາມ. ຂະນະທີ່ປະ­ເພດຍິງ ຮຸ່ນທົ່ວໄປມີ 4 ລາຍການປະກອບມີຮຸ່ນນ້ຳ­ໜັກ 48, 51, 54 ແລະ 57 ກິໂລກຣາມ.

01c4e0043b7471c29e57e0370e5b4112_L

ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...