spot_img
Homeຂ່າວການພັດທະນາໄຟຟ້າລາວຈັບມື 2 ບໍລິສັດ ພັດທະນາກົງເຕີໄຟຟ້າແບບໃໝ່ ໂດຍບໍ່ໃຊ້ຄົນລົງຈົດນັບໂຕເລກ!

ໄຟຟ້າລາວຈັບມື 2 ບໍລິສັດ ພັດທະນາກົງເຕີໄຟຟ້າແບບໃໝ່ ໂດຍບໍ່ໃຊ້ຄົນລົງຈົດນັບໂຕເລກ!

Published on

2-1

ນັບແຕ່ທ້າຍປີ 2016 ເປັນຕົ້ນໄປ, ບັນຫາການຈົດນັບເລກກົງເຕີໄຟຟ້າ ບໍ່ກົງກັບໂຕເລກຈິງ ຊຶ່ງສົ່ງຜົນໃຫ້ການເສຍຄ່າໄຟຟ້າ ບາງເດືອນສູງເກີນຄວາມເປັນຈິງ ຊຶ່ງສ້າງຄວາມສັບ ສົນໃຫ້ປະຊາຊົນບໍ່ໜ້ອຍ ອາດຈະໝົດໄປ ເມື່ອລັດວິສາ ຫະກິດໄຟຟ້າລາວ ຈັບມືກັບ ບໍລິສັດລັດສະກາຍໂທລະຄົມ ແລະ ບໍລິສັດບີເອັສເຄ ລົງທຶນ ແລະ ບໍລິການ, ກຽມຕິດຕັ້ງກົງ ເຕີໄຟຟ້າແບບ ເອເລັກໂຕຣນິດ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ມາຕິດຕັ້ງໃນສຳນັກງານ-ອົງການ ຕະຫຼອດຮອດ ບ້ານເຮືອນຂອງປະຊາຊົນ ໂດຍຈະເລີ່ມທົດລອງຕິດຕັ້ງ ໃນນະຄອນຫຼວງວຽງຈັນກ່ອນ ໃນທ້າຍປີໜ້າ, ຫຼັງຈາກນັ້ນ ຈຶ່ງຈະຂະຫຍາຍໄປບັນດາແຂວງໃຫຍ່ໆ ກ່ອນຈະຂະຫຍາຍໄປທົ່ວປະເທດ.

ທ່ານ ຄຳຄິດ ໄຊສົງຄາມ ຜູ້ອຳນວຍການໃຫຍ່ບໍລິສັດລັດ ສະກາຍໂທລະຄົມກ່າວວ່າ: ການຮ່ວມມືຄັ້ງນີ້ໄດ້ກາຍເປັນ ກຳລັງແຮງມະຫາສານ ໂດຍ ລັດວິສາຫະກິດໄຟຟ້າລາວມີ ຄວາມຕ້ອງການຕິດຕັ້ງກົງເຕີ ແບບເອເລກໂຕຣນິກທີ່ທັນສະໄໝ ເພື່ອເຮັດໃຫ້ການເກັບລາຍ ຮັບໃຫ້ດີຂຶ້ນ, ຫຼີກເວັ້ນການບໍ່ ຮົ່ວໄຫຼດັ່ງນັ້ນ ຈຶ່ງຈຳເປັນຕ້ອງ ມີລະບົບການສື່ສານ ທີ່ດີໂດຍ ສະເພາແມ່ນລະບົບສາຍໄຍ ແກ້ວ ຊຶ່ງບໍລິສັດລັດສະກາຍ ໂທລະຄົມມີຄວາມພ້ອມຢູ່ແລ້ວເນື່ອງຈາກວ່າ: ພັກ-ລັດຖະບານ ໄດ້ລົງທຶນຂະຫຍາຍລະບົບສາຍໄຍແກ້ວ ຄວບຄຸມທົ່ວປະ ເທດ.

ທ່ານກ່າວອີກວ່າ: ກົງເຕີ ໄຟຟ້າແບບເອເລັກໂຕຣນິກທີ່ ວ່ານີ້ແມ່ນການຕິດຕັ້ງລະບົບ ການສື່ສານໂດຍນຳໃຊ້ເຕັກ ໂນໂລຊີທີ່ທັນສະໄໝເຂົ້າໃສ່ ຊຶ່ງອາດຈະໃຊ້ລະບົບບັດເຕີມເງິນ ຫຼື ອາດໃຊ້ແບບກາດໂດຍ ບໍ່ຈຳເປັນຕ້ອງໃຊ້ຄົນໄປຈົດ ນັບກົງເຕີໄຟຟ້າດັ່ງໃນອະດີດ ຈົນເຖິງປະຈຸບັນ ຊຶ່ງຄາດວ່າຈະ ເລີ່ມທົດລອງໃນທ້າຍປີ 2016 ເປັນຕົ້ນໄປ ໂດຍເລີ່ມຈາກນະ ຄອນຫຼວງວຽງຈັນກ່ອນ, ຫຼັງຈາກ ນັ້ນຈະພັດທະນາດີຂຶ້ນ ຈຶ່ງຈະ ຂະຫຍາຍອອກສູ່ຕ່າງແຂວງ ໃນຂອບເຂດທົ່ວປະເທດ ຊຶ່ງ ຫາກລະບົບດັ່ງກ່າວສາມາດ ຕອບສະໜອງໄດ້ດີ, ກົງເຕີໄຟ ຟ້າທີ່ໃຊ້ໃນປະຈຸບັນຈະຖືກປ່ຽນ ຖ່າຍອອກ ເພື່ອນຳກົງເຕີແບບ ເອເລັກໂຕຣນິກໃສ່ແທນ.

ທ່ານ ນາງ ກິ່ງໂພເງິນ ພູມມະສັກ ຜູ້ອຳນວຍການບໍລິ ສັດບີເອັສເຄ ລົງທຶນ ແລະ ບໍລິ ການ ກ່າວວ່າ: ສຳລັບບໍລິສັດບີ ເອັສເຄ ລົງທຶນ ແລະ ບໍລິການ ຈະຮ່ວມມືກັບບໍລິສັດ ຫົວເຫວີຍ ໃນການສະໜອງອຸປະກອນເອ ເລັກໂຕຣນິກດ້ວຍເຕັກໂນໂລ ຊີທີ່ທັນສະໄໝມາຕິດຕັ້ງໃສ່ກົງ ເຕີໄຟຟ້າ ໂດຍສາມາດຈ່າຍ ຜ່ານລະບົບ, ບໍ່ຈຳເປັນຈະໃຊ້ຄົນໄປຈົດ ນັບກົງເຕີເໝືອນໄລ ຍະຜ່ານມາອີກ.

ພິທີເຊັນສັນຍາການຮ່ວມ ມືດັ່ງກ່າວໄດ້ມີຂຶ້ນໃນວັນທີ 21 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ລະຫວ່າງທ່ານ ສີສະຫວາດ ທິຣະວົງ ຜູ້ອຳນວຍ ການໃຫຍ່ລັດ ວິສາຫະກິດ ໄຟຟ້າ ລາວ, ທ່ານ ຄຳຄິດ ໄຊສົງຄາມ ຜູ້ອຳນວຍການໃຫຍ່ບໍລິສັດລັດ ສະກາຍໂທລະຄົມ ແລະ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ຜູ້ອຳນວຍການບໍລິສັດບີເອັສເຄ ລົງທຶນ ແລະ ບໍລິການໂດຍມີ ທ່ານ ພົນໂທ ແສງນວນ ໄຊຍະລາດ  ລັດຖະມົນຕີວ່າ ການກະຊວງປ້ອງກັນປະເທດ, ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງ ພະລັງງານ ແລະ ບໍ່ແຮ່, ມີບັນ ດາລັດຖະມົນຕີ, ລັດຖະມົນຕີ ຊ່ວຍວ່າການ ແລະ ພາກສ່ວນ  ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິ ຍານນຳ.

ສຳລັບການຮ່ວມມືຄັ້ງນີ້ ລັດຖະບານຈະຖືຮຸ້ນ 51% ບໍ ລິສັດລັດ​ສະກາ​ຍ​ໂທລະ​ຄົມ  ແລະ ບໍລິສັດບີເອັສເຄຈະຖືຮຸ້ນ 49% ໂດຍມີບໍລິສັດຫົວເຫວີຍ ຈາກ ສປ ຈີນ ດ້ານເຕັກ ນິກວິຊາການໃນການດຳເນີນທຸລະ ກິດ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...