spot_img
Homeຂ່າວເຫດການສະຫາຍ ບໍ່ແສງຄຳ ວົງດາລາ ຖືກເລືອກເປັນ ເລຂາຄະນະພັກກະຊວງ ຖວທ ອີກສະໄໝ!

ສະຫາຍ ບໍ່ແສງຄຳ ວົງດາລາ ຖືກເລືອກເປັນ ເລຂາຄະນະພັກກະຊວງ ຖວທ ອີກສະໄໝ!

Published on

ABC_4638 18.12.15.3

ຂປລ. ສະຫາຍ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ຖືກເລືອກເປັນເລຂາຄະນະພັກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ອີກສະໄໝ ຈາກການລົງມະຕິເຫັນດີ ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ຖວທ ໃນວັນທີ 18 ທັນວາ 2015 ຢູ່ນະຄອນຫລວງວຽງຈັນ ຈາກຕົວແທນສະມາຊິກພັກ ທີ່ເຂົ້າຮ່ວມທັງໝົດ 187 ສະຫາຍ, ຍິງ 44 ສະຫາຍ. ຂະນະດຽວກັນ ສະຫາຍ ບົວເງິນ ຊາພູວົງ ຖືກເລືອກເປັນຮອງເລຂາຄະນະພັກ ກະຊວງ ຖວທ, ສະຫາຍນາງ ສຸພາລັກ ທິລະວົງ ຖືກເລືອກເປັນ ປະທານກວດກາພັກກະຊວງ ຖວທ, ສະຫາຍ ບົວມະນີ ໄຊທິລາ ເປັນຮອງ ປະທານກວດກາ ແລະ ສະຫາຍ ຄຳສອນ ພົມມະບຸດ ເປັນຮອງປະທານກວດກາ.

ABC_4638 18.12.15.1

ໂອກາດນີ້ ສະຫາຍ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ຄະນະພັກກະຊວງ ຖວທ ເສີມຂະຫຍາຍມູນເຊື້ອ ແລະ ໝາກຜົນທີ່ບັນລຸໄດ້ ໃນໄລຍະ 5 ປີ ຜ່ານມາ, ຕ້ອງກຳແໜ້ນທ່າອ່ຽງລວມ ຂອງການຜັນແປຂອງສະພາບແວດລ້ອມສາກົນ ແລະ ພາກພື້ນ, ຕ້ອງຮູ້ຈັກນຳໃຊ້ດ້ານທີ່ເປັນກາລະໂອກາດ ແລະ ຈຳກັດດ້ານທີ່ເປັນສິ່ງທ້າທາຍໃຫ້ທັນການ, ໃນຊຸມປີຕໍ່ ໜ້ານີ້ສະພາບການສາກົນ ຍັງຈະສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ, ມີຫລາຍອັນກໍຄາດຄະເນລ່ວງໜ້າ ໄດ້ຍາກເຊັ່ນດຽວກັນ ການເຊື່ອມໂຍງການເພີ່ມທະວີການຮ່ວມມື ທາງດ້ານເສດຖະກິດວັດທະນະທຳ, ສັງຄົມກັບປະເທດຕ່າງໆ ຍິ່ງຈະເພີ່ມ ທະວີຄູນຂຶ້ນ ອັນໄດ້ກາຍເປັນການເລັ່ງທ່ວງອັນໃໝ່ ໃຫ້ພວກເຮົາໃນການປັບປຸງ ແລະ ກໍ່ສ້າງພັກໃຫ້ເຂັ້ມແຂງຮອບດ້ານ ທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນ ວິທີນຳພາຂອງພັກ ເພື່ອປັບຕົວເຂົ້າກັບ ສະພາບແວດລ້ອມ ອັນໃໝ່.

ສະຫາຍ ດຣ. ພັນຄຳ ວິພາວັນ ກ່າວຕື່ມວ່າ: ວຽກງານ ຖວທ ແມ່ນວຽກງານການເມືອງແນວຄິດ ເປັນໜ້າທີ່ຕົ້ນຕໍ ຂອງພະນັກງານຂົງເຂດ ຖວທ ກໍແມ່ນເຮັດວຽກງານ ການເມືອງແນວຄິດສະນັ້ນຄະນະພັກຕ້ອງຊີ້ນຳນຳພາຈັດຕັ້ງຄົ້ນ ຄວ້າເຊື່ອມຊື່ມມະຕິກອງປະຊຸມພັກໃຫ້ເລິກເຊິ່ງທົ່ວເຖິງ ໂດຍສະເພາະ ແມ່ນມະຕິກ່ຽວກັບວຽກງານ ຖວທ ໃນໄລຍະໃໝ່ເພີ່ມທະວີເຊີດຊູບົດບາດ ຄວາມສາມາດນຳພາຂອງອົງຄະນະພັກ ແລະ ຄວາມສາມາດໃນການຄຸ້ມຄອງລັດຕໍ່ການເຄື່ອນ ໄຫວຂອງວຽກງານ ຖວທ ປຸກລະດົມທົ່ວສັງຄົມເຂົ້າໃນວຽກງານ ຖວທ ໃຫ້ກວ້າງຂວາງ ແລະ ມີປະສິດທິພາບສູງກວ່າເກົ່າ. ເຊິ່ງຈຳ ເປັນຕ້ອງຊີ້ນຳໆພາໃຫ້ວຽກງານ ຖວທ ກາຍເປັນເຄື່ອງມືອັນແຫລມຄົມຂອງພັກ ແລະ ວ່ອງໄວທັນການມີລັກ ສະນະສຶກສາອົບຮົມ, ກໍ່ສ້າງ, ລັກສະນະຕໍ່ສູ້ສະກັດກັ້ນ ແລະ ລັກສະນະແນະນຳການຈັດຕັ້ງ ປະຕິບັດໃຫ້ປະກົດຜົນເປັນຈິ່ງຂຶ້ນກວ່າເກົ່າ, ເອົາໃຈໃສ່ຊີ້ນຳວຽກງານຖະແຫລງຂ່າວ ໃຫ້ມີປະສິດຕິຜົນ ເພີ່ມປະລິມານ ແລະ ຄຸນນະພາບຂອງສື່ ໃຫ້ຫລາກຫລາຍ,ອຸດົມສົມບູນ,ປັບປຸງໃຫ້ມີກົນໄກວິທີການ ແລະ ເງື່ອນໄຂເພື່ອນຳເອົາໜັງສືພິມລົງສູ່ຮາກຖານ ໃນທົ່ວປະເທດໃຫ້ວ່ອງໄວກວ່າເກົ່າ ໂດຍສະເພາະ 51 ຕົວເມືອງທົດລອງວຽກງານ 3 ສ້າງ, ປັບປຸງເນື້ອໃນ ແລະ ຮູບແບບຂອງສື່ໃຫ້ມີ ຫລາຍຮູບຫລາຍສີ ແລະ ມີຄຸນນະພາບ ຮັບໃຊ້ຄວາມຕ້ອງການ ຂອງພັກລັດ ແລະ ປະຊາຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...